ຫນຸ່ມຂໍຈັດໜັກກັບເມຍບໍ່ໄດ້ໃຈຮ້າຍຈູດໄຟເຜົາເຮືອນ

ສື່ໄທລາຍງານເມື່ອວັນທີ່ 26 ຕຸລາ 2020 ທ່ານພັນໂທ ນິຕິພົງ ຄຣີທາເລີດ ນຳໂຕທ້າວຕີ໋ ອາຍຸ 33 ປີ ຊາວບ້ານສະຕຶກ ແຂວງບຸລີລຳ ປະເທດໄທມາສອບສວນ ຫລັງເວລາ 22:30 ໂມງ ວັນທີ່ 25 ຕຸລາ ທີ່ຜ່ານມາໄດ້ກໍ່ເຫດໃຊ້ເຕົາແກ໊ດປິກນິກ ເຜົາເຮືອນເມຍຕົວເອງຈົນໄຫມ້ທັງຫລັງ ເນື່ອງຈາກບໍ່ພໍໃຈທີ່ຕັ້ງໃຈຂັບລົດຈັກໄປຫາພັນລະຍາຢູ່ບ້ານ ໄລຍະທາງ 20 ກິໂລ ໃສ່ຜ້າຂົນຫນູມາຜືນດຽວ

ຕັ້ງໃຈຈະໄປຂໍມີເຊັກກັບພັນລະຍາ ແລະຈະຈັດຫນັກຫລາຍທ່າພ້ອມຖ່າຍຄລິບ ພັນລະຍາຈື່ງຕັດສິນໃຈພາລູກຫນີອອກຈາກເຮືອນ ເພາະຜົວຢູ່ໃນອາການເມົາຢາເສບຕິດ ຢ້ານວ່າຈະໄດ້ຮັບອັນຕະລາຍ ກ່ອນທ້າວຕີ໋ຈະລົງມືເຜົາເຮືອນດ້ວຍຄວາມເມົາ ພ້ອມຫ້າມຊາວບ້ານເຂົ້າມາຊ່ວຍດັບໄຟ

ຈາກການສອບສວນຂອງຕຳຫຼວດເປັນໄປດ້ວຍຄວາມລຳບາກ ເນື່ອງຈາກທ້າວຕີ໋ຍັງມີອາການເມົາ ເພາະເສບຢາບ້າມາ 2 ເມັດ ໂວຍວາຍຕະຫຼອດເວລາ ພ້ອມໃຫ້ການກັບຕຳຫຼວດດ້ວຍຄວາມເມົາວ່າ ໄດ້ເຜົາເຮືອນຂອງພັນລະຍາແທ້ ເພາະຢາກເບີ່ງ ອະໄວຍະວະເພດຂອງເມຍ ເນື່ອງຈາກບໍ່ໄດ້ເຫັນມາດົນກວ່າ 10 ປີ ແຕ່ພັນລະຍາບໍ່ຍອມ ແລະຫນີອອກຈາກບ້ານ ຈື່ງຕັດສິນໃຈໃຊ້ເຕົາແກ໊ດປິກນິກ ເຜົາເຮືອນເພື່ອຄວາມສະໃຈ ແລ້ວຂັບລົດຫນີໄປທີ່ບ້ານ ກ່ອນຈະມາຖືກຈັບດັງກ່າວ ເບື້ອງຕົ້ນຕຳຫຼວດຕັ້ງຂໍ້ຫາວາງເພີງເຜົາຊັບ ແລະເສບຢາເສບຕິດ

ດ້ານພັນລະຍາ ກ່າວວ່າ ສາມີມັກເສບຢາບ້າ ເຄີຍເອົາໂຕໄປບຳບັດແລ້ວ ອອກມາກໍ່ເສບຄືເກົ່າ ສາເຫດທີ່ຢູ່ຄົນລະບ້ານເພາະສາມີໄປຂູດຢາງທີ່ບ້ານພໍ່ ໄປໆ ມາໆ ສາມີເຄີຍກໍ່ເຫດເຜົາເຮືອນຂອງພໍ່ໂຕເອງມາແລ້ວ ເພາະເມົາຢາບ້າ ຄັ້ງນີ້ຂໍແຈ້ງຄວາມດຳເນີນຄະດີ ເພາະບໍ່ຍາກຈະໃຫ້ເກີດຂື້ນອີກ