ປູຫິມະ ແພງທີ່ສຸດໃນໂລກລາຄາ 400 ລ້ານກີບຢູ່ປະເທດຍີ່ປຸ່ນ – ສື່ລາວ.ຄອມ
Connect with us

ຂ່າວຕ່າງປະເທດ

ປູຫິມະ ແພງທີ່ສຸດໃນໂລກລາຄາ 400 ລ້ານກີບຢູ່ປະເທດຍີ່ປຸ່ນ

Published

on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນໂຕກຽວປະເທດຍີ່ປຸ່ນວ່າ ຕະຫລາດຂາຍອາຫານທະເລທີ່ເມືອງທົດໂຕຣິ ໃນແຂວງທົດໂຕຣິ ທາງຕາເວັນຕົກສຽງໃຕ້ຂອງຍີ່ປຸ່ນຈັດການປະມູນ ປູຫິມະ ລະດັບ 5 ດາວ ໂດຍມີນ້ຳຫນັກ 1,240 ກຼາມ ແລະລັດສະຫມີລະຫວ່າງກ້າມຍາວທີ່ສຸດທັງສອງຂ້າງຄື 14.6 ຊັງຕີແມັດ

ໂດຍການປະມູນມີຂື້ນເມື່ອຄືນວັນອັງຄານຕາມເວລາທ້ອງຖິ່ນ ແລະຜູ້ຊະນະຄືບໍລິສັດຂາຍຍ່ອຍອາຫານທະເລໃນພື້ນທີ່ ຄາເນມາສະ ຮາມາຊິຕະ ໂຊເຕັນ ດ້ວຍການສະເຫນີລາຄາສຸດທ້າຍ 5 ລ້ານເຢນ (ປະມານ 400 ລ້ານກີບ) ທຳລາຍສະຖິຕິການປະມູນປູຫິມະ ເມື່ອປີທີ່ຜ່ານມາ ຊື່ງລາຄາຢູ່ທີ່ 2 ລ້ານເຢນ (ປະມານ 150 ລ້ານກີບ) ແລະຜູ້ຊະນະການປະມູນເມື່ອປີທີ່ຜ່ານມາກໍ່ຄືຄາເນມາສະ ຮາມາຊິຕະ ໂຊເຕັນ ຊື່ງໂຕແທນຂອງບໍລິສັດກ່າວວ່າຕັ້ງໃຈກັບມາປະມູນອີກຄັ້ງ ເພື່ອການທຳລາຍສະຖິຕິໂລກ

ທັງນີ້ ທາງການແຂວງທົດໂຕຣິກຽມຍື່ນເລື່ອງໃຫ້ກິນເນສເວິລດ ເຣຄຄອດສ ບັນທຶກສະຖິຕິຢ່າງເປັນທາງການວ່າ ການປະມູນປູຫິມະທີ່ເມືອງທົດໂຕຣິໃນຄັ້ງນີ້ຖືເປັນ ປູລາຄາແພງທີ່ສຸດໃນໂລກ ນອກຈາກນີ້ ມີລາຍງານວ່າທາງບໍລິສັດໄດ້ຂາຍຕໍ່ປູໂຕນີ້ໃຫ້ແກ່ຮ້ານຊູຊິຊື່ດັງແຫ່ງຫນື່ງໃນເຂດກິນຊາໃຈກາງນະຄອນໂຕກຽວແລ້ວ

Continue Reading

ຂ່າວຕ່າງປະເທດ

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ ເປັນເວລາ 11 ມື້

Published

on

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ

ພົບກັບຜູ້ຊາຍ 3 ຄົນ ຊາວໄນຈີເຣຍຈາກເມືອງ Lagos. ລັກລອບເຂົ້າປະເທດສະເປນໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ.

ໂດຍທັງ 3 ຄົນ ນັ່ງຢູ່ຈຸດນັ້ນ ເປັນເວລາ 11 ມື້

Continue Reading

ຂ່າວຕ່າງປະເທດ

ເບິ່ງເອົາເດີ ແບບຢ່າງ ສາວປະຢັດກິນ ຕຳໝີ ມື້ລະ 18,000 ກີບ ຈົນຊື້ເຮືອນໄດ້ 3 ຫຼັງ

Published

on

ປະຢັດກິນ ຈົນຊື້ເຮືອນໄດ້ 3 ຫຼັງ ຍິງຊາວຍີ່ປຸ່ນ ໃນໄວ 34 ປີ ກິນພຽງ 200 ເຢນ (18 ພັນກວ່າກີບ) ຕໍ່ວັນ.

