ນາຍົກລັດຖະມົນຕີ ລົງຊຸກຍູ້ແລະມອບເງິນຊ່ວຍ 500ລ້ານກີບ ແກ້ໄຂໄພນໍ້າຖ້ວມ ເມືອງເຊໂປນ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ນາຍົກລັດຖະມົນຕີ ລົງຊຸກຍູ້ແລະມອບເງິນຊ່ວຍ 500ລ້ານກີບ ແກ້ໄຂໄພນໍ້າຖ້ວມ ເມືອງເຊໂປນ

Published

on

ໃນວັນທີ 23 ຕຸລາ 2020 ນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງພື້ນທີ່ເມືອງເຊໂປນ, ແຂວງສະຫວັນນະເຂດ ເພື່ອເຄື່ອນໄຫວຢ້ຽມຢາມ, ຊຸກຍູ້ຊ່ວຍເຫລືອ ແລະ ໃຫ້ທິດຊີ້ນຳ ໃນການແກ້ໄຂ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ໃນໄລຍະວັນທີ 7-21 ຕຸລານີ້.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ໄປຢ້ຽມຢາມ ແລະ ຕິດຕາມເບິ່ງສະພາບຊີວິດການເປັນຢູ່ ຂອງປະຊາຊົນບ້ານວັງຄົດ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມຢູ່ສູນພັກຊົ່ວຄາວ ຈຸດໂຮງຮຽນປະຖົມບ້ານວັງຄົດ ແລະ ໄປເບິ່ງພື້ນທີ່ບ້ານ ທີ່ຖືກນໍ້າໄຫລຊຸ, ເຊິ່ງເຫັນວ່າ ບ້ານວັງຄົດ ມີ 115 ຫລັງຄາເຮືອນ, ໃນນັ້ນ ມີບ້ານທີ່ຖືກນໍ້າພັດໄຫລບໍ່ເຫລືອຊາກ 26 ຫລັງ, ເປ່ເພເກັບກູ້ຄືນໄດ້ບາງສ່ວນ 6 ຫລັງ, ນໍ້າຖ້ວມ ແຕ່ບໍ່ເສຍຫາຍ 77 ຫລັງ, ສ່ວນຜົນເສຍຫາຍດ້ານອື່ນໆ ຂອງບ້ານດັ່ງກ່າວມີເນື້ອທີ່ເຂົ້ານາປີ 20 ເຮັກຕາ, ສວນປູກເຂົ້າ 15 ເຮັກຕາ, ສວນກ້ວຍ 15 ເຮັກຕາ, ເສົາໄຟຟ້າ 32 ຕົ້ນ, ກົງເຕີນັບໄຟ 77 ໜ່ວຍ, ແບ້ 20 ກວ່າໂຕ, ສັດປີ 200 ກວ່າໂຕ ແລະ ອື່ນໆ.

ສຳລັບຜົນກະທົບຈາກໄພນໍ້າຖ້ວມ ໃນທົ່ວເມືອງເຊໂປນ ຄັ້ງນີ້ ມີ 47 ບ້ານ, 2.500 ກວ່າຫລັງຄາເຮືອນ, 2.700 ກວ່າຄອບຄົວ, 15.600 ກວ່າຄົນ (ຍິງ 7.800 ກວ່າຄົນ), ປະຊາຊົນ ທີ່ຖືກອົບພະຍົກ ມີ 29 ບ້ານ, 2.000 ກວ່າຄອບຄົວ, ມີຄົນເສຍຊີວິດ 1 ຄົນ, ເຮືອນເປ່ເພ-ໄຫລນໍ້າ 109 ຫລັງ, ເນື້ອທີ່ນາເສຍຫາຍ 1.764 ເຮັກຕາ, ໜອງປາ 271 ໜອງ, ຄວາຍ 5 ໂຕ, ງົວ 68 ໂຕ, ແບ້ 148 ໂຕ, ໝູ 18 ໂຕ, ນອກນັ້ນ ຍັງມີເສັ້ນທາງ, ລະບົບໄຟຟ້າໃຊ້, ພື້ນຖານໂຄງລ່າງ ການສຶກສາ, ສາທາລະນະສຸກ ແລະ ອື່ນໆ, ລວມມູນຄ່າເສຍຫາຍທັງໝົດ ໃນທົ່ວເມືອງ 317 ກວ່າຕື້ກີບ.

