ແຈ້ງເຕືອນໄພ ພາຍຸໃຕ້ຝຸ່ນ ໂມລາເວ ແຕ່ໄລຍະວັນທີ 28-29 ຕຸລາ 2020 – ສື່ລາວ.ຄອມ
Connect with us

ສະພາບອາກາດ

ແຈ້ງເຕືອນໄພ ພາຍຸໃຕ້ຝຸ່ນ ໂມລາເວ ແຕ່ໄລຍະວັນທີ 28-29 ຕຸລາ 2020

Published

on

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງເຕືອນປະຊາຊົນທີ່ອາໄສຢູ່ແຂວງ ພາກກາງ ແລະ ພາກໃຕ້ ເຊັ່ນ: ແຂວງ ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື ໃຫ້ມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ

ພາຍຸໃຕ້ຝຸ່ນ ໂມລາເວ (TY MOLAVE) ຫົວທີ່ 18 ປະຈຳປີ 2020 ໃນເຂດດ້ານຕາເວັນຕົກຂອງມະຫາສະຫມຸດປາຊີຟິກຕອນເຫນືອ. ຊື່ງໃນເວລາ 10 ໂມງ 45 ນາທີ ຂອງວັນທີ 26 ຕຸລາ 2020 ມີຈຸດສູນກາງຢູ່ເສັ້ນຂະຫນານທີ່ 13.3 ອົງສາເຫນືອ ແລະ ເສັ້ນແວງທີ່ 119.5 ອົງສາຕາເວັນອອກ ພວມເຄື່ອນທີ່ມາທາງທິດຕາເວັນຕົກ ດ້ວຍຄວາມໄວ 25 ກິໂລແມັດຕໍ່ຊົ່ວໂມງ ແລະ ຄວາມໄວສູງສຸດຢູ່ໃກ້ຈຸດສູນກາງຂອງພາຍຸ ແມ່ນ 126 ກິໂລແມັດຕໍ່ຊົ່ວໂມງ

ຄາດຄະເນວ່າ ພາຍຸຫົວນີ້ ຈະເຄື່ອນຂື້ນຝັ່ງທາງພາກກາງຂອງ ສສ ຫວຽດນາມ ໃນຕອນເຊົ້າຂອງວັນທີ 28 ຕຸລາ 2020 ແລະຈະສືບຕໍ່ເຄື່ອນທີ່ຜ່ານ ແຂວງເຊກອງ ແລະ ສາລະວັນ ໃນຕອນຄ່ຳຂອງວັນທີ່ 28ຫາຕອນເຊົ້າວັນທີ່ 29 ຕຸລາ 2020 ນີ້. ຊື່ງເປັນຫົວທີ່ 6 ທີ່ເຄື່ອນທີ່ຜ່ານ ສປປ ລາວ ປະຈຳປີນີ້.

ຈາກນັ້ນຈະອ່ອນກໍາລັງລົງເປັນພາຍຸດີເປຼ່ຊັນແລະຍ່ອມຄວາມກົດດັນອາກາດຕ່ຳ ເຄື່ອນທີ່ຜ່ານປະເທດໄທ ຕາມລຳດັບ. ຊື່ງຈະເຮັດໃຫ້ມີຝົນຕົກຫນັກ ຫາ ໜັກຫລາຍ ພ້ອມມີລົມພັດແຮງຢູ່ບັນດາແຂວງພາກກາງແລະພາກໃຕ້ ໃນໄລຍະວັນທີ່ 28 ຫາ 29 ຕຸລາ 2020 ນີ້.

