ດ່ວນ!!! ປກສ ເມືອງໄຊທານີ ປະກາດຫາເຈົ້າຂອງລົດ 14 ຄັນ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ດ່ວນ!!! ປກສ ເມືອງໄຊທານີ ປະກາດຫາເຈົ້າຂອງລົດ 14 ຄັນ

Published

on

ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຕິດຕາມເກັບກູ້ເຄື່ອງຂອງກາງຄະດີ ປະເພດລົດ ຄືນມາໄດ້ ຈໍານວນ 14 ຄັນ. ໃນນີ້, ລົດໃຫຍ່ 1 ຄັນ. ຜ່ານການກວດກາເລກຈັກ-ເລກຖັງ ນໍາກອງຄຸ້ມຄອງພາຫະນະ ແລະ ການຂັບພົບລາຍຊື່ເຈົ້າຂອງລົດຈັກ ຈໍານວນ 9 ຄັນ ແລະ ບໍ່ຮູ້ຊື່ 5 ຄັນ. ໃນນີ້, ລົດໃຫຍ່ 1 ຄັນ; ດັ່ງນັ້ນ, ເຈົ້າໜ້າທີ່ ຈຶ່ງປະກາດຫາເຈົ້າຂອງລົດຈຳນວນດັ່ງກ່າວ ໃຫ້ນຳເອກະສານທີ່ກ່ຽວຂ້ອງກັບລົດ ມາພົວ ພັນເອົາລົດໄດ້ທີ່ກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນໂມງລັດຖະການ. ຖ້າກາຍກໍານົດ 3 ເດືອນແມ່ນສະຫຼະສິດ ຢຶດເປັນຊັບສິນຂອງລັດ.

ລົດຈໍານວນ 9 ຄັນ ທີ່ຮູ້ຊື່ເຈົ້າຂອງລົດປະກອບມີ:

1. ລົດຈັກເວບ 100 ສີຂຽວ-ດໍາ ບໍ່ມີປ້າຍທະບຽນ-ເລກຈັກ HA 15E 2241966 ອອກຊື່ ທ້າວ ພູວັນ ຢູ່ບ້ານຫ້ວຍແຍ້ ເມືອງວັງວຽງ ແຂວງວຽງຈັນ.

2. ລົດຈັກເວບ 100 ສີແດງ ບໍ່ມີປ້າຍທະບຽນ-ເລກຈັກ NF100E 8123222 ອອກຊື່ ນາງ ວິໄລພອນ ຢູ່ບ້ານໂພນພະເນົາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

 3. ລົດຈັກເວບ 100 ສີປອນ-ດໍາ ບໍ່ມີປ້າຍທະບຽນ-ເລກຈັກ NF100E 826949 ອອກຊື່ ນາງ ວຽງໄຊ ຈຸລາວົງ ຢູ່ບ້ານທົ່ງສ້າງນາງ ໜ່ວຍ 20 ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.

 4. ລົດຈັກເວບ 100 ສີຂຽວ-ດໍາ ບໍ່ມີປ້າຍທະບຽນ-ເລກຈັກ NF100E 8169950 ອອກຊື່ ທ້າວ ສີປະເສີດ ຢູ່ບ້ານປາກກະຍຸງ ເມືອງວຽງຄໍາ ແຂວງວຽງຈັນ.

 5. ລົດຈັກຮາວຊິງ ສີແດງ-ດໍາ ບໍ່ມີປ້າຍທະບຽນ-ເລກຈັກ HB10041 ອອກຊື່ ນາງ ແອນ້ອຍ ຢູ່ບ້ານທ່າງ່ອນ ໜ່ວຍ 30 ເມືອງໄຊທານີ ນະຄອນຫຼວງວຽງຈັນ.

6. ລົດຈັກເວບ 100 ສີຂຽວ-ດໍາ ບໍ່ມີປ້າຍທະບຽນ-ເລກຈັກ NF 100E 8262748 ອອກຊື່ ນາງ ອິນທະວິໄລ ອຸດົມ ບ້ານສີສັງວອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

 7. ລົດຈັກຄິຼກໄອ ສີດໍາ ບໍ່ມີປ້າຍທະບຽນ-ເລກຈັກ JF370E 20186692 ອອກຊື່ ທ້າວ ວຽງທອງ ກິ່ງແກ້ວອຸດົມ ຢູ່ບ້ານໜອງທາໃຕ້ ໜ່ວຍ 30 ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.

8. ລັດຈັກໂຄລາວ ສີຂາວ ບໍ່ມີປ້າຍທະບຽນ-ເລກຈັກ KL100A0566113 ອອກຊື່ ນາງ ຫັດສະດອນ ຢູ່ບ້ານໂຊກອໍານວຍ ເມືອງປາກເຊ ແຂວງຈໍາປາສັກ.

9. ລົດຈັກສະແມັດ ສີຟ້າ-ດໍາ ບໍ່ມີປ້າຍທະບຽນ-ເລກຈັກ BE4DX404529 ອອກຊື່ ທ້າວ ສຸວັນນີ ສີຫຼວງລາດ ຢູ່ບ້ານສົມສະຫງ່າ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ສ່ວນລົດທີ່ຍັງບໍ່ຮູ້ຊື່ ເຈົ້າຂອງລົດລະອຽດ ມີ 4  ຄັນຄື:

1. ລົດຈັກເວບ100 ສີແດງ-ດໍາ ບໍ່ມີປ້າຍທະບຽນ-ເລກຈັກ HA15E 2122352.

 2. ລົດຈັກເວບຈີນ ສີແດງ ບໍ່ມີປ້າຍທະບຽນ-ເລກຈັກ 0500342.

3. ລົດຈັກເວບຈີນ ສີຟ້າ-ດໍາ ບໍ່ມີປ້າຍທະບຽນ-ເລກຈັກ PS68884.

4.ລົດຈັກມິໂອ ສີຂຽວ ບໍ່ມີປ້າຍທະບຽນ-ເລກຈັກ 273172.

5. ລົດເກັງ ຍີ່ຫໍ້ KAI ສີຂາວ ບໍ່ມີປ້າຍທະບຽນ-ເລກຈັກ G4FCH 1047216  ແລະ ເລກຖັງ FLJDGAA2CXH 0504476; ເຊິ່ງຈໍານວນແມ່ນບໍ່ຮູ້ເຈົ້າຂອງລົດ.

ດັ່ງນັ້ນ, ກອງບັນຊາການ ປກສ ເມືອງໄຊທານີ ຈຶ່ງໄດ້ອອກແຈ້ງການຫາພວກກ່ຽວເພື່ອນໍາເອົາເອກະສານທີ່ກ່ຽວຂ້ອງກັບລົດຄັນດັ່ງກ່າວເຂົ້າໄປພົວພັນເອົາລົດນໍາໜ່ວຍງານຄົ້ນຄວ້າສັງລວມພະແນກຕໍາຫຼວດ ປກສ ເມືອງໄຊທານີ ພາຍໃນກໍານົດເວລາ 90 ວັນ ເລີ່ມແຕ່ວັນ 27 ຕຸລາ 2020 ເປັນຕົ້ນໄປຖ້າຫາກກາຍກໍານົດເວລາບໍ່ເຫັນເຂົ້າມາພົວພັນເອົາແມ່ນຈະສະຫຼະສິດ.

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນມີນາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 12
3456789
10111213141516
17181920212223
24252627282930

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້