ຂ່າວດ່ວນ! ເຫດໄຟໄໝ້ ຮ້ານຂາຍເຄື່ອງກໍ່ສ້າງ ທີ່ບ້ານໂພນຕ້ອງສະຫວາດ ເສຍຫາຍໜັກ

ນະຄອນຫຼວງວຽງຈັນ: ລາຍງານຈາກ ປະຊາຊົນ ໃຫ້ຮູ້ວ່າເວລາປະມານ 12:20 ວັນທີ 18 ພຶດສະພາ 2020 ໄດ້ເກີດເຫດໄຟໄໝ້ ເຮືອນ ທີ່ເປັນ ທັງຮ້ານ ຂາຍເຄື່ອງ ທີ່ເຂດ ບ້ານໂພນຕ້ອງສະຫວາດ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.

ໄຟໄດ້ລຸກໄໝ້ຮູນແຮງ ເຮັດໃຫ້ເກີດຄວາມເສຍຫາຍ ດ້ານໃນຂອງ ຕຶກ, ເຊິ່ງຕຶກດັ່ງກ່າວ ເປັນຕຶກຫ້ອງແຖວ ສາມຊັ້ນ. ຄວາມເສຍຫາຍ ແລະ ສາເຫດ ທາງເຈົ້າໜ້າທີ່ ຈະແຈ້ງໃຫ້ຊາບຕື່ມ. ເຊິ່ງໃນເວລາປະມານ 12:50 ທາງໜ່ວຍດັບເພີງ ແລະ ກູ້ໄພ ແມ່ນສາມາດເຂົ້າມາຄວບຄຸມໄຟໄດ້ແລ້ວ.

ຄລິບໄລ້ສົດຕອນໄຟໄໝ້ – ຄລິບ 1

ຄລິບໄລ້ສົດຕອນໄຟໄໝ້ – ຄລິບ 2

ຄລິບໄລ້ສົດຕອນໄຟໄໝ້ – ຄລິບ 3

ຄລິບໄລ້ສົດຕອນໄຟໄໝ້ – ຄລິບ 4

ຂໍໃຫ້ທຸກຄົນລະວັງ ແລະ ມີສະຕິລະວັງຕົວ ປ້ອງກັນອັກຄີໄພ