ດັ່ງນັ້ນ, ຈື່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທ້ອງຖິ່ນ ທຸກພາກສ່ວນທີ່ອາໃສຢູ່ແຂວງ ພາກກາງ ແລະ ພາກໃຕ້ເຊັ່ນ: ແຂວງບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ,ສາລະວັນ,ເຊກອງ,ຈຳປາສັກ ແລະ ອັດຕະປື ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຫນັກແລະລົມພັດແຮງ ທີ່ຈະເຮັດໃຫ້ລະດັບນ້ຳສາຂາ ສືບຕໍ່ສູງຂື້ນຕື່ມອີກ ແລະ ຈະເຮັດໃຫ້ມີນ້ຳຖ້ວມຊຸ, ນ້ຳຖ້ວມອັ່ງ, ຕົ້ນໄມ້ຫັກລົ້ມ ແລະ ເຮືອນຊານເປ່ເພ, ພ້ອມນີ້ໃຫ້ກະກຽມຍົກຍ້າຍວັດຖຸສິ່ງຂອງ ແລະ ສັດລ້ຽງໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມການແຈ້ງເຕືອນໄພຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

Continue Reading

ສະພາບອາກາດ

ອຸຕຸແຈ້ງເຕືອນ! ທຸກພາກ ກຽມຮັບມີຶອາກາດເຢັນ ຫາ ໜາວເຢັນ ອຸນຫະພູມຕ່ຳສຸດ 1-3 ອົງສາ

Published

on

ມວນອາກາດເຢັນຈາກປະເທດຈີນ ຈະແພ່ລົງມາປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ ໃນໄລຍະວັນທີ 17-23 ຕຸລາ 2022


ສະພາບອາກາດ ໃນໄລຍະວັນທີ 17-23 ຕຸລາ 2022 ມວນອາກາດເຢັນຈາກປະເທດຈີນ ຈະແພ່ລົງມາປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ ດ້ວຍກໍາລັງປານກາງ ຫາ ແຮງ ສົມທົບກັບກະແສລົມ ຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່

ຊຶ່ງຈະ ເຮັດໃຫ້ອຸນຫະພູມອາກາດເຢັນ ຫາ ໜາວເຢັນລົງໃນຕອນກາງຄືນ ຫາ ຕອນເຊົ້າ 1-3 ອົງສາ ຢູ່ເຂດພາກເໜືອ, ແຂວງໄຊສົມບູນ ແລະ ເຂດ ພູພຽງບໍລະເວນ ປາກຊ່ອງ ພ້ອມຈະມີໝອກໜາປົກຫຸ້ມຢູ່ທົ່ວໄປ.


ສໍາລັບພາຍຸເຂດຮ້ອນ ເນສາດ (NESAT) ຫົວທີ 20 ທີ່ກໍາລັງເຄື່ອນທີ່ ມາທາງທະເລຈີນໃຕ້ ແລະ ຄາດວ່າພາຍຸຫົວນີ້ຈະເຄື່ອນທີ່ຜ່ານທາງພາກໃຕ້ ຂອງເກາະໄຮໜານ ແລະ ຈະເຄື່ອນທີ່ເຂົ້າໃກ້ຝັ່ງເຂດພາກເໜືອຂອງ ປະເທດຫວຽດນາມ ໃນວັນທີ 19-21 ຕຸລາ 2022 ນີ້,

ຈາກນັ້ນກໍຈະອ່ອນ ກໍາລັງລົງຕາມລໍາດັບກາຍເປັນພາຍຸດີເປຊັນ ຊຶ່ງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລືອມໃນລະດັບຄ່ອຍຢູ່ບາງບໍລິເວນໃນແຕ່ລະພາກ ແລະ ຕົກປານ ກາງ ຫາ ຕົກໜັກ

ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.

Continue Reading

ສະພາບອາກາດ

ແຈ້ງເຕືອນຝົນຕົກຫນັກ ໃນວັນທີ 13 ຫາ 15 ຕຸລາ 2022

Published

on

ຍ່ອມຄວາມກົດດັນອາກາດຕໍ່າທີ່ປົກຄຸມຢູ່ເຂດທະເລຈີນໃຕ້ຕອນກາງແມ່ນຈະມີທ່າອ່ຽງເພີ້ມກໍາລັງແຮງຂື້ນ ກາຍເປັນພາຍຸດີເປູຊັ້ນໃນຕອນຄ່ໍາຂອງວັນທີ 13 ຕຸລາ 2012 ແລະ ຈະເຄື່ອນທີ່ຜ່ານພາກກາງຂອງປະເທດຫວຽດນາມ

