ຈີນ ຢືດໃບພັນທະບັດປອມ ຄັ້ງໃຫຍ່ທີ່ສຸດ

ຕາມຂ່າວປັກກິງຂອງ ຈີນ, ວັນທີ 15 ພືດສະພາ, ເຈົ້າໜ້າທີ່ ຕຳຫລວດ ຈີນ ໄດ້ຢືດໃບພັນທະບັດປອມ ໂດຍມີ ມູນຄ່າເຖິງ 422 ລ້ານຢວນ ເປັນປະຫວັດການ ນັບແຕ່ ປີ 1949. ກະຊວງຄວາມໝັ້ນຄົງ ຂອງ ຈີນ ຖະແຫລງວ່າ ບັນດາ ເຈົ້າໜ໊າທ່ີ ຕຳຫລວດຈີນ ໄດ້ຮ່ວມມືກັນ ກວາດລ້າງກຸ່ມຜະລິດ ໃບພັນທະບັດປອມ ທີ່ມີເຄືອຂ່າຍ ຢູ່ມົນທົນ ກວາງຕຸ້ງ ທາງພາກໃຕ້ ໄປເຖິງ ມົນທົນ ເຮຍຫລົງຈຽງ ທາງຕາເວັນອອກ ສ່ຽງເໜືອສຸດ ເຮັດໃຫ້ ສາມາດຈັບກຸມ ສະມາຊິກແກັງໄດ້ ຈຳນວນ 16 ຄົນ ແລະ ຍືດໃບພັນທະບັດປອມ ພ້ອມດ້ວຍ ອຸປະກອນ ແລະ ວັດຖຸດີບ. ປັດຈຸບັນສັງຄົມຈີນ ມີໃບພັນທະບັດໜ້ອຍ ເນື່ອງຈາກ ປະຊາຊົນ ໄດ້ຫັນມາໃຊ້ໂທລະສັບ ເພື່ືອໃຊ້ຈ່າຍ ໃນຊີວິດ ປະຈຳວັນ ຜ່ານ ແອບພີເຄຊັນ ຂອງ ຈີນເຊັ່ນ ວິແຊດເພຍ ແລະ ອາລີເພຍ.

ຂ່າວ: ຂປລ