ວອນພໍ່ແມ່ປະຊາຊົນຜູ້ໃຈບຸນຊ່ວຍເຫຼືອ ທ້າວ ປໍແກ້ວ ອາສາໜ່ວຍກູ້ໄພ ແຂວງຈຳປາສັກດ້ວຍ.

ຂໍຄວາມຊ່ວຍເຫລືອນຳພໍ່ແມ່ປະຊາຊົນຜູ້ໃຈບຸນ ຕອນນີ້ທາງອາສາໜ່ວຍກູ້ໄພແຂວງຈຳປາສັກຂອງພວກເຮົາ ຊື່ ທ້າວ ປໍແກ້ວ ແກ້ວກຸນດາວົງ ອາຍຸ20 ບ້ານ ດອນແດງ ເມືອງປະທຸມພອນ ແຂວງ ຈຳປາສັກ ປັດຈຸນບັນ ແມ່ນສຶກສາຢູ່ ມະຫາວິທະຍາໄລ ແຂວງ ຈຳປາສັກ ປີ3 ຄະນະ ກະເສດສາດ-ປ່າໄມ້ ແລະໄດ້ເປັນອາສາປະຈຳຢູ່ຈຸດຫົວແຊ ເພິ່ນໄດ້ເປັນພະຍາດໝາກໄຂ່ຫລັງ

ເຊິ່ງໝໍບອກວ່າຈະຕ້ອງໄດ້ຟອກໄຂ່ຫລັງ ອາທິດລະ2ເທື່ອ ແຕ່ລະເທື່ອຕ້ອງໄດ້ໃສ່ເລືອດຈຳນວນ1ຖົງ ກຸບ (A) ຕອນນີ້ແມ່ນນອນຮັກສາຢູ່ໂຮງໝໍແຂວງຈຳປາສັກ ເຊິ່ງໃນການຮັກສາ ການຟອກໄຂ່ຫລັງແຕ່ລະເທື່ອ ແມ່ນມີຄ່າໃຊ້ຈ່າຍຫລາຍ

ທາງຄອບຄົວເອງກໍຂາດເຂີນເລື່ອງການເງິນ ພວກເຮົາຂໍຄວາມຊ່ວຍເຫລືອນຳພໍ່ແມ່ປະຊາຊົນ ຜູ້ທີ່ໃຈບຸນຕ້ອງການຊ່ວຍເຫລືອອາສາຂອງພວກເຮົາ ຜູ້ລະເລັກລະນ້ອຍ ເພື່ອເປັນກຳລັງໃຈໃຫ້ແກ່ອາສາຂອງພວກເຮົາ

.

ເລກບັນຊີ 040120001581205001

ຊື່ບັນຊີ. PORKEO KEOKOUNLAVONG MR

ເບີໂທຕິດຕໍ່ 0304912875