ໃນໂອກາດດຽວກັນ, ຢູ່ສະໂມສອນໃຫຍ່ ຂອງເມືອງເຊໂປນ ທ່ານນາຍົກລັດຖະມົນຕີ ກໍໄດ້ໂອ້ລົມ ແລະ ຊີ້ນຳ ແກ່ອົງການປົກຄອງເມືອງເຊໂປນ, ຜູ້ຕາງໜ້າ ເມືອງພີນ, ເມືອງນອງ ແລະ ເມືອງວິລະບູລີ ໃນການແກ້ໄຂ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ຄັ້ງນີ້. ກ່ອນອື່ນ ທ່ານໄດ້ກ່າວຍ້ອງຍໍຊົມເຊີຍ ທຸກພາກສ່ວນທີ່ກ່ຽວຂ້ອງ ທີ່ມີຄວາມຮັບຜິດຊອບ, ມີຄວາມຕັດສິນໃຈ ແລະ ເສຍສະຫລະສູງ, ມີຄວາມສາມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນ ໂດຍສະເພາະ ໄດ້ຮີບຮ້ອນເຂົ້າຊ່ວຍເຫລືອປະຊາຊົນ ທີ່ຖືກຜົນກະທົບ ຢ່າງທັນການ ແລະ ໄດ້ຮັບຜົນດີພໍສົມຄວນ. ຫລັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນເນັ້ນໜັກ ໃຫ້ຜູ້ເຂົ້າຮ່ວມ ກໍ່ຄື ພາກສ່ວນ ແລະ ຂະແໜງ ການທີ່ກ່ຽວຂ້ອງ ເອົາໃຈໃສ່ຕໍ່ບາງບັນຫາສຳຄັນ ເປັນຕົ້ນ ເອົາໃຈໃສ່ວຽກງານປ້ອງກັນຄວາມສະຫງົບ, ບໍ່ໃຫ້ຄົນບໍ່ດີ ສວຍໂອກາດລັກເອົາວັດຖຸສິ່ງຂອງ ຂອງປະຊາຊົນ; ສົມທົບກັນ ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ທີ່ຈຳເປັນ ໄປຊ່ວຍເຫລືອປະຊາຊົນ ເພື່ອແກ້ໄຂສຸກເສີນໃຫ້ທັນການ ແລະ ທົ່ວເຖິງ;

ເອົາໃຈໃສ່ເບິ່ງແຍງສຸຂະພາບຂອງປະຊາຊົນ ທີ່ຢູ່ໃນສູນພັກຊົ່ວຄາວ ຢ່າງໃກ້ຊິດຕິດແທດ ເພື່ອຮັບປະກັນດ້ານສຸຂາອະນາໄມ, ປ້ອງກັນ ແລະ ປິ່ນປົວພະຍາດ ທີ່ອາດເກີດຂຶ້ນ ໃຫ້ທັນການ; ໃຫ້ສືບຕໍ່ຕິດຕາມຂໍ້ມູນຂ່າວສານ ກ່ຽວກັບ ສະພາບດິນຟ້າອາກາດ ຢ່າງເປັນປົກກະຕິ ແລະ ມີແຜນຮອງຮັບກັບຜົນກະທົບທີ່ອາດເກີດຂຶ້ນໃຫ້ດີ, ເນື່ອງຈາກ ປັດຈຸບັນ ຍັງຢູ່ໃນໄລຍະສ່ຽງ ທີ່ຈະເກີດມີພະຍຸພັດເຂົ້າມາອີກຮອບໃໝ່; ຄຽງຄູ່ກັບການຊ່ວຍເຫລືອຈາກພາກສ່ວນຕ່າງໆ, ໃຫ້ສືບຕໍ່ປຸກລະດົມປະຊາຊົນ ໃຫ້ມີຄວາມເປັນເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ບັນດາສູນພັກຊົ່ວຄາວ ແລະ ການຟື້ນຟູຜົນກະທົບ ໃນຕໍ່ໜ້າ ໃຫ້ມີການຈັດຕັ້ງນໍາພາ-ຄຸ້ມຄອງ, ມີການຈັດສັນ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ມີການແບ່ງຄວາມຮັບຜິດຊອບໃຫ້ທຸກພາກສ່ວນ ແລະ ປະຊາຊົນ ຄັກແນ່; ສືບຕໍ່ເກັບກຳຂໍ້ມູນຜົນເສຍຫາຍ, ຄວາມຕ້ອງການອັນຈຳເປັນ ຂອງປະຊາຊົນໃຫ້ລະອຽດ ເພື່ອສະດວກ ແກ່ການຊ່ວຍເຫລືອ ແລະ ຟື້ນຟູຜົນກະ ທົບໄດ້ຮັບຜົນດີ. ນອກຈາກນັ້ນ, ຍັງໄດ້ເນັ້ນໜັກ ໃຫ້ສືບຕໍ່ເອົາໃຈໃສ່ວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19, ບໍ່ໃຫ້ມີການເຜີຕົວ ຫລື ຖືເບົາເດັດຂາດ;

