ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ​ລາວເປັນ​ການ​ຕອບ​ໂຕ້​ຄຳຫຼອກ​ລວງ​ຂອງ​ອາເມຣິກາໄດ້​ດີ​ທີ່​ສຸດ

ວັນ​ທີ 27 ຕຸ​ລາ​ນີ້, ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ໄດ້​ຜ່າ​ນ​ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ​ຕໍ່​ກອງ​ປະ​ຊຸມ​ຄັ້ງ​ທີ 10 ຂອງ​ສະ​ພາ​ແຫ່ງ​ຊາດ​ສະ​ໄໝ​ທີ 8 ວ່າ: ເຖິງວ່າ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ບັນ​ຫາ​ໜີ້​ສິນ ແລະ ໄພ​ນ້ຳ​ຖ້ວມ​ທີ່​ເກີດ​ຂຶ້ນ​ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້, ແຕ່​ການ​ກໍ່​ສ້າງ​ໂຄງ​ການ​ໃຫຍ່​ຕ່າງໆ ເຊັ່ນ:

ທາງ​ລົດ​ໄຟ​ລາວ-ຈີນ, ທາງ​ດ່ວນ​ວຽງ​ຈັນ-ວັງ​ວຽງ​ເປັນ​ຕົ້ນ ໄດ້​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແຫ່ງ​ຊາດ​ລາວ, ລັດ​ຖະ​ບານ​ມີ​ຄວາມ​ເຫັນ​ໄປ​ໃນ​ແງ່​ດີ​ຕໍ່​ການ​ຟື້ນ​ຄືນ​ຂອງ​ເສດ​ຖະ​ກິດ ແລະ ຈະ​ຮັກ​ສາຄາດ​ໝາຍ​​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໃນ​ປີ​ນີ້ບໍ່​ມີ​ການ​ປ່ຽນ​ແປງ ຄື 3,3%.

ສ່ວນ​ໃນ​ວັນ​ທີ 19 ຕຸ​ລາ​ນີ້, ໃນ​ເວ​ລາ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ແລະ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ທາງ​ອິນ​ເຕີ​ເນັດ​ຂອງ “ຂໍ້​ລິ​ເລີ່ມ 3 ທະ​ເລ”, ທ່ານ​ໄມ ພົມ​ເພວ​ໄດ້ໃສ່​ຮ້າຍ​ປ້າຍ​ສີ​ວ່າ: “ສັນ​ຍາ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ຈີນ​ໄດ້​ເປັນ​ໄພອັນ​ຕະ​ລາຍ​ຕໍ່​ຫຼາຍ​ປະ​ເທດ, ເຊັ່ນ ລາວ, ມົງ​ເຕ​ເນ​ໂກ​ລ ແລະ ປາ​ກິດ​ສະ​ຖານ.”

ສ່ວນ​ທາງ​ລົດ​ໄຟ​ລາວ-ຈີນ ແລະ ທາງ​ດ່ວນ​ວຽງ​ຈັນ-ວັງ​ວຽງ, ກໍ​ແມ່ນ​ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງ​ທີ່​ຈີນ​ ແລະ ລາວ​ຮ່ວມ​ມື​ກັນ​ກໍ່​ສ້າງ. ທ່ານ​ທອງ​ລຸນ ສີ​ສຸ​ລິດ​ໄດ້​ຕີ​ລາ​ຄາ​ຢ່າງ​ສູງ​ຕໍ່​ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງ​ທີ່​ຈີນ​ແລະ​ລາວ​ຮ່ວມ​ກັນ​ກໍ່​ສ້າງ​ໃນ​ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ​ໃນ​ປີ​ນີ້, ​ນີ້ກໍ​ເປັນ​ການ​ຕອບ​ໂຕ້​ທີ່​ດີ​ຕໍ່​ຖ້ອຍ​ຄຳຫຼອກ​ລວງ​ຂອງ​ທ່ານ​ໄມ ພົມ​ເພວ.

​ປະ​ເທດລາວ​ຍັງ​ມີ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ​ໃນ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄ​ງ​ລ່າງ, ຍັງ​ຕ້ອງ​ການ​ສ້າງ​ທາງຫຼວງ, ທາງ​ລົດ​ໄຟ, ຂົວ, ສະ​ໜາມ​ບິນ​ເປັນ​ຈຳ​ນວນຫຼວງຫຼາຍ. ຖ້າ​ທ່ານ​ໄມ ພົມ​ເພວ​ເອົາ​ໃຈ​ໃສ່​ຕໍ່​ການ​ພັດ​ທະ​ນາ​ຂອງ​ລາ​ວ​ຢ່າງ​ແທ້​ຈິງ, ກໍ​ຄວນ​ສ້າງ​ທາງຫຼວງ, ສະ​ໜາມ​ບິນ ແລະ ພື້ນ​ຖານ​ໂຄງ​ລ່າງ​ອື່ນໆ​ໃຫ້​ແກ່​ລາວ, ຫາກ​ບໍ່​ແມ່ນ​ໃສ່​ຮ້າຍ​ປ້າຍ​ສີ​ໂຄງ​ການ​ຮ່ວມ​ມື​ລະ​ຫວ່າງ​ລາວ​ກັບ​ປະ​ເທດ​ອື່ນ.