ໃຜອ່ານຈົບ ມີບຸນທີ່ສຸດ ໃຜໄລ້ແລະແຊຣ໌ ລໍ້າລວຍທີ່ສຸດ

ຄຳຖາມເຖິງເທວະດາ, ພະຍານາກ, ພະພູມເຈົ້າທີ່, ສັດເດຍດະສານ, ຜີເປດ, ສັດໃນນະລົກ ແລະ ມະນຸດ

ຄຳຖາມດຽວກັນ ຕ່າງແຕ່ຄຳຕອບ ຕ່າງພົບພູມ ຕ່າງວາລະ ຕ່າງບາລະມີ ຕ່າງຄວາມຄິດ ຕ່າງການກະທຳ ຕ່າງຈຸດມຸ່ງໝາຍ

ຄຳຖາມຄື:

“ຖ້າໄດ້ເກີດເປັນມະນຸດຢາກຈະເຮັດອັນໃດ?”

ເທວະດາ ຕອບວ່າ

“ເຮົາຈະພິຈາລະນາທຳ ເພາະມະນຸດມີກາຍສັງຂານທີ່ເໝາະກັບການພິຈາລະນາທຳຢ່າງສູງ ຮ່າງກາຍຂອງມະນຸດເປັນເຄື່ອງມືທີ່ໃຊ້ພິຈາລະນາທຳໄດ້ດີທີ່ສຸດ ຊ່າງນ່າອິດສາພວກມະນຸດແທ້ໆ”

ພະຍານາກ ຕອບວ່າ

“ຈະບວດ ຖ້າໄດ້ເກີດເປັນມະນຸດ ເຮົາຈະບວດ…ເປັນພະຍານາກມີລິດເດດມາກມາຍກໍຈິງ ແຕ່ບວດບໍ່ໄດ້ ພົ້ນທຸກບໍ່ໄດ້ ບໍ່ຄືມະນຸດ ພະພຸດທະເຈົ້າບໍ່ອະນຸຍາດໃຫ້ພະຍານາກບວດ ແຕ່ມະນຸດບວດໄດ້ ມະນຸດສ້າງບຸນໃຫຍ່ໄປສະຫວັນຊັ້ນສູງ ໄປແດນນິບພານໄດ້ແສນປະເສີດ”

ພະພູມເຈົ້າທີ່ ຕອບວ່າ

“ຖ້າໄດ້ເກີດເປັນມະນຸດອີກຄັ້ງ ຄາວນີ້ເຮົາຈະໄປທຳບຸນໃສ່ບາດທຸກວັນ ບໍ່ຕ້ອງມານັ່ງລໍຖ້າສ່ວນອຸທິດກຸສົນມາໃຫ້ເຮົາອີກ ໄປທຳເອງເລີຍ ເພີ່ມບາລະມີດ້ວຍຕົນເອງ”

ສັດເດຍດະສານ ຕອບວ່າ

“ຖ້າໄດ້ເກີດເປັນມະນຸດ ເຮົາຈະສົງເຄາະສັດຕົວອື່ນໆ ເປັນສັດນັ້ນແສນທຸກຍາກ ເວົ້າຈາກໍບໍ່ໄດ້ ຄິດອັນໃດທີ່ສະຫຼາດກໍບໍ່ໄດ້ ເປັນມະນຸດມີສະໝອງມີປັນຍາ ເຮົາຈະໃຊ້ປັນຍາຂອງມະນຸດທຳໃຫ້ຕົວເອງບໍ່ຕ້ອງເກີດມາເປັນສັດອີກ”

ຜີເປດ ຕອບວ່າ

“ເຮົາບໍ່ຢາກມີໜ້າຕາອັນຂີ້ກຽດແບບນີ້ ບໍ່ຢາກມີປາກເທົ່າຮູເຂັມ ມີຮູບຮ່າງສູງຄືຕົ້ນຕານ ຖ້າໄດ້ເກີດເປັນມະນຸດ ເຮົາຈະຖືສິນ ຈະຕ້ອງບໍ່ໄດ້ມາເປັນເປດທີ່ຫິວໂຫຍ ອົດໆ ຢາກໆ ທົນທຸກທໍລະມານແບບນີ້”

ສັດນະລົກ ຕອບວ່າ

“ຖ້າໄດ້ເກີດເປັນມະນຸດ ເຮົາຈະທຳຄວາມດີ ຈະບໍ່ຜິດສິນ5ອີກ ຈະປະຕິບັດທຳ ເພາະນະລົກມັນຮ້ອນ ມັນໂຫດຮ້າຍ ຢູ່ແລ້ວມີແຕ່ຄວາມເຈັບປວດ ທຸລົນທຸລາຍ ຖ້າມີໂອກາດອີກຄັ້ງ ເຮົາຈະບໍ່ກະທຳຄວາມຊົ່ວ ເຮົາບໍ່ຢາກທໍລະມານ ບໍ່ຢາກໄດ້ຊື່ວ່າສັດນະລົກອີກ”

ແຕ່…ເມື່ອຄຳຖາມດຽວກັນ

ມະນຸດ ຕອບວ່າ

“ຢາກສົມຫວັງໃນເລື່ອງຄວາມຮັກ ຢາກລວຍ ຢາກມີຕຳແໜ່ງສູງ ຢາກມີອຳນາດ”

ອະນິຈຈາໃຜນໍ້….ນ່າສົ່ງສານທີ່ສຸດ!
ມະນຸດຜູ້ທີ່ຢາກໄດ້ຊັບສົມບັດພາຍນອກທີ່ຍຶດຖືໄດ້ຊົ່ວຄາວ ທັ່ງທີ່ມີໂອກາດຈະທຳບຸນກຸສົນຫຼາຍກວ່າຄົນອື່ນ ເຮັດໃຫ້ມີອະລິຍະຊັບຄື

ຊັບອັນປະເສີດເປັນຂອງຕິດຕົວໄປທຸກພົບພູມຢູ່ພາຍໃຈໃຈມີ 7 ສິ່ງຄື ສັດທາ ສິນ ຫິຣິໂອຕຕັປປະ ພາຫຸສັຈຈະ ຈາຄະ ປັນຍາ

ໄລ້ ແລະແຊຣ໌ຕໍ່ ຍິ່ງເປັນການສ້າງບຸນກຸສົນອີກຂັ້ນໜຶ່ງ