ສາວໃຈບຸນຕັ້ງໃຈບໍລິຈາກເລືອດໃຫ້ຫຼານນ້ອຍພ້ອມໃຫ້ເງິນຊ່ວຍຄ່າປິ່ນປົວ.

ທັງງາມແລະ ໃຈບຸນອີກ ສາວ Muay Sanaya Vks ຕັ້ງໃຈຈະບໍລິຈາກເລືອດໃຫ້ລູກເຈນນີ່ ແຕ່ເຄີຍບໍລິຈາກເທື່ອຫນຶ່ງລະເປັນວິນເພາະຮ່າງກາຍໂຕເອງກະພັກຜ່ອນບໍ່ພຽງພໍ ເລີຍຂໍສົມທົບເປັນເງິນສົດໄວ້ຊ່ວຍຄ່າຢາ 500,000ກີບໃນເບື້ອງຕົ້ນ

ເພາະອາການຂອງນ້ອງຍັງຫນ້າເປັນຫ່ວງຫລາຍ ຍັງຢູ່ຫ້ອງມໍລະສຸມເດັກ ສຳຫລັບໃຜມີເລືອດກຮຸບ0 ຊ່ວຍນ້ອງແດ່ເດີ້ ຫລືໃຜບໍ່ສະດວກກໍສາມາດແບ່ງປັ່ນນ້ຳໃຈເລັກໆນ້ອຍໆໄວ້ຊ່ວຍຄ່າຢາ ເພາະຄ່າໃຊ່ຈ່າຍສູງຫລາຍ

ສາມາດໂອນເງິນເຂົ້າບັນຊີຂອງແມ່ນ້ອງເຈນນີ່ໄດ້ເລີຍເດີ້ເຈົ້າ…

ສູ້ໄປນຳກັນເດີ້ທຸກຄົນ ແພດຫມໍກະສູ້ເຕັມທີ່ ຂໍໃຫ້ລູກເຊົາໄວໆ ແຂັງແຮງເດີ້ລູກ ແມ່ຫມວຍກໍຈະສູ້ໄປນຳລູກເຈນນີ່ຄືກັນ… ຜົນກວດຍັງບໍ່ແນ່ນອນ

ຮູ້ແຕ່ເບື້ອງຕົ້ນວ່າເປັນໂລກເລືອດຂັ້ນຮຸນແຮງ…. ເຫັນແລ້ວໃຈຈະຂາດ ນ້ຳຕາໄຫລອອກມາບໍ່ຮູ້ໂຕ ຫົວອົກຂອງຄົນເປັນພໍ່ແມ່… 🥺

.