ຈາກນັ້ນຈະອ່ອນກໍາລັງລົງເປັນຍ່ອມຄວາມກົດດັນອາກາດຕໍ່ປົກຄຸມເຂດພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ ໃນໄລຍະວັນທີ 14 ຕຸລາ 2022 ນີ້, ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບປານກາງ ແລະ ຕົກ ຫນັກຢູ່ບາງທ້ອງຖິ່ນແຂວງ ພາກກາງ ແລະ ພາກໃຕ້ ໃນໄລຍະ ວັນທີ 13 ຫາ 15 ຕຸລາ 2022 ນີ້.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖີງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ແຂວງ ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ, ສາລະວັນ, ປາກເຊ, ອັດຕະປື ແລະ ເຊກອງ ຈົ່ງມີສະຕິລະມັດລະ ວັງຕໍ່ສະພາບຝົນຕົກຫນັກ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີນ້ໍາຖ້ວມອັ່ງ ແລະ ນ້ໍາຖ້ວມຊູ ເກີດຂື້ນໃນໄລຍະ 1 – 3 ວັນຕໍ່ຫນ້ານີ້.

Continue Reading

ສະພາບອາກາດ

ເຕືອນໄພ ກຽມໂຕກຽມໃຈ ຮັບມືພາຍຸຄັ້ງໃໝ່ໂນຣູຈະເຂົ້າປະເທດລາວ

Published

on

ແຈ້ງເຕືອນ ພາຍຸດີເປຼຊັ້ນ ໃນວັນທີ 25 ຫາ 28 ກັນຍາ 2022

ໃນຕອນເຊົ້າຂອງວັນທີ 23 ກັນຍາ 2022 ພາຍຸດີເປຼຊັ້ນ ໄດ້ກໍ່ໂຕຢູ່ເຂດມະຫາສະມຸດປາຊີຟິກ ຊຶ່ງໃກ້. ພາກເຫນືອດ້ານຕາເວັນອອກຂອງປະເທດຟິລິບປິນ ແລະ ມີທ່າອ່ຽງເພີ່ມກໍາລັງແຮງຂື້ນກາຍເປັນພາຍຸຫມຸນເຂດຮ້ອນ ໂນລູ (Noru) ຫົວທີ່ 16 ໃນໄລຍະວັນທີ 24 ກັນຍາ 2022 ນີ້,

ຄາດວ່າພາຍຸຫົວນີ້ຈະເຄື່ອນທີ່ຜ່ານພາກເຫນືອຂອງ ປະເທດຟິລິບປິນ ໃນວັນທີ 25 ກັນຍາ 2022 ຈາກນັ້ນຈະເຄື່ອນທີ່ຂຶ້ນຝັ່ງປະເທດຫຽວດນາມ ໃນວັນທີ 26 ກັນຍາ 2022 ແລະ ສືບຕໍ່ຜ່ານພາກກາງ ຫາ ພາກເຫນືອ ຂອງປະເທດລາວ ໃນວັນທີ 27 ຫາ 28 ກັນຍາ 2022 ນີ້, ຊື່ງຈະ ເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກຫນັກ ຫາ ຫນັກ ຫຼາຍ,

ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນໃນເຂດພາກເຫນືອ ແລະ ພາກກາງ ເຊັ່ນ: ແຂວງ ຜົ້ງສາລີ, ຫົວພັນ, ຊຽງ ຂວາງ, ຫຼວງນ້ໍາທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ວຽງຈັນ, ບໍ່ ລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ.

ຈື່ງແຈ້ງເຕືອນເຖີງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາ ເຂດແຂວງດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຫນັກ, ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນ້ໍາຖ້ວມອັ່ງ ແລະ ນ້ໍາຖ້ວມ, ພ້ອມທັງກະກຽມເກັບມ້ຽນວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄວ້ບ່ອນທີ່ປອດໄພ ຂໍ ໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

Continue Reading
ເດືອນມີນາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 123
45678910
11121314151617
18192021222324
25262728293031

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້