ຂ່າວນີ້ຖືເປັນທີ່ສົນໃຈ ເມື່ອສື່ຂອງຍີ່ປຸ່ນ ລາຍງານຊີວິດຍິງສາວຊາວຍີ່ປຸ່ນທ່ານໜຶ່ງ ທີ່ກິນພຽງກິນພຽງ 200 ເຢນ (ປະມາານ 18 ພັນກວ່າກີບ) ຕໍ່ວັນ ປັດຈຸບັນມີເຮືອນ 3 ຫຼັງ ຜ່ານເວລາໄປ 16 ປີ.

ຍິງຜູ້ນີ້ລາວພະຍາຍາມດີ້ນຮົນ ແລະ ປະຢັດອົດອອມກວ່າ 16 ປີ ແລະ ໄດ້ຊື້ເຮື້ອນຫຼັງທີ 3 ໄດ້ເດືອນພະຈິກ ປີ 2019 ເຊິ່ງລາວໄດ້ເລີ່ມວາງແຜນຕັ້ງແຕ່ອາຍຸ 18 ປີ ເມື່ອມີເປົ້າໝາຍທີ່ຈະຊື້ເຮືອນ 3 ຫຼັງ ເມື່ອອາຍຸຮອດ 34 ປີ.

ຕອນອາຍຸ 27 ປີ ລາວໄດ້ຊື້ເຮືອນຫຼັງທຳອິດໃນແຂວງໄຊຕາມະ ດ້ວຍເງິນ 10 ລ້ານເຢນ (ປະມານ 912 ລ້ານກີບ) ແລະ ຊື້ເຮືອນຫຼັງທີ 2 ໃນຄາລາ 18 ລ້ານເຢນ ( 1,6 ຕື້ກວ່າກີບ) ເມື່ອອາຍຸພຽງ 29 ປີ ແລະ ໃນປີ 2019 ລາວ ອາຍຸໄດ້ 34 ປີ ກໍ່ໄດ້ຊື້ເຮືອນຫຼັງທີ 3 ໃນລາຄາ 27 ລ້ານເຢນ (2,4 ຕື້ກວ່າກີບ).

ຈາກການລາຍງານຂອງສື່ຍີ່ປຸ່ນ ເປີດເຜີຍວ່າ: ຍິງຄົນນີ້ ລາວກິນຈະໃຊ້ຈ່າຍບໍ່ເກີນ 200 ເຢນ ( 18.000 ກວ່າກີບ) ຕໍ່ວັນສຳລັບຄ່າອາຫານເພື່ອຄວາມຢູ່ລອດ ດ້ວຍງົບປະມານທີ່ຈຳກັດ ລາວຈະເຮັດອຸດົ້ງ ແລະ ຜັກ ກິນດ້ວຍເງິນພຽງ 50 ເຢັນ (4.560 ກີບ) ສຳລັບສ່ວນປະສົມ, ລາວບອກວ່າ ຖ້າກິນອີ່ມແລ້ວ ຈະກິດຫຍັງກໍ່ບໍ່ຕ່າງກັນ.

ໃນຕອນອາຍຸ 29 ປີ ລາວຕັດຜົມ ແລະ ຂາຍຜົມຂອງຕົນເອງໃນລາຄາ 3.100 ເຢນ (282.720 ກີບ) ປັດຈຸບັນນອກຈາກເຮັດວຽກປະຈຳໃນອຸດສາຫະກຳອະສັງຫາລິມະຊັບແລ້ວ ລາວຍັງມີລາຍໄດ້ຈາກການເກັບຄ່າເຊົ່າຈາກຫ້ອງວ່າງຈາກອະສັງຫາລິມະຊັບຂອງລາວ ແລະ ເປີດຄາເຟ່ແມວ Cafe Yunaagi ຈາກເຮືອນຫຼັງທີ 3 ເຊິ່ງແມວທຸກໂຕທີ່ຢູ່ຄາເຟ່ ເປັນແມວທີ່ຊ່ວຍເຫຼືອຈາກຂ້າງທາງ.

Continue Reading

ຂ່າວຕ່າງປະເທດ

ເດືອດ! APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນ.

Published

on

APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນດຸເດືອດ.

ຜູ້ປະທ້ວງຈຳນວນຫຼາຍໄດ້ລວມຕົວກັນປະທ້ວງຕໍ່ກອງປະຊຸມ APEC ທີ່ຈັດຂຶ້ນທີ່ນະຄອນຫຼວງບາງກອກ ເຊິ່ງມີຜູ້ນຳລະດັບໂລກກຳລັງປະຊຸມກັນ.

ຮູບພາບເດັ່ນຄື ຍາພໍ່ອົງໜຶ່ງໃນນາມຜູ້ປະທ້ວງໄດ້ໂດດຖີບຕຳຫຼວດ ປານໃນໜັງ.

….

ຮູບ: ຣອຍເຕີ

Continue Reading
ເດືອນມີນາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 123
45678910
11121314151617
18192021222324
25262728293031

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້