ລັດຖະບານ ອະນຸຍາດໃຫ້ເປີດການຂົນສົ່ງໂດຍສານພາຍໃນປະເທດຄືນໃໝ່, ສ່ວນດ່ານຍັງສືບຕໍ່ປິດ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ລັດຖະບານ ອະນຸຍາດໃຫ້ເປີດການຂົນສົ່ງໂດຍສານພາຍໃນປະເທດຄືນໃໝ່, ສ່ວນດ່ານຍັງສືບຕໍ່ປິດ

Published

on

ລັດຖະບານ ໄດ້ອອກມາດຕະການຜ່ອນຜັນ 9 ຂໍ້ ເພື່ອໃຫ້ມີຜົນກະທົບຕໍ່ເສດຖະກິດ – ສັງຄົມໜ້ອຍທີ່ສຸດ ໂດຍອະນຸຍາດໃຫ້ເປີດການຂົນສົ່ງໂດຍສານພາຍໃນປະເທດຄືນໃໝ່ ແຕ່ຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອຕາມຄໍາແນະນໍາຂອງຄະນະສະເພາະກິດວາງອອກ. ສ່ວນດ່ານຍັງສືບຕໍ່ປິດ ແລະ ສືບຕໍ່ໂຈະການອອກວີຊາທຸກປະເພດໃຫ້ບຸກຄົນທົ່ວໄປທີ່ເດີນທາງມາຈາກ ຫຼື ຜ່ານປະເທດທີ່ຍັງມີການລະບາດຂອງພະຍາດໂຄວິດ – 19 ໂດຍເລີ່ມຈັດຕັ້ງປະຕິບັດ ແຕ່ວັນທີ 18 ພຶດສະພາ ເຖິງ 31 ມິຖຸນາ 2020.

ວັນທີ 15 ພຶດສະພາ 2020, ທ່ານ ຮສ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ, ຮອງຫົວໜ້າຄະນະສະເພາະກິດ ໄດ້ຖະແຫຼງຂ່າວກ່ຽວກັບການປະຕິບັດບັນດາມາດຕະການຜ່ອນຜັນໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ – 19 ໃນໄລຍະແຕ່ວັນທີ 18 ພຶດສະພາ ຫາ ວັນທີ 1 ມິຖຸນາ 2020 ວ່າ: ເພື່ອສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ – 19, ທັງເຮັດແນວໃດໃຫ້ມີຜົນກະທົບຕໍ່ເສດຖະກິດ – ສັງຄົມໜ້ອຍທີ່ສຸດ, ສ້າງເງື່ອນໄຂໃຫ້ປະຊາຊົນ ແລະ ສັງຄົມໄດ້ກັບມາໃຊ້ຊີວິດຕາມປົກກະຕິເທື່ອລະກ້າວ, ລັດຖະບານຈຶ່ງໄດ້ຕົກລົງ ແລະ ຊີ້ນໍາກ່ຽວກັບການຜ່ອນຜັນມາດຕະການຈຳນວນໜຶ່ງ ແລະ ສືບຕໍ່ປະຕິບັດຢ່າງເຂັ້ມງວດບາງມາດຕະການປ້ອງກັນການຕິດເຊື້ອໃນໄລຍະແຕ່ວັນທີ 18 ພຶດສະພາ ຫາ 1 ມິຖຸນາ 2020 ລະອຽດດັ່ງນີ້:

1 ໃຫ້ບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການປົກຄອງທ້ອງຖິ່ນທຸກຂັ້ນ, ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ປະຊາຊົນບັນດາເຜົ່າໃນທົ່ວປະເທດສືບຕໍ່ປະຕິບັດບາງມາດຕະການ ຕາມຄຳສັ່ງ 06/ນຍ ແລະ ຍົກສູງຄວາມຮັບຜິດຊອບໃນການຕິດຕາມ, ເຝົ້າລະວັງການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ – 19 ດ້ວຍ ຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບສູງ.

