ໝາກ​ເຂົ້າ ໃຜ​ເຄີຍ​ກີນ​ແນ່ ເປັນໝາກໄມ້ມະຫັດສະຈັນຊັ້ນຍອດ ​ຕ້ານ​ມະເຮັງ, HIV ຢ້ານ ຮີບໄປຫາມາກິນ​ເລີຍ

ຄົນໃນສະໃໝ່ກ່ອນນຳໝາກເຂົ້າອ່ອນສີຂຽວມາເປັນອາຫານ ເນື່ອງຈາກລົດຊາດຊີ້ນໝາກເຂົ້າ ຄືໝາກຫຸ່ງ ວິທີການນຳມາຮັບປະທານໂດຍການນຳມາລວກຫຼືຕົ້ມໃຫ້ສຸກ ຈ້ຳກິນກັບແຈ່ວຫຼືແກງສ່ວນຍອດອ່ອນໃບອ່ອນນຳມາເປັນຜັກໄດ້ ໂດຍການນື່ງຫຼືລວກ ເຊັ່ນດຽວກັນ ໃນປະຈຸບັນ ຈາກການວິໄຈຫຼາຍແຫຼ່ງ ພິສູດແລ້ວວ່າ ມີສານທີ່ມີປະໂຫຍດທີ່ຫຼາກຫຼາຍ ການບໍລິໂພກເຍື່ອຫຸ່ມແລະແກ່ນໝາກສຸກຫຼາຍກ່ວາການບໍລິໂພກໝາກອ່ອນ ເພາະເຍື່ອຫຸ່ມແລະແກ່ນມີສານທີ່ມີປະໂຫຍດຫຼາຍຢ່າງເຊັ່ນ:

ສານຕານອະນຸມູນອິດສະຫຼະສູງ,ຊ່ວຍເສີມພູມຄຸ້ມກັນໃຫ້ກັບຮ່າງກາຍ ມີສ່ວນຫຼຸດຄວາມສ່ຽງໃນການເກິດໂລກພະຍາດຫຼອດເລືອດຫົວໃຈ,ມະເຮັງຕ່ອມລູກໝາກ,ປອດແລະກະເພາະອາຫານ ອື່ນໆ

ສັບພະຄຸນຂອງໝາກເຂົ້າ

1 ເປັນສານຕ້ານອະນຸມູນແິດສະຫຼະທີ່ດີ : ເພາະໃນໝາກເຂົ້າອຸດົມໄປດ້ວຍສານສຳຄັນທີ່ມີຊື້ວ່າ ເບຕ້າແຄໂລທີນ ທີ່ຫຼາຍກ່ວາແຄຮໍຣີ 20 ເທົ້າ ຊີແຊນທີນ ຫຼາຍກ່ວາສາລີ 40 ເທົ້າ ແລະ ມີວິຕາມິນ ຊີ ສູງກວ່າສົ້ມ 40 ເທົ້າເຊີ່ີງສານຕ້ານອະນຸມູນອິດສະຫຼະທີ່ຊ່ວຍປ້ອງກັນການເກີດໂລກຫົວໃຈ ໂລກພະຍາດມະເຮັງຕ່າງໆ ສ້າງພູມຄຸ້ມກັນໃຫ້ກັບຮ່າງກາຍແລະບຳລຸງຜີວພັນໃຫ້ຜ່ອງໃສສວຍງາມ

2 ໂດດເດັ່ນທີ່ສານໄລໂຄປີນ : ເປັນສານຕ້ານອະນຸມູນອິດສະຫຼະອີກຊະນິດໜື່ງ ເຊີ່ງ ໝາກເຂົ້າມີປະລິມານສູງກວ່າໝາກເຂຶອເຖິງ 70 ເທົ້າ ມີສັບພະຄຸນຊ່ວຍຫຼຸດຄວາມສ່ຽງໂລກຫຼອດເລືອດ ແລະຊະລໍຄວາມເສື່ອມຂອງຮ່າງກາຍເຮັດໃຫ້ລະບົບໄຫຼວຽນຂອງເລືອດມີປະສິດທິພາບ

3 ປຸງເປັນຢາບຳລຸງໂລກ: ສ່ວນອື້ນໆຂອງຕົ້ນໝາກເຂົ້າສາມາດນຳໄປໃຊ້ເປັນຢາຕາມຕຳລັບແພດຕາເວັນອອກໄດ້ອີກດ້ວຍບໍ່ວ່າຈະເປັນສ່ວນໃບ,ແກ່ນ,ຍອດແລະຮາກ ເພື່ອໃຊ້ໃນການຖອນພິດ ຫຼຸດໄຂ້ແລະຮັກສາໂລກບາງຊະນິດ

.

4 ປ້ອງກັນໂລກພະຍາດມະເຮັງ : ເນື້ອງຈາກໃນໝາກເຂົ້ານັ້ນອຸດົມໄປດ້ວຍສານຕ້ານອະນຸມູນອິດສະຫຼະທີ່ຫຼວງຫຼາຍຈີ່ງສາມາດຊ່ວຍປ້ອງກັນການເກີດໂລກມະເຮັງໄດ້ຢ່າງມີປະສິດທິພາບດີຢ່ຽມ

ເຊີ່ງມີການສຶກສາຄົ້ນຄົ້ວາໃນປະເທດຈີນແລ້ວພົບວ່າ:ໝາກເຂົ້າສາມາດຊ່ວຍເພີ່ມປະສິດທິພາບໃນການເຮັດວຽກຂອງເຊວຕັບແລະຫຼຸດຄວາມສ່ຽງຕໍ່ການເກີດໂລກມະເຮັງຕັບໄດ້ດີອີກດ້ວຍ

5 ຢັບຢັ້ງເຊື້ອ HIV : ຈາກຜົນວິໃຈຂອງມະຫາວິທະຍາໄລມະຫິດົນພົບວ່າ ໂປຼຕິນຈາກໝາກເຂົ້າມີລິດຢັບຢັ້ງການຈະເລີນເຕີບໂຕຂອງເຊື້ອ HIV ແລະໄດ້ຮັບການຈົດສິດທິບັດເປັນທີ່ຮຽບຮ້ອຍແລ້ວ.