ຂ່າວພາຍໃນ
ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແຂວງສາລະວັນ.

ໃນວັນທີ 24 ຕຸລາ 2020 ທ່ານ ທອງລຸນ ສີລຸລິດ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສາລະວັນ, ໂດຍການຕ້ອນຮັບຂອງ ທ່ານ ປອ ໂພໄຊ ໄຊຍະສອນ ກຳມະການສຳຮອງສູນກາງພັກ ເລຂາພັກແຂວງ ຮັກສາການເຈົ້າແຂວງໆສາລະວັນ ພ້ອມຄະນະຢູ່ທີ່ເດີ່ນຍົນ ແຂວງ, ຈາກນັ້ນ ທ່ານນາຍົກລັດຖະມົນຕີ ກໍ່ໄດ້ເຂົ້າພົບປະໂອ້ລົມພະນັກງານການນຳຫຼັກແຫຼ່ງຂອງແຂວງ ຢູ່ທີ່ສະໂມສອນແຂວງ, ກ່ອນອື່ນ, ໄດ້ຮັບຟັງການລາຍງານຈາກ ທ່ານຮັກສາການເຈົ້າແຂວງໆສາລະວັນ ໂດຍຫຍໍ້ກ່ຽວກັບສະພາບລວມຂອງການພັດທະນາເສດຖະກິດ-ສັງຄົມ, ການຈັດເກັບລາຍຮັບ, ການກໍ່ສ້າງພື້ນຖານໂຄງລ່າງ ແລະການກະກຽມດຳເນີນກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງສາລະວັນ ຄັ້ງທີ IX ທີ່ຈະໄຂຂຶ້ນໃນມໍ່ໆນີ້.

ປັດຈຸບັນ, ໜ່ວຍພັກຮາກຖານ ແລະ ໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານ ຈໍານວນ 970 ໜ່ວຍ, ຄະນະຮາກຖານ ຈໍານວນ 36 ຮາກຖານ, 2 ອົງຄະນະພັກກໍາລັງປະກອບອາວຸດ ແລະ 8 ອົງຄະນະພັກເມືອງ ແມ່ນໄດ້ສໍາເລັດກອງປະຊຸມໃຫຍ່ຂັ້ນຂອງຕົນ100%. ການກະກຽມຮ່າງລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ກໍ່ໄດ້ມີການທາບທາມ ແລະ ປະກອບຄໍາຄິດຄໍາເຫັນ ຈາກຫຼາຍພາກສ່ວນ, ສໍາລັບດ້ານບຸກຄະລາກອນ ກໍ່ໄດ້ດໍາເນີນການຄົ້ນຄວ້າຕາມຂັ້ນຕອນທີ່ໄດ້ກໍານົດໄວ້ ແລະ ອີງໃສ່ມະຕິ 030/ກມສພ, ລົງວັນທີ 3 ມັງກອນ 2018, ໄດ້ມີການດໍາເນີນຊີວິດການເມືອງທ້າຍສະໄໜຂອງຕົນ ເພື່ອເປັນກວດກາ, ຕີລາຄາເຖິງຄວາມຮັບຜິດຊອບ ແລະ ການປະຕິບັດໜ້າທີ່ໃນຊຸມປີຜ່ານມາ ເປັນບ່ອນອີງໃຫ້ແກ່ການເລືອກເຟັ້ນບຸກຄະລາກອນ ຜູື້ທີ່ມີມາດຖານ-ເງື່ອນໄຂ, ຮັບປະກັນໂຄງປະກອບໃຫ້ໄດ້ 3 ຮຸ້ນ (ອາວຸໂສ, ກາງ, ໜຸ່ມ) ມີທັງຜູ້ເກົ່າ, ຜູ້ໃໝ່, ແນໃສ່ຮັບປະກັນລັກສະນະສືບທອດຕໍ່ເນື່ອງ, ຫັນເປັນໜຸ່ມ ແລະ ມີເພດຍິງ, ຊົນເຜົ່າ ຫຼາຍຂື້ນ,ໄດ້ສໍາເລັດດໍາເນີນກອງປະຊຸມທາບທາມ ຮ່າງລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ,