2 ໃຫ້ປະຊາຊົນ, ພະນັກງານ, ລັດຖະກອນ, ທະຫານ, ຕໍາຫຼວດ, ຜູ້ປະກອບການ, ຊາວຕ່າງດ້າວ ແລະ ຊາວຕ່າງປະເທດທີ່ອາໄສຢູ່ ສປປ ລາວ ສືບຕໍ່ປະຕິບັດຢ່າງເຂັ້ມງວດບັນດາມາດຕະການປ້ອງກັນການຕິດເຊື້ອ ເປັນຕົ້ນແມ່ນການຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈລລ້າງມື, ໃສ່ຜ້າອັດປາກ – ດັງ, ແທກອຸນຫະພູມ ແລະ ອະນາໄມສະຖານທີ່ຕາມຄໍາແນະນໍາຂອງຄະນະສະເພາະກິດວາງອອກ.

3 ໃຫ້ຄະນະສະເພາະກິດ, ອົງການປົກຄອງທ້ອງຖິ່ນທຸກຂັ້ນ ແລະ ພາກສ່ວນກ່ຽວຂ້ອງສືບຕໍ່ໂຄສະນາເຜີຍແຜ່ໃຫ້ສັງຄົມເຂົ້າໃຈຢ່າງເລິກເຊິ່ງ ແລະ ທົ່ວເຖິງ ກ່ຽວກັບຄວາມອັນຕະລາຍຂອງພະຍາດດັ່ງກ່າວ ແລະ ມາດຕະການປ້ອງກັນ ໂດຍມີວິທີແນະນຳຢ່າງລະອຽດ ແລະ ເຂົ້າໃຈງ່າຍ ເພື່ອເຜີຍແຜ່ຜ່ານສື່ຕ່າງໆ. ພ້ອມກັນນັ້ນ, ກໍໃຫ້ເອົາໃຈໃສ່ວຽກງານໂຕ້ຕອບ ແລະ ຕີຖອຍຂ່າວລວງ, ຂ່າວລື, ຂ່າວອະກຸສົນ ແລະ ຂ່າວປັ່ນປ່ວນ.

4 ເຫັນດີໃຫ້ປະຕິບັດມາດຕະການຜ່ອນຜັນຈຳນວນໜຶ່ງເພີ່ມຕື່ມ ເພື່ອໃຫ້ມີຜົນກະທົບຕໍ່ເສດຖະກິດ – ສັງຄົມໜ້ອຍທີ່ສຸດ ແລະ ໃຫ້ສັງຄົມ ສາມາດກັບມາໃຊ້ຊີວິດເປັນປົກກະຕິເທື່ອລະກ້າວ, ແຕ່ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ເປັນຕົ້ນການຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈລລ້າງມື, ໃສ່ຜ້າອັດປາກ – ດັງ, ແທກອຸນຫະພູມ ແລະ ອະນາໄມສະຖານທີ່ຕາມຄໍາແນະນໍາຂອງຄະນະສະເພາະກິດວາງອອກ, ລາຍລະອຽດຂອງບັນດາມາດຕະການທີ່ຜ່ອນຜັນ ມີດັ່ງນີ້:

4.1 ອະນຸຍາດໃຫ້ສໍານັກງານອົງການຂອງພັກ – ລັດ, ສຳນັກງານຂອງບໍລິສັດເປີດດໍາເນີນການປົກກະຕິ ໂດຍໃຫ້ພະນັກງານ, ລັດຖະກອນ ໄປເຮັດວຽກເປັນປົກກະຕິ ແຕ່ຕ້ອງໃຫ້ຮັບປະກັນມາດຕະການປ້ອງກັນການຕິດເຊື້ອຕາມຄໍາແນະນໍາຂອງຄະນະສະເພາະກິດ, ຖ້າຫາກສໍານັກງານອົງການໃດມີເງື່ອນໄຂເຮັດວຽກຜ່ານລະບົບສື່ສານເອເລັກໂຕຣນິກ ແລະ ເຄືອຂ່າຍອິນເຕີເນັດ ກໍສາມາດສືບຕໍ່ຕາມຄວາມເໝາະສົມ.

4.2 ອະນຸຍາດໃຫ້ປະຊາຊົນ, ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ຜູ້ປະກອບການ, ຊາວຕ່າງດ້າວ ແລະ ຊາວຕ່າງປະເທດທີ່ອາໄສຢູ່ ສປປ ລາວ ສາມາດເດີນທາງພາຍໃນປະເທດໄດ້, ແຕ່ຕ້ອງໃຫ້ປະຕິບັດຕາມມາດຕະການປ້ອງກັນການຕິດເຊື້ອຢ່າງເຂັ້ມງວດ.

