ນະຄອນຫຼວງວຽງຈັນ ເລືອກໄດ້ແລ້ວຄະນະບໍລິຫານງານພັກຊຸດໃໝ່ ໃນວາລະກອງປະຊຸມໃຫຍ່ຄັ້ງທີ VII – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ນະຄອນຫຼວງວຽງຈັນ ເລືອກໄດ້ແລ້ວຄະນະບໍລິຫານງານພັກຊຸດໃໝ່ ໃນວາລະກອງປະຊຸມໃຫຍ່ຄັ້ງທີ VII

Published

on

ຜູ້ແທນອົງຄະນະພັກນະຄອນຫຼວງວຽງຈັນ ໃນ ວັນທີ 29 ຕຸລາ 2020 ທີ່ ຫໍປະຊຸມແຫ່ງຊາດ ຜູ້ແທນກອງປະຊຸມໃຫຍ່ ຈຳນວນ 357 ສະຫາຍ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ເຂົ້າໃນການປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກນະຄອນຫຼວງວຽງຈັນຊຸດໃໝ່ ເຊິ່ງມີຜູ້ອອກສະໝັກຮັບເລືອກຕັ້ງ ລວມທັງໝົດ 46 ສະຫາຍ ເລືອກໄດ້ 41 ສະຫາຍ ຍິງ 9 ສະຫາຍ

ເພື່ອເປັນແກນນໍາໃນການສືບຕໍ່ນໍາພາປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກນະຄອນຫຼວງວຽງຈັນ ຄັ້ງທີ VII ວາງອອກ ໃຫ້ປະກົດຜົນເປັນຈິງຄື:

