ເປີດເປັນທາງການ 2 ທັນວາ 2020 ນີ້ ເປີດໃຫ້ຜ່ານຟຮີ ວັນທີ 1-2 ທັນວານີ້.

ທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ມີຄວາມຍາວທັງໝົດ 109,1 ກິໂລແມັດ, ກວ້າງ 23 ແມັດ, ເສັ້ນທາງສອງເລນແລ່ນ ໄປ-ກັບ, ປູດ້ວຍຢາງອັດສະຟານ,ມູນຄ່າການກໍ່ສ້າງ 1,3 ຕື້ໂດລາສະຫະລັດ, ມີອາຍຸສຳປະທານທັງໝົດ 50 ປີ (ລວມໄລຍະກໍ່ສ້າງ 3 ປີເປັນ 53 ປີ), ຕາມແລວທາງມີຈຸດຂຶ້ນລົງ 7 ຈຸດ, ຈຸດເກັບເງິນ 8 ຈຸດ, ມີຂົວ 39 ແຫ່ງ, ມີອຸມົງລອດພູພະຈຳນວນ 1 ແຫ່ງ (ຄວາມຍາວປະມານ 875 ແມັດ).

ໂຄງການນີ້ລົງທືນກໍ່ສ້າງໂດຍກຸ່ມບໍລິສັດ ກໍ່ສ້າງ-ລົງທຶນ ແລະ ຖືຮຸ້ນ ຈຳກັດ ແຂວງຢູນນານ ເຂົ້າມາລົງທຶນໃນຮູບແບບ BOT ໃນນີ້ລັດຖະບານລາວຖືຮຸ້ນ 5% ແລະ ລົງມືກໍ່ສ້າງມາແຕ່ທ້າຍປີ 2018 ແລະ ຄາດວ່າຈະສຳເລັດເປີດນຳໃຊ້ໃນທ້າຍປີ 2020 ນີ້ ຫຼື ເດືອນທັນວາ 2020 ນີ້. ກຽມຕົວໄວ້ເລີຍສຳລັບສາຍ ຄົນມັກທ່ຽວ ແຕ່ຢ່າງໃດກໍ່ຕາມ ຂໍໃຫ້ທຸກຄົນ ຂັບຂີ່ ຕາມກົດລະບຽບທີ່ເພີ່ນກຳໜົດເດີ.

ສ່ວນເລື່ອງລາຄາບໍລິການ ລໍຖ້າແຈ້ງການຢ່າງເປັນທາງການນຳກັນເດີ ໄດ້ຍີນຄ່າວໆວ່າຈະເປີດໃຫ້ທຽວຟຣີວັນທີ1/12/2020 ແລະ ເປີດເປັນທາງການວັນທີ 2/12/2020 ກົງກັບວັນຊາດແຫ່ງ ສປປ ລາວ ຄົບຮອບ 45 ປີ.

.

.

Vientiane Province Tourism Center