4.3 ອະນຸຍາດໃຫ້ເປີດການຂົນສົ່ງໂດຍສານທາງບົກ, ທາງນ້ຳ, ທາງອາກາດພາຍໃນປະເທດ ລະຫວ່າງແຂວງຫາແຂວງ, ແຕ່ຕ້ອງໃຫ້ປະຕິບັດຕາມມາດຕະການປ້ອງກັນການຕິດເຊື້ອ ຕາມຄໍາແນະນໍາຂອງຄະນະສະເພາະກິດ ແລະ ຂອງຂະແໜງການກ່ຽວຂ້ອງຢ່າງເຂັ້ມງວດ.

4.4 ອະນຸຍາດໃຫ້ມີການຝຶກອົບຮົມ, ສຳມະນາ ແລະ ການປະຊຸມເປັນທາງການພາຍໃນປະເທດ, ແຕ່ບໍ່ອະນຸຍາດໃຫ້ຈັດງານລ້ຽງ ແລະ ໃຫ້ຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ມີບ່ອນລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈລ ລ້າງມື, ໃສ່ຜ້າອັດປາກ – ດັງ, ແທກອຸນຫະພູມ ແລະ ອະນາໄມສະຖານທີ່ຕາມຄໍາແນະນໍາຂອງຄະນະສະເພາະກິດວາງອອກ. ສຳລັບການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແມ່ນໃຫ້ປະຕິບັດຕາມຄໍາສັ່ງແນະນໍາເພີ່ມຕື່ມຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 08/ຄລສພ ລົງວັນທີ 11 ພຶດສະພາ 2020.

4.5 ໃຫ້ກະຊວງສຶກສາທິການ ແລະ ກີລາ, ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ເປີດໂຮງຮຽນຄືນໃນຊັ້ນປະຖົມສຶກສາປີທີ 5, ມັດທະຍົມສຶກສາປີທີ 4 ແລະ ປີທີ 7 ແລະ ໂຮງຮຽນໃນຂົງເຂດປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ເລີ່ມແຕ່ວັນທີ 18 ພຶດສະພາ 2020 ໂດຍຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ມີບ່ອນລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈລລ້າງມື, ໃສ່ຜ້າອັດປາກ – ດັງ, ແທກອຸນຫະພູມ ແລະ ອະນາໄມສະຖານທີ່ຕາມຄໍາແນະນໍາຂອງຄະນະສະເພາະກິດວາງອອກ. ສ່ວນໂຮງຮຽນລ້ຽງເດັກ ແລະ ອະນຸບານ, ຊັ້ນຮຽນ ປ 1 – ປ 4, ມ 1 – ມ 3, ມ 5 – ມ 6, ວິທະຍາໄລ, ມະຫາວິທະຍາໄລ ແລະ ສະຖາບັນການສຶກສາລະດັບອື່ນໆໃຫ້ກະກຽມເປີດ ເລີ່ມແຕ່ວັນທີ 02 ມິຖຸນາ 2020 ເປັນຕົ້ນໄປ.

4.6 ອະນຸຍາດໃຫ້ອອກກໍາລັງກາຍ ຫຼື ຫຼິ້ນກີລາກາງແຈ້ງ ແລະ ໃນຮົ່ມທຸກປະເພດ, ແຕ່ຕ້ອງປະຕິບັດບັນດາມາດຕະການປ້ອງກັນການຕິດເຊື້ອຕາມຄຳແນະນໍາຂອງຄະນະສະເພາະກິດ.