ສະຫາຍ ປອ. ສິນລະວົງ ຄຸດໄພທູນ
2.​ ສະຫາຍ ປອ. ອານຸພາບ ຕຸນາລົມ

ສະຫາຍ ປອ. ອາດສະພັງທອງ ສີພັນດອນ

ສະຫາຍ ພົຈວ. ສີພອນ ຈັນສົມວົງ

ສະຫາຍ ພູຂົງ ບັນນະວົງ

ສະຫາຍ ນາງ ລຳພອຍ ສີອັກຄະຈັນ

ສະຫາຍ ບຸນທາມ ພຸດທະວົງສາ

ສະຫາຍ ປອ. ຊົງເລົາ ຢົງນູ

ສະຫາຍ ວິລະສັກ ນາມມຸນຕີ

ສະຫາຍ ພູວົງ ວົງຄຳຊາວ

ສະຫາຍ ປອ. ໂພຄຳ ໄຊຍະສອນ

ສະຫາຍ ບຸນໜາ ຜາທຸມມະວົງ

ສະຫາຍ ເດດສົງຄາມ ທໍາມະວົງ

ສະຫາຍ ນາງຄໍາໄພ ລັດສະໝີ

ສະຫາຍ ຄຳປະດິດ ເຂັມມານິດ

ສະຫາຍ ຄໍາໝູນ ຕຽງທະລາດ

ສະຫາຍ ຖະໜອມ ທໍາທອງ

ສະຫາຍ ບຸນເພັງ ສີນະວົງພອນ

ສະຫາຍ ປອ. ຫຼ້າສາຍ ນວນທາສິງ

ສະຫາຍ ດາວເພັດ ອາລຸນ

ສະຫາຍ ພັອ. ສຸກພະຈັນ ບຸດດາຄຳ

ສະຫາຍ ວຽງຄໍາ ສີຫາໂຄດ

ສະຫາຍ ພົງສະຫວັນ ສິລິພັນ

ສະຫາຍ ປອ. ນາງ ບົວວອນ ສຸກລາແສງ

ສະຫາຍ ສິລິລາດທົງສິນ ທອງເພັງ

ສະຫາຍ ນາງ ວິໄລວອນ ຈັນທະລາຕີ

ສະຫາຍ ນາງ ວັນມະນີ ພິມມະສານ

ສະຫາຍ ສຸລິວັນ ພົມມະຫາໄຊ

ສະຫາຍ ສົມພອນ ສອນດາລາ

ສະຫາຍ ນາງ ໄຊພອນ ນັນທະພອນ

ສະຫາຍ ແສງສຸວັນ ຈັນທະລຸນນະວົງ

ສະຫາຍ ທະວີໄຊ ເໝົາສົມພູ

ສະຫາຍ ຄໍາສຸກ ແສງມີໄຊ

ສະຫາຍ ນາງ ສຸມາລີ ທໍາມະວົງ

ສະຫາຍ ພູທອນ ແກ້ວດວງມະນີ

ສະຫາຍ ດວງຕາ ສຸລິວົງ

ສະຫາຍ ນາງ ວຽງພອນ ແກ້ວຄູນສີ

ສະຫາຍ ນາງ ຫຼຽນຄໍາ ວິລະພັນ

ສະຫາຍ ສີຄອນ ອ່ອນສີພັນລາ

ສະຫາຍ ຄໍາມາ ແສງມີໄຊ

ສະຫາຍ ບຸນຊົມ ຊົງວິໄລ ເລືອກຕັ້ງຄະນະກໍາມະການປະຈໍາພັກ 13 ສະຫາຍ ຍິງ 01 ສະຫາຍ ດັ່ງນີ້:

ສະຫາຍ ປອ. ສິນລະວົງ ຄຸດໄພທູນ

ສະຫາຍ ປອ. ອານຸພາບ ຕຸນາລົມ

ສະຫາຍ ປອ. ອາດສະພັງທອງ ສີພັນດອນ

ສະຫາຍ ພົຈວ ສີພອນ ຈັນສົມວົງ

ສະຫາຍ ນາງ ລຳພອຍ ສີອັກຄະຈັນ

ສະຫາຍ ປອ. ຊົງເລົາ ຢົງນູ

ສະຫາຍ ວິລະສັກ ນາມມຸນຕີ

ສະຫາຍ ພູວົງ ວົງຄຳຊາວ

ສະຫາຍ ພູຂົງ ບັນນະວົງ

ສະຫາຍ ຖະໜອມ ທໍາທອງ

ສະຫາຍ ບຸນໜາ ຜາທຸມມະວົງ

ສະຫາຍ ເດດສົງຄາມ ທໍາມະວົງ

ສະຫາຍ ພັອ. ສຸກພະຈັນ ບຸດດາຄຳ. ເລືອກເລຂາ ແລະ ຮອງເລຂາຄະນະພັກ

ສະຫາຍ ປອ. ສິນລະວົງ ຄຸດໄພທູນ ເປັນເລຂາຄະນະພັກ.

ສະຫາຍ ປອ. ອານຸພາບ ຕຸນາລົມ ເປັນຮອງເລຂາຄະນະພັກ.

ສະຫາຍ ປອ. ອາດສະພັງທອງ ສີພັນດອນ ເປັນຮອງເລຂາຄະນະພັກ.

ເລືອກຕັ້ງເອົາປະທານກວດກາ ແລະ ຮອງປະທານກວດກາຄະນະພັກ ຄື:

ສະຫາຍ ວິລະສັກ ນາມມຸນຕີ ປະທານກວດກາຄະນະພັກ.

ສະຫາຍ ນາງ ຄໍາໄພ ລັດສະໝີ ຮອງປະທານກວດກາຄະນະພັກ.

ສະຫາຍ ກອງດີ ສຸທໍາມະວົງ ຮອງປະທານກວດກາຄະນະພັກ.

ສະຫາຍ ບຸນສີ ກອງບຸດ ຮອງປະທານກວດກາຄະນະພັກ.

ສະຫາຍ ຈັນສະຫວ່າງ ຫິມມະພັນ ຮອງປະທານກວດກາຄະນະພັກ.

ເລືອກຕັ້ງເອົາຜູ້ແທນສົມບູນ ແລະ ສໍາຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຊິ່ງມີຜູ້ແທນສົມບູນ 33 ສະຫາຍ ຍິງ 7 ສະຫາຍ ຜູ້ແທນສໍາຮອງ 3 ສະຫາຍ ຍິງ 2 ສະຫາຍ.

ໃນຕອນທ້າຍກອງປະຊຸມໃຫຍ່ ໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ.

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນກັນຍາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
30  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້