ບົດສໍາຫຼວດການນໍາພາ ຮອບທີ 2 ແລ້ວ, ເພື່ອເຮັດໃຫ້ການກະກຽມດຳເນີນກອງປະຊຸມໃຫຍ່ອົງຄະນະພັກແຂວງ ບັນລຸຕາມຈຸດປະສົງຄາດໝາຍ ແລະ ເນື້ອໃນທີ່ໄດ້ກໍານົດໄວ້ໃນນິຕິກໍາຕ່າງໆ ຂອງກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ, ໄດ້ເອົາໃຈໃສ່ສືບຕໍ່ເຊື່ອມຊືມ, ກໍາແໜ້ນຢ່າງເລິກເຊິ່ງຕໍ່ເນື້ອໃນນິຕິກໍາຕ່າງໆຂອງກົມການເມືອງ, ຄະນະເລຂາທິການສູນກາງພັກ ແລະ ຂອງແຂວງ ກ່ຽວກັບການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ສ້າງຄວາມເປັນເອກະພາບສູງໃນການຊີ້ນໍາໆພາຈັດຕັ້ງປະຕິບັດຕົວຈິງ, ບັນດາໜ່ວຍພັກ, ຄະນະພັກຮາກຖານ ແລະ ອົງຄະນະພັກ ທີ່ສຳເລັດກອງປະຊຸມໃຫຍ່ຂັ້ນຂອງຕົນແລ້ວ ແມ່ນໄດ້ໃຫ້ຮີບຮ້ອນຈັດຕັ້ງຜັນຂະຫຍາຍຜົນສໍາເລັດຂອງກອງປະຊຸມ ເພື່ອໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ແລະວຽກງານອື່ນໆ ຈາກນັ້ນ ທ່ານ ທອງລຸນ ສີສຸລິດ ກໍ່ໄດ້ມີຄຳເຫັນໂອ້ລົມສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດຂອງຄະນະພັກ-ຄະນະນໍາແຂວງ ທີ່ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການພັດທະນາເສດຖະກິດ-ສັງຄົມ ໃນໄລຍະຜ່ານມາ ເຖິງແມ່ນວ່າສະພາບແວດລ້ອມພາຍນອກ ແລະ ພາຍໃນ ບໍ່ເອື້ອອໍານວຍຄວາມສະດວກ ໂດຍສະເພາະ ກໍ່ແມ່ນໄດ້ຮັບຜົນກະທົບພະຍາດໂຄວິດ-19 ແລະໄພພິບັດທາງທໍາມະຊາດ ເຮັດໃຫ້ເນື້ອທີ່ການຜະລິດ ແລະ ພື້ນຖານໂຄງລ່າງໄດ້ຮັບຜົນກະທົບ ແລະເສຍຫາຍ,

ພ້ອມນັ້ນທ່ານນາຍົກ ໄດ້ຍ້ອງຍໍເຊີຍທີ່ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ຄໍາສັ່ງ 15/ນຍ ວ່າດ້ວຍການເພີ້ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້, ຄຳສັງ 06/ນຍ ວ່າດ້ວຍການເພີ້ມທະວີມາດຕະການສະກັດກັນ, ກັນການລະບາດ, ຄວບຄຸ້ມ ແລະກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ-19 ແລະ ຄຳສັ່ງອື່ນໆ, ເອົາໃຈໃສ່ເສີມຂະຫຍາຍມູນເຊື້ອປະຕິວັດ, ຄວາມຮັກຊາດ, ຄວາມພິລະອາດຫານ, ຄວາມສາມັກຄີເປັນປຶກແຜ່ນ ແລະ ເດັດດຽວໃນການປະຕິບັດແນວທາງນະໂຍບາຍຂອງພັກ, ສຶກສາອົບຮົມການເມືອງແນວຄິດ, ພັດທະນາຊົນນະບົດຕາມ 4 ເນື້ອໃນ 4 ຄາດໝາຍ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທາງສັງຄົມໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ, ເປັນເຈົ້າການຍົກສູງສະຕິລະວັງຕົວ, ກໍາໃຫ້ໄດ້ຫາງສຽງສັງຄົມ, ພ້ອມທັງການບໍລິໂພກຂໍ້ມູນຂ່າວສານຢ່າງມີສະຕິ ໂດຍສະເພາະຂໍ້ມູນຂ່າວສານຜ່ານສືີ່ອອນລາຍຕ່າງໆ, ສຸມໃສ່ການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ ໃຫ້ໄປຕາມແຜນທີ່ວາງໄວ້, ປະຕິບັດນະໂຍບາຍປະຢັດ, ສືບຕໍ່ຕິດຕາມຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດບັນດາໂຄງການລົງທຶນພາຍໃນ ແລະ ຕ່າງປະເທດ, ຄຸ້ມຄອງການມາລົງທຶນຂອງນັກລົງຕ່າງປະເທດ ໃຫ້ສອງຄ່ອງຕາມກົດໝາຍ, ເອົາໃຈໃສ່ຄຸ້ມຄອງແຮງງານ,