4.7 ອະນຸຍາດໃຫ້ເປີດດໍາເນີນທຸລະກິດການຄ້າ ແລະ ການບໍລິການຕ່າງໆ ເຊັ່ນ: ຮ້ານອາຫານ, ຮ້ານຂາຍຂອງກິນສຸກ, ຮ້ານຂາຍເຄື່ອງຍ່ອຍ, ຮ້ານຕັດຜົມ, ຮ້ານເສີມຄວາມງາມ, ຕະຫຼາດສົດ, ສູນການຄ້າ, ຮ້ານຄ້າຂາຍຍົກ, ຂາຍຍ່ອຍ, ຮ້ານຊຸບເປີມາເກັດ, ຮ້ານກາເຟ, ຮ້ານສ້ອມແປງລົດ, ຮ້ານລ້າງ – ອັດສີດ, ໂຮງງານນໍ້າດື່ມ, ໂຮງງານນໍ້າກ້ອນ, ສະຖານທີ່ທ່ອງທ່ຽວ, ຮ້ານນວດ ແລະ ສະປາທຸກປະເພດ ສາມາດດຳເນີນກິດຈະການໄດ້ປົກກະຕິ, ແຕ່ໃຫ້ຂະແໜງການກ່ຽວຂ້ອງແນະນໍາ ແລະ ກຳນົດເວລາເປີດ – ປິດ ແຕ່ລະປະເພດກິດຈະການໃຫ້ລະອຽດ.

4.8 ບັນດາໂຄງການ, ບໍລິສັດ ແລະ ໂຮງງານ ສາມາດເປີດດໍາເນີນກິດຈະການ ໂດຍປະຕິບັດຕາມເງື່ອນໄຂ ແລະ ມາດຕະການທີ່ໄດ້ກຳນົດໃນຄຳແນະນຳຂອງຄະນະສະເພາະກິດ ສະບັບເລກທີ 071/ສພກ ລົງວັນທີ 11 ພຶດສະພາ 2020.

4.9 ອະນຸຍາດໃຫ້ຊາວຕ່າງປະເທດທີ່ໄດ້ມາເຮັດວຽກ, ອອກແຮງງານ ແລະ ສຶກສາຢູ່ ສປປ ລາວ ກັບຄືນປະເທດຂອງຕົນຕາມຈຸດປະສົງ. ສຳລັບນັກສຶກສາລາວ ແລະ ແຮງງານລາວທີ່ຕ້ອງການກັບຄືນໄປຮຽນ ຫຼື ອອກແຮງງານຢູ່ຕ່າງປະເທດ ແມ່ນສາມາດເດີນທາງໄປໄດ້ແຕ່ຕ້ອງໄດ້ປະຕິບັດຕາມລະບຽບການຂອງປະເທດທີ່ຈະເດີນທາງໄປນັ້ນ.

5 ເຫັນດີໃຫ້ສືບຕໍ່ປະຕິບັດຢ່າງເຂັ້ມງວດບາງມາດຕະການທີ່ໄດ້ກຳນົດໃນຄຳສັ່ງ 06/ນຍ ລົງວັນທີ 29 ມີນາ 2020 ດັ່ງນີ້:

5.1 ສືບຕໍ່ປິດບັນດາກິດຈະການ ເປັນຕົ້ນ: ຕະຫຼາດກາງຄືນ, ຮ້ານບັນເທີງ, ຮ້ານກິນ – ດື່ມ ( ເຫຼົ້າ, ເບຍ ແລະ ສິ່ງມຶນເມົາ ), ຮ້ານຄາຣາໂອເກະ, ຮ້ານເກມ, ໂຮງສາຍຮູບເງົາ, ກາຊິໂນ ແລະ ການຈັດລາຍການແຂ່ງຂັນກີລາທີ່ມີຜູ້ເຂົ້າຊົມຈຳນວນຫຼາຍ ເຊິ່ງບໍ່ສາມາດຮັກສາໄລຍະຫ່າງເກີນກວ່າ 1 ແມັດໄດ້ ແລະ ມີ ຄວາມສ່ຽງຕໍ່ການຕິດເຊື້ອ.

5.2 ສືບຕໍ່ຫ້າມຈັດກິດຈະກຳຊຸມນຸມ ( ບໍ່ເປັນທາງການ ), ຊຸມແຊວ ແລະ ງານສັງສັນ. ຫ້າມຈັດງານປະເພ ນີ ແລະ ງານດອງທີ່ມີຜູ້ເຂົ້າຮ່ວມເກີນ 50 ຄົນ ທີ່ບໍ່ສາມາດຮັກສາໄລຍະຫ່າງເກີນກວ່າ 1 ແມັດໄດ້ ແລະ ມີ ຄວາມສ່ຽງຕໍ່ການຕິດເຊື້ອ.

