ທົ່ວໄປ
ບໍ່ໜ້າເຊື່ອ ຜົນວິໄຈ “ເຜີຍ ຄົນທີ່ຂີ້ຫຼົງຂີ້ລືມຄືຄົນສະຫຼາດ

ຮູ້ຫຼືບໍ່ ? ” ຜົນວິໄຈ “ເຜິຍ ຄົນຂີ້ຫຼົງຂີ້ລືມຄືຄົນສະຫຼາດ.

ໃຜເຄີຍຖືກດ່າເພາະຕົວເອງເປັນຄົນຂີ້ຫຼົງຂີ້ລືມ ຂໍໃຫ້ຍົກມືຂຶ້ນ ! ລືມຄວາມເຈັບປວດທີ່ເຄີຍຖືກຕໍ່ວ່ານັ້ນໄປທໍາໃຈ ໃຫ້ສະບາຍແລະມາອ່ານເລື່ອງລາວ ທີ່ເຮົາມານຳສະເໜີໃນວັນນີ້ ເພາະລ່າສຸດມື້ວານມານີ້ ມີຜົນການວິໄຈຈາກຕ່າງປະເທດ ທີ່ຊີ້ໃຫ້ເຫັນແລ້ວວ່າ ຄົນຂີ້ລືມບໍ່ໄດ້ໝາຍຄວາມວ່າເປັນຄົນໂງ່! ແຕ່ຄົນຂີ້ລືມຄືຄົນສະຫຼາດຕ່າງຫາກແລະ ! Paul Frankland ແລະ Blake Richards ສອງນັກວິໄຈຈາກມະຫາວິທະຍາໄລໂທຮອນໂຕ ປະເທດ ແຄນນາດາ ຜູ້ທຳການສຶກສາຄົ້ນຄ້ວາກ່ຽວກັບເລື່ອງກົນໄກການທໍາງານຂອງສະໝອງໃນສ່ວນທີ່ກ່ຽວ ຂ້ອງກັບຄວາມຈຳ ແລະພວກເຂົາກໍ່ໄດ້ພົບວ່າຄວາມຂີ້ຫຼົງຂີ້ລືມ ບໍ່ໄດ້ເກີດຈາກປະສິດທິພາບໃນການຮ້ອງຄືນຂໍ້ມູນລົ້ມເຫຼວ ຫາກແຕ່ນີ້ເປັນຂະ ບວນການທີ່ຈະຊ່ວຍໃຫ້ສະໝອງສາມາດຕັດສິນໃຈໄດ້ຢ່າງແມ່ນຍຳ ແລະມີປະສິດທິພາບຫຼາຍຍິ່ງຂຶ້ນ.

Blake Richards ກ່າວວ່າ: “ ເລື່ອງທີ່ສໍາຄັນທີ່ສຸດຄືສະໝອງຂອງຄົນເຮົາຕ້ອງລືມ ຫຼືຕັດລາຍລະອຽດ ເລັກໆ ນ້ອຍໆທີ່ບໍ່ຈໍາເປັນອອກໄປແດ່ ແລະໃຫ້ຄວາມສົນໃຈຫຼື ໃຫ້ຄວາມສຳຄັນກັບເລື່ອງທີ່ຈໍາເປັນ ຫຼືເລື່ອງທີ່ຕ້ອງຕັດສິນໃຈ ໃນຊ່ວງເວລາຂະນະນັ້ນ ເພາະຖ້າເຮົາພະຍາຍາມຈະຈໍາທຸກສິ່ງທຸກຢ່າງທີ່ຜ່ານເຂົ້າມາໃນຊີວິດສະໝອງຂອງເຮົາ ກໍ່ຈະອັດແໜ່ນໄປດ້ວຍຄວາມຈື່ຈຳເຫຼົ່ານັ້ນຫຼາຍເກີນໄປ ເຮັດໃຫ້ສະໝອງເລິເລືອນ ຮັບຮູ້ຊ້າ ສົ່ງຜົນໃຫ້ການຕັດສິນໃຈໃນ ເລື່ອງຕ່າງໆເຮັດໄດ້ຍາກ ເວົ້າໄດ້ງ່າຍ ກໍ່ຄືເຮົາຈະລັງເລບໍ່ກ້າຕັດສິນໃຈໃນທຸກໆເຮື່ອງນັ້ນເອງ ແລະ ສະໝອງຂອງຄົນເຮົາເປັນ ຕົວຮັບຂໍ້ມູນຊັ້ນດີນັ້ນ ໝາຍຄວາມວ່າ ແມ່ນຫຍັງທີ່ບໍ່ສຳຄັນກໍ່ຄວນຈະລືມເລືອງບາງຢ່າງໄປ ຄືກັບການເຄຍສະໝອງ ເກັບພື້ນທີ່ເອົາໄວ້ຈື່ຈຳໃນເລື່ອງທີ່ສຳຄັນ ຫຼື ເລື່ອງທີ່ຕົນເອງສົນໃຈກໍ່ພຽງພໍແລ້ວ

