ຜົນການສໍາຫຼວດ ແຮງງານລາວທີ່ກັບຄືນປະເທດ 50% ແມ່ນບໍ່ມີແຜນ ທີ່ຈະກັບຄືນໄປເຮັດວຽກ

ຜົນການສຶກສາສໍາຫຼວດ ແຮງງານລາວທີ່ກັບຄືນປະເທດ ໃນໄລຍະ ການແຜ່ລະບາດຂອງເຊື້ອໂຄວິດ-19 ຂອງອົງການຈັດຕັ້ງສາກົນ ເພື່ອການຍ້າຍຖິ່ນຖານ IOM ຢູ່ ສປປ ລາວລະຫວ່າງເດືອນ ມິຖຸນາ ເຖິງເດືອນ ກັນຍາ 2020 ຊີ້ໃຫ້ຮູ້ວ່າແຮງງານລາວ 50% ທີ່ກັບຄືນມາລາວ ແມ່ນບໍ່ມີແຜນ ທີ່ຈະກັບຄືນໄປເຮັດວຽກ ຢູ່ປະເທດປາຍທາງ ຫຼື ຍັງ

ບໍ່ແນ່ໃຈ ກ່ຽວກັບອະນາຄົດຂອງພວກເຂົາເຈົ້າ ! ການສຶກສາ ຍັງຊີ້ໃຫ້ຮູ້ຕື່ມອີກວ່າ ປະມານ 36% ຂອງແຮງງານທີ່ກັບມາລາວ ມີຄວາມຕ້ອງການ ຍົກລະດັບ ສີມືແຮງງານຂອງພວກເຂົາເຈົ້າ ເພື່ອໂອກາດ ໃນການເຮັດວຽກ ທີ່ດີຂຶ້ນກ່ວາເກົ່າ.