ເຫດລົດຈັກຕຳກັບລົດໃຫຍ່ (ເສຍຊີວິດຄາທີ່ 1 ຄົນ).

ວັນທີ25/10/2020 ເວລາ 11:55 ໂມງ.
ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ 1623 ວ່າມີເຫດລົດຈັກຕຳກັບລົດໃຫຍ່.

+ຈຸດເກີດເຫດແມ່ນທາງດ່ວນວຽງຈັນ-ວັງວຽງ (ເຂດບ້ານຫົວຂົວ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ.

ໜ່ວຍກູ້ໄພອອກກວດສອບເຫດພົບວ່າມີຄົນເຈັບ 1 ຄົນ:

ເພດຊາຍ ອາຍຸ 14 ປີ ອາຊີບນັກຮຽນ ບ້ານຫົວຂົວ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ.
ອາການເບື້ອງຕົ້ນແມ່ນກະທົບຫົວຢ່າງຮຸນແຮງ.

ດັ່ງນັ້ນໜ່ວຍກູ້ໄພມູນນິທິ1623 ຈຶ່ງໄດ້ນຳສົ່ງສົບໃຫ້ຄອບຄົວແລະຍາດຕິພີ່ນ້ອງເພື່ອໄປເຮັດພິທີທາງສາສະຫນາ.

ທາງຫນ່ວຍກູ້ໄພມູນນິທິ 1623 ຕ້ອງຂໍສະແດງຄວາມເສຍໃຈກັບຄອບຄົວແລະຍາດຕິພີ່ນ້ອງກັບການສູນເສຍຄັ້ງນີ້ດ້ວຍ.

#ຈຸດດົງໂດກ.

ທ່ານໃດຢາກບໍລິຈາກກໍສາມາດບໍລິຈາກໄດ້ທີ່ເລກບັນຊີຂອງ ຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ ທີ່ເລກບັນຊີ:
ຊື່ບັນຊີ:FOUNDATION FOR ASSISTING POOR PEOPLE OF LAO PDR.

ເລກບັນຊີ:
092-12-00-01026649-001 LAK.
092-12-01-01026649-001 USD.
092-12-02-01026649-001 THB.

ບາດເຈັບສຸກເສີນໂທແຈ້ງທີ່ເບີ1623ຕະຫຼອດ24ຊົ່ວໂມງ(ເສຍຊີວິດຄາທີ່).