”Paul Frankland ໄດ້ອະທິບາຍເພີ່ມເຕີມວ່າ: “ ຈາກຜົນການວິໄຈທີ່ເຮົາໄດ້ສຶກສາຄົ້ນ ຄ້ວາກັນມາ ສະແດງ ໃຫ້ເຫັນວ່າສະໝອງຂອງຄົນເຮົາ ມີກົນໄກບາງຢ່າງທີ່ສະໜັບສະ ໜູນໃຫ້ເກີດອາການຫຼົງໆລືມໆ ເຊິ່ງມັນແຕກຕ່າງຈາກ ກົນໄກຂອງສະໝອງທີ່ກ່ຽວຂ້ອງ ກັບການບັນທຶກຂໍ້ມູນເປັນຢ່າງຫຼາຍ ແລະ ປະໂຫຍດຂອງເຈົ້າກົນໄກຊະນິດນີ້ກໍຄື ເຮັດໃຫ້ຄົນທີ່ຂີ້ລືມນັ້ນມີຄວາມຄິດຄວາມອ່ານທີ່ສະຫຼາດ ແລະ ຫຼັກແຫຼມນັ່ນເອງ ”

ຢ່າງໄດກໍ່ຕາມນັກວິໄຈທັງສອງຄົນ ກໍ່ໄດ້ທິ້ງທ້າຍເອົາໄວ້ວ່າ ຜົນງານວິໄຈຂອງພວກ ເຂົາຊິ້ນນີ້ໝາຍເຖິງຄົນ ທີ່ມີນິໄສຂີ້ລືມໜ້ອຍໆ ບໍ່ໄດ້ໝາຍເຖິງຄົນທີ່ຂີ້ຫຼົງຂີ້ລືມຫຼາຍໆ ຊະນິດທີ່ວ່າຈື່ເລື່ອງລາວສຳຄັນຕ່າງໆບໍ່ໄດ້ເລີຍ ເພາະນັ້ນຄືອາການປ່ວຍ ຫຼືເປັນອາການຂອງ ໂລກຄວາມຈຳເຊື່ອມຊຶ່ງບໍ່ກ່ຽວຂ້ອງກັບຜົນວິໄຈແຕ່ຄວນ ໄດ້ຮັບການຮັກສາຢ່າງ ຖືກວິທີຈະເປັນການດີທີ່ສຸດນັ້ນເອງ
ທົ່ວໄປ
ການບິນໄທ!ກຽມຍຸບສາຍ ໄທສະມາຍ ໃນທ້າຍປີ2023ນີ້

ສຳນັກຂ່າວໄທລາຍງານ: ວັນທີ 14 ພຶດສະພາ 2023 ຜ່ານມາ, ທ່ານ ຊາຍ ອ່ຽມສິຣິ ປະທານຜູ້ບໍລິຫານ (CEO)
ບໍລິສັດການບິນໄທ ໄດ້ເປີດເຜີຍຄວາມຄືບໜ້າຂອງແຜນຄວບລວມສາຍການບິນໄທ ກັບສາຍການບິນໄທສະມາຍ …

ທົ່ວໄປ
ຊົມເຊີຍ!ເຈົ້າຫນ້າທີມອບ ຄືນລົດຈັກ2ຄັນ ທີ່ຖືກລັກໃຫ້ເຈົ້າຂອງ

ໃນວັນທີ 25 ເມສາ 2023 ນີ້, ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງ ຜົ້ງສາລີ ໄດ້ມອບລົດຈັກ ເວັບ 100 ສີດໍາແດງ 1 ຄັນ ແລະ ສີຂຽວດໍາ 1 ຄັນ ທີ່ຄົນຮ້າຍລັກໄປມາຄືນໃຫ້ເຈົ້າຂອງເດີມ.
ຕາມການລາຍງານຂອງເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນເດືອນກຸມພາ 2023 ພະແນກສືບສວນ-ສອບສວນ ປກສ ແຂວງຜົ້ງສາລີ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າມີຄົນຮ້າຍໄດ້ລັກລົດຈັກທີ່ຈອດໄວ້ຢູ່ເຮືອນໄປ. ສະນັ້ນ, ຄະນະຫ້ອງຕໍາຫລວດ ປກສ ແຂວງຜົ້ງສາລີ ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາການ ລົງເກັບກໍາຂໍ້ມູນ ແລະ ມາໃນວັນທີ 18 ກຸມພາ 2023 ສາມາດກັກຕົວເປົ້າໝາຍໄດ້ 1 ຄົນ ຊື່ ທ້າວ ມີ ວົງສາ ອາຍຸ 48 ປີ………

ທົ່ວໄປ
ປະໂທ້!ອັດຕາເງີນບາດ ມື້ນີ້ສູງຂຶ້ນເຖີງ +518ແລ້ວ

-
ຂ່າວອຸປະຕິເຫດ8 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ7 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป3 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย6 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ8 ເດືອນ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ5 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ8 ເດືອນ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ7 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