ຈຳຄຸກ 17 ປີ ອາດີດປະທານາທິບໍດີເກົາຫຼີໃຕ້ຖານສໍ້ລາດບັງຫລວງແລະຮັບສິນບົນ

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 29 ຕຸລາ 2020 ວ່າ ສານສູງເກົາຫຼີໃຕ້ ລົງຄວາມເຫັນວ່າ ຄຳຕັດສິນຂອງສານອຸທອນເມື່ອເດືອນກຸມພາທີ່ຜ່ານມາ ທີ່ຊີ້ວ່າ ອາດີດປະທານາທິບໍດີ ລີ ມີຄວາມຜິດຖານຮັບສິນບົນ ແລະສໍ້ລາດບັງຫລວງ ເປັນຄຳຕັດສິນທີ່ບໍ່ມີຂໍ້ບົກພ່ອງທາງກົດຫມາຍ ຂະນະທີ່ມີລາຍງານວ່າ ອາດີດປະທານາທິບໍດີລີບໍ່ໄດ້ເດີນທາງໄປຮັບຟັງການພິຈາລະນະຄະດີທີ່ສານ ແຕ່ຄາດວ່າຫນ້າຈະອາໄສຢູ່ໃນບ້ານພັກ ຊື່ງມີຕຳຫຼວດໄປເຝົ້າຖ້າການຈັບກຸມແລ້ວ

ທ່ານລີ ມາຢອງ-ບັກ ປະຈຸບັນມີອາຍຸ 78 ປີ ເປັນອາດີດປະທານາທິບໍດີເກົາຫຼີໃຕ້ທີ່ດຳລົງຕຳແຫນ່ງຕັ້ງແຕ່ປີ 2008 – 2013 ໂດຍທ່ານຖືກກ່າວຫາວ່າຮັບສິນບົນ ແລະໃຊ້ອຳນາດໃນຖານະປະທານາທິບໍດີເອື້ອປະໂຫຍດໃຫ້ກັບບໍລິສັດຊິ້ນສ່ວນລົດຍົນ DAS ຊື່ງຕໍ່ມາສືບຊາບວ່າທ່ານເປັນເຈົ້າຂອງບໍລິສັດຕົວຈິງ ແຕ່ໃຫ້ພີ່ນ້ອງບໍລິຫານເປັນຫຸ່ນເຊີດແທນ ຂະນະດຽວກັນຍັງພົບວ່າ ອາດີດປະທານາທິບໍດີຍັກຍອກເງີນຈາກບໍລິສັດ ຂອງຕົວເອງດ້ວຍ DAS

ກ່ອນຫນ້ານີ້ອາດີດປະທານາທິບໍດີລີ ມາຢອງ-ບັກ ເຄີຍຖືກສານຕັດສິນຈຳຄຸກເປັນເວລາ 15 ປີມາແລ້ວ ແຕ່ທ່ານລີຂໍສູ້ຄະດີໃນຂັ້ນອຸທອນ ແລະສານສູງ ຊື່ງໃນທ້າຍທີ່ສຸດສານຕັດສິນໃຈເພີ່ມໂທດຈຳຄຸກ ເພາະພົບການກະທຳຄວາມຜິດເພີ່ມເຕີມ

ທ່ານລີ ມາຢອງ-ບັກ ເປັນປະທານາທິບໍດີເກົາຫຼີໃຕ້ຄົນທີ່ 4 ແລ້ວທີ່ຖືກຕັດສິນຈຳຄຸກຫລັງພົ້ນຕຳແຫນ່ງຜູ້ນຳປະເທດ ຊື່ງສ່ວນໃຫ່ຍການດຳເນີນຄະດີເກີດຂື້ນຫລັງຄູ່ແຂ່ງທາງການເມືອງເຂົ້າມາຮັບຕຳແຫນ່ງປະທານາທິບໍດີເກົາຫຼີໃຕ້ ໂດຍກ່ອນຫນ້ານີ້ມີກໍລະນີຂອງນາງປາກ ກືມ-ເຮ ອາດີດປະທານາທິບໍດີເກົາຫຼີໃຕ້ທີ່ຖືກຕັດສິນຈຳຄຸກ 20 ປີ ໃນຄວາມຜິດຖານທຸຈະລິດ ແລະລຸແກ່ອຳນາດ ຈົນເກີດການປະທ້ວງໃຫ່ຍໃນປະເທດ