5.3 ສືບຕໍ່ປິດດ່ານປະເພນີ, ດ່ານທ້ອງຖິ່ນ ແລະ ດ່ານສາກົນ ສຳລັບການເຂົ້າ – ອອກຂອງບຸກຄົນທົ່ວໄປ, ເວັ້ນເສຍແຕ່ລົດຂົນສົ່ງສິນຄ້າ, ຜູ້ທີ່ໄດ້ກຳນົດໃນຂໍ້ທີ 4.9 ຂອງແຈ້ງການສະບັບເລກທີ 580/ຫສນຍ ລົງວັນທີ 15 ພຶດສະພາ 2020 ແລະ ຜູ້ທີ່ໄດ້ຮັບການອະນຸຍາດຈາກຄະນະສະເພາະກິດ.

5.4 ສືບຕໍ່ໂຈະການອອກວີຊາທຸກປະເພດໃຫ້ບຸກຄົນທົ່ວໄປທີ່ເດີນທາງມາຈາກ ຫຼື ຜ່ານປະເທດທີ່ຍັງມີການລະບາດຂອງພະຍາດໂຄວິດ – 19, ຍົກເວັ້ນແຕ່ສໍາລັບນັກການທູດ, ຊ່ຽວຊານ, ວິຊາການ ແລະ ແຮງງານຕ່າງປະເທດທີ່ມີຄວາມຈຳເປັນ ແລະ ຮີບດ່ວນເຂົ້າມາປະຕິບັດວຽກງານຢູ່ສະຖານທູດ, ບັນດາກິດຈະການ ແລະ ໂຄງການຕ່າງໆ ທີ່ມີຄວາມສຳຄັນ ແລະ ຈຳເປັນ, ແຕ່ຕ້ອງປະຕິບັດມາດຕະການຕ່າງໆຕາມຄຳແນະນຳຂອງຄະນະສະເພາະກິດ. ສຳລັບຂັ້ນຕອນໃນການປະຕິບັດຕົວຈິງ ກະຊວງການຕ່າງປະເທດຈະອອກຄຳແນະນຳຕ່າງຫາກ.

ມາດຕະການຜ່ອນຜັນນີ້ ແມ່ນເປັນການຊົ່ວຄາວ, ຖ້າມີການລາຍງານກໍລະນີຜູ້ຕິດເຊື້ອເກີດຂຶ້ນຢູ່ໃນແຂວງໃດໜຶ່ງ ແມ່ນຈະໄດ້ຈຳກັດການເຂົ້າ – ອອກ ແລະ ປະຕິບັດຄືນມາດຕະການຕ່າງໆຢ່າງເຂັ້ມງວດ ສະເພາະແຂວງນັ້ນ ເຊິ່ງຄະນະສະເພາະກິດ ແຂວງນັ້ນຈະເປັນຜູ້ປະກາດແຈ້ງການ; ຖ້າຫາກເກີດມີຜູ້ຕິດເຊື້ອເປັນຈຸ້ມ ແຕ່ 2 ແຂວງຂຶ້ນໄປ ແມ່ນຈະໄດ້ກັບມາປະຕິບັດບັນດາມາດຕະການຕ່າງໆທີ່ໄດ້ກໍານົດໃນຄໍາສັ່ງເລກທີ 06/ນຍ ຄືນໃໝ່ ຢ່າງເຂັ້ມງວດ.

ມາດຕະການຂ້າງເທິງນີ້ເລີ່ມມີຜົນສັກສິດ ນັບແຕ່ວັນທີ 18 ພຶດສະພາ ຫາ 1 ມິຖຸນາ 2020. ໃນພາກປະຕິບັດຕົວຈິງຈະໄດ້ມີການປະເມີນ, ທົບທວນ ແລະ ດັດປັບໃຫ້ເໝາະສົມຕື່ມ, ກໍລະນີມີການປ່ຽນແປງ ລັດຖະບານຈະແຈ້ງໃຫ້ຊາບເປັນແຕ່ລະໄລຍະ.

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນກັນຍາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
30  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້