ໃນສະພາບທີ່ຍັງມີການການບາດຂອງພະຍາດໂຄວິດ-19 ໃນບັນດາປະເທດ, ແຜນການພັດທະນາໃນຕໍ່ໜ້າ ໃຫ້ເອົາໃຈໃສ່ນຳໃຊ້ທ່າແຮງຂອງທ້ອງຖິ່ນ ໃຫ້ເກີດປະໂຫຍດສູງສຸດ ໂດຍສະເພາະ ສົ່ງເສີມປະຊາຊົນເພີ່ມພູນຜະລິດຜົນ ໃຫ້ເປັນຂະບວນການກວ້າງຂວາງ ເພື່ອຫລຸດຜ່ອນການນຳເຂົ້າສິນຄ້າ ຈາກຕ່າງປະເທດ, ສ້າງລາຍຮັບ ແລະ ປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ນັບມື້ດີຂຶ້ນ ເປັນກ້າວໆ; ໃຫ້ພ້ອມກັນປະຢັດມັດທະຍັດ ໂດຍຫລຸດຜ່ອນການພົບປະສັງສັນ, ການຈັດງານຕ່າງໆ ທີ່ໃຫຍ່ໂຕເກີນຄວາມຈຳເປັນ; ເອົາ ໃຈໃສ່ສຶກສາອົບຮົມ-ສັ່ງສອນລູກຫລານ, ຊາວໜຸ່ມ-ເຍົາວະຊົນ ໃຫ້ເປັນຄົນຮູ້ຜູ້ດີ, ບໍ່ໄປພົວພັນ ຫລື ມົ່ວສຸມສິ່ງບໍ່ດີຕ່າງໆ; ເອົາໃຈໃສ່ ຄຸ້ມຄອງຄົນຕ່າງປະເທດ ໃຫ້ດີ, ພ້ອມທັງຕ້ານ ແລະ ສະກັດກັ້ນ ກຸ່ມຄົນບໍ່ຫວັງດີ ທີ່ສ້າງຄວາມປັ່ນປ່ວນໃນສັງຄົມ, ຫວັງແບ່ງແຍກ ຄວາມສາມັກຄີພາຍໃນ ຫລື ໃສ່ຮ້າຍປ້າຍສີ, ທັບຖົມໂຈມຕີ ແລະ ຫວັງມ້າງເພລະບອບໃໝ່ຂອງພວກເຮົາ.

ການລົງພື້ນທີ່ ແລະ ຢ້ຽມຢາມປະຊາຊົນ ເມືອງເຊໂປນ ຄັ້ງນີ້, ທ່ານນາຍົກລັດຖະມົນຕີ ໄດ້ມອບເງິນສົດ ໃຫ້ເມືອງເຊໂປນ, ເມືອງພີນ, ເມືອງນອງ ແລະ ເມືອງວິລະບູລີ ເພື່ອນຳໄປຊ່ວຍເຫລືອປະຊາຊົນ ລວມທັງໝົດ 500 ລ້ານກີບ ພ້ອມດ້ວຍເຄື່ອງອຸປະໂພກ-ບໍລິໂພກ ໃຫ້ເມືອງເຊໂປນ ຄິດເປັນມູນຄ່າເກືອບ 300 ລ້ານກີບ ຕື່ມອີກ.

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນພຶດສະພາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 12345
6789101112
13141516171819
20212223242526
2728293031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້