ກະຊວງປ້ອງກັນປະເທດ ຍ້ອງຍໍຜົນງານນັກກິລາ ໃນບັ້ນແຂ່ງຂັນກິລາ ການທະຫານສາກົນທີ່ ຣັດເຊຍ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ກະຊວງປ້ອງກັນປະເທດ ຍ້ອງຍໍຜົນງານນັກກິລາ ໃນບັ້ນແຂ່ງຂັນກິລາ ການທະຫານສາກົນທີ່ ຣັດເຊຍ

Published

on

ກະຊວງປ້ອງກັນປະເທດ ໄດ້ຈັດພິທີມອບຫລຽນໄຊພິລະອາດຫານ ຊັ້ນ II ແລະ ຊັ້ນ III ໃຫ້ກົມກອງລວມໝູ່ ແລະ ບຸກຄົນ ເພື່ອຍ້ອງຍໍສັນລະເສີນຜົນງານ ແລະ ຊົມເຊີຍຜົນສຳເລັດຂອງທີມນັກກິລາ ກອງທັບປະຊາຊົນລາວ ທີ່ມີຜົນງານດີເດັ່ນໃນການເຂົ້າຮ່ວມແຂ່ງຂັນກິລາການທະຫານສາກົນ ຄັ້ງທີ 6 ທີ່ ສ. ຣັດເຊຍ, ພ້ອມປະກາດເລື່ອນຊັ້ນ ໃຫ້ນາຍທະຫານທີ່ມີຜົນງານດີເດັ່ນ ຈຳນວນ 13 ສະຫາຍ.  

ພິທີມອບຫລຽນໄຊພິລະອາດຫານ ແລະ ຊົມເຊີຍຜົນງານດັ່ງກ່າວ ໄດ້ຈັດຂຶ້ນຢ່າງເປັນທາງການ ແລະ ສົມກຽດ ໃນວັນທີ 23 ຕຸລາ 2020 ເຊິ່ງໃຫ້ກຽດມອບ ຫລຽນໄຊພິລະອາດຫານ ຊັ້ນ II ໂດຍ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແລະ ມອບຫລຽນໄຊພິລະອາດຫານ ຊັ້ນ III ໂດຍ ທ່່ານ ພົນໂທ ສຸວອນ ເລືອງບຸນມີ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ. 

ໄດ້ຮັບຫລຽນໄຊພິລະອາດຫານ ຊັ້ນ II ຄັ້ງນີ້ປະກອບມີ 3 ກົມກອງ ແລະ ບຸກຄົນ 47 ສະຫາຍ ແລະ ຫລຽນໄຊພິລະອາດຫານ ຊັ້ນ III ປະກອບມີ 5 ກົມກອງ ແລະ ບຸກຄົນ 37 ສະຫາຍ ເຊິ່ງຜົນງານດັ່ງກ່າວ ເປັນການປະກອບສ່ວນອັນສຳຄັນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.  

ໂອກາດດັ່ງກ່າວ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຕາງໜ້າໃຫ້ຄະນະນຳກະຊວງປ້ອງກັນປະເທດ ກໍຄື ນາຍ ແລະ ພົນທະຫານ ໄດ້ສະແດງຄວາມຍ້ອງຊົມເຊີຍຕໍ່ຜົນງານ ແລະ ຜົນສຳເລັດ ທີ່ບັນດານັກກິລາຍາດມາໄດ້ໃນການແຂ່ງຂັນດັ່ງກ່າວ.

ການເຂົ້າຮ່ວມແຂ່ງຂັນກິລາການທະຫານສາກົນຂອງກອງທັບປະຊາຊົນລາວເຮົາໃນຄັ້ງນີ້ ແມ່ນເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມ ລະຫວ່າງສອງຊາດ, ສອງກອງທັບ ລາວ-ຣັດເຊຍ ໃຫ້ນັບມື້ເກີດດອກອອກຜົນ ແລະ ງອກງາມຍິ່ງໆຂຶ້ນ ແລະ ທັງເປັນການຫັດແອບດ້ານສີນລະປະຍຸດທະວິທີ, ຝຶກແອບຍາດແຍ່ງເອົາບົດຮຽນ, ປະສົບການ, ຄວາມຮູ້, ຄວາມສາມາດຕົວຈິງໃຫ້ແກ່ພະນັກງານນັກຮົບເຮົາໃຫ້ຄວາມຊຳນິຊຳນານ ແລະ ເຂັ້ມແຂງຂຶ້ນເລື້ອຍໆ, ສຳຄັນຍິ່ງກວ່ານັ້ນ ແມ່ນເປັນການນຳເອົາບົດບາດຊື່ສຽງຂອງປະເທດຊາດ ກໍຄືຂອງກອງທັບປະຊາຊົນລາວ ສູງຂຶ້ນໃນເວທີສາກົນ. 

ການແຂ່ງຂັນກິລາການທະຫາສາກົນ ຄັ້ງທີ 6 ຈັດຂຶ້ນລະຫວ່າງວັນທີ 23 ສິງຫາ – 5 ກັນຍາ 2020 ທີ ສ. ຣັດເຊຍ ໂດຍມີທັງໝົດ 32 ປະເທດເຂົ້າຮ່ວມ ແລະ ມີ 30 ປະເພດກິລາ ລວມທັງໝົດ 156 ທີມ, ເຊິ່ງກອງທັບປະຊາຊົນລາວ ສົ່ງເຂົ້າຮ່ວມທັງໝົດ 7 ປະເພດ, ໃນນັ້ນ ເດີນທາງຈາກ ສປປ ລາວ ໄປຮ່ວມມີ 2 ປະເພດ ຄື: ທີມລົດຕັງ ແລະ ທີມເຕັກນິກຊ່າງແສງ ເຊິ່ງສາມາດຍາດໄດ້ທີ 2 ທັງສອງທີມ.

ນອກນັ້ນ, ແມ່ນເອົານັກສຶກສາທີ່ກໍາລັງສຶກສາຢູ່ ສ. ຣັດເຊຍເຂົ້າຮ່ວມໂດຍມີ 5 ປະເພດ ຄື: ທີມປ້ອງກັນອາກາດ (ຍາດໄດ້ທີ 2), ທີມເຄມີ-ລັງສີ ແລະ ຊີວະພາບ (ອັນດັບ 2), ທີມທະຫານອາກາດກູ້ໄພສູກເສີນ (ຍາດໄດ້ທີ 4), ທີມສືບຂ່າວ (ອັນດັບ 5) ແລະ ທີມເຕັກນິກຊ່ຽວຊານອາວຸດປືນ (ອັນດັບ 5). ສັງລວມແລ້ວ ທີມນັກກິລາກອງທັບປະຊາຊົນລາວ ຈັດເປັນອັນດັບທີ 5 ຮ່ວມກັບກອງທັບ ສປ ຈີນ ໃນຈຳນວນ 32 ປະເທດເຂົ້າຮ່ວມ.

ຂ່າວ: ສິງຄຳ, ພາບ: ຂັນໄຊ

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນມີນາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 12
3456789
10111213141516
17181920212223
24252627282930

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້