ໄກ່ຕີເຕະນາຍຕຳຫຼວດຟີລິບປິນດັບສະຫລົດ

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ່ 27 ຕຸລາ 2020 ວ່າ ການຕີໄກ່ເປັນຫນື່ງໃນກິລາສຸດໂຫດຍອດນິຍົມໃນຟີລິບປິນ ແລະມີການວາງເງີນເດີມພັນຜົນແພ້ຊະນະ ໄກ່ຕີສ່ວນໃຫ່ຍຈະຕາຍໃນລະຫວ່າງຫລືຫລັງການຕີ ເນື່ອງຈາກຮູບແບບຂອງຊາວຟີລິບປິນຈະມີການນຳໃບມີດແຖຄົມ ມັດຕິດກັບຫນ້າແຄ່ງຂອງໄກ່ທຸກໂຕ

ການຕີໄກ່ ລວມທັງກິລາ ແລະກິດຈະກຳທາງວັດທະນະທຳອື່ນໆ ຖືກທາງການຟີລິບປິນຫ້າມຈັດ ໃນຊ່ວງທີ່ກຳລັງເກີດການລະບາດຂອງໄວຣັດໂຄວິດ-19 ໃນປະເທດ ເພື່ອປ້ອງກັນປະຊາຊົນລວມກຸ່ມຂະຫນາດໃຫ່ຍ ຊື່ງສ່ຽງຕໍ່ການແຜ່ເຊື້ອພະຍາດ ເຫດການສະຫຍອງເກີດຂື້ນເມື່ອວັນຈັນ (26 ຕຸລາ) ເກີດຂື້ນທີ່ເມືອງຊານໂຮເຊ ແຂວງສີລາກັງຊາມາຣ ທາງພາກກາງ ເມື່ອຮ້ອຍໂທ ຄຣິສຕຽນ ໂບລ໊ອຄ ນຳກຳລັງຕຳຫຼວດເຂົ້າຈັບກຸມການມົ້ວສຸມຫລີ້ນການພະນັນຕີໄກ່ ແລະສາມາດຈັບກຸມຜູ້ຕ້ອງສົງໄສໄດ້ 3 ຄົນ ພ້ອມຂອງກາງໄກ່ຕີ 2 ໂຕ ແຕ່ໃນຂະນະທີ່ຮ້ອຍໂທໂບລ໊ອຄອູ້ມໄກ່ຂອງກາງໂຕຫນື່ງ ໄກ່ສະບັດຂາ ໃບມີດແຖປາດເຂົ້າທີ່ໂຄນຂາຊ້າຍ ເລືອດໄຫລບໍ່ຢຸດ ແມ່ນວ່າຈະນຳໂຕສົ່ງໂຮງຫມໍທ້ອງຖິ່ນໃນເວລາອັນວ່ອງໄວ ແຕ່ທ່ານໂບລ໊ອຄເສຍຊີວິດລົງໃນເວລາບໍ່ດົນ ຈາກການເສຍເລືອດຫລາຍ

ພົນເອກ ອາຣເນລ ອາປັດ ຜູ້ບັນຊາການຕຳຫຼວດແຂວງສີລາກັງ ຊາມາຣ ກ່າວວ່າ ເປັນເຫດການທີ່ບໍ່ຫນ້າເຊື່ອ ແລະເຄາະຮ້າຍທີ່ບໍ່ອາດອະທິບາຍໄດ້ ນັບເປັນຄັ້ງແລກຕະຫຼອດ 25 ປີໃນອາຊີບຕຳຫຼວດຂອງຕົນ ທີ່ຕ້ອງສູນເສຍຕຳຫຼວດໃນສັງກັດ ຈາກຝືມືຂອງໄກ່ຕີ