ສ້າງວຽກເຮັດງານທໍາ ໃຫ້ຊາວໜຸ່ມ ແລະ ແຮງງານລາວ ທີ່ກັບມາຈາກຕ່າງປະເທດ, ແກ້ໄຂຜົນກະທົບຈາກໄພພິບັດທຳມະຊາດ ໂດຍສະເພາະຢູ່ເມືອງ ສະໝ້ວຍ, ຕະໂອ້ຍ, ພ້ອມທັງກະກຽມຮັບມືກັບໄພທຳມະຊາດ ທີ່ອາດຈະເກີດຂຶີ້ນໃນຕໍ່ໜ້າ, ເອົາໃຈໃສ່ແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຊຸກຍູ້ສົ່ງເສີມການຜະລິິດກະສິິກຳ ເປັນສິນຄ້າ ເພືີ່ອຮອງຮັບການຊົມໃຊ້ພາຍໃນ ແລະ ສົ່ງອອກຕ່າງປະເທດ, ເອົາໃຈໃສ່ໂຄສະນາສົ່ງເສີມການທ່ອງທ່ຽວພາຍໃນ (ລາວທ່ຽວລາວ), ປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ ໂຄວິດ-19 ຢ່າງເຂັ້ມງວດ, ຍົກສູງບົດບາດການນໍາພາຂອງອົງຄະນະພັກແຂວງ, ເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ, ຄວາມເປັນແບບຢ່າງໃນການປະຕິບັດກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ, ເພີ້ມທະວີສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ລັດຖະກອນມີແນວຄິດອຸ່ນອ່ຽງທຸ່ນທ່ຽງ, ເຊື້ອໝັ້ນຕໍ່ການນໍາພາຂອງຄະນະພັກ-ອໍານາດການປົກຄອງແຂວງ, ພ້ອມທັງເຄົາລົບລະບຽບກົດໝາຍ, ແກ້ໄຂພະຍາດອາດຍາສິດ, ການສໍ້ລາດບັງຫຼວງ, ຢຶດໝັ້ນໃນການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ, ລົງເລີກຊີ້ນໍາວຽກງານຕົວຈິງໃນແຕ່ລະຂົງເຂດໃຫ້ເລີກເຊິ່ງກະກຽມຮອບດ້ານໃຫ້ແກ່ການຈັດກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງສາລະວັນ ໃຫ້ບັນລຸຕາມລະດັບຄາດໝາຍ.
ພາບຂ່າວ: ສິດຕາ ເພັດວົງສາ
ຂ່າວພາຍໃນ
ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.
ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,
ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ
ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.
ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.
ທີ່ມາ: ວຽງຈັນທາຍ
ຂ່າວພາຍໃນ
ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.
ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.
ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.
ຂ່າວພາຍໃນ
ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

-
ຂ່າວອຸປະຕິເຫດ1 ປີ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ1 ປີ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป10 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย1 ປີ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ1 ປີ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ11 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ1 ປີ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ1 ປີ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