ຄອບຄົວການນຳ ແລະສະມາຄົມນັກທຸລະກິດຍິງມອບເຄື່ອງຊ່ວຍເຫຼືອໃຫ້ກັບຜູ້ປະສົບໄພນ້ຳຖ້ວມທີ່ເມືອງຈຳພອນ
ໃນວັນທີ 23 ຕຸລາ 2020 ນີ້ ທ່ານ ນາງ ວິລາວັນ ພົມວິຫານ ພັນລະຍາ ຂອງທ່ານສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ,ມີພັນລະຍາຂອງທ່ານທ່ອນແກ້ວ ພຸດທະໄກຍະລາດຮອງເຈົ້າແຂວງ,ຄອບຄົວທ່ານເຈົ້ານະຄອນໄກສອນ ພົມວິຫານແລະສະມາຄົມນັກທຸລະກິດຍິງແຂວງສະຫວັນນະເຂດພ້ອມຄະນະ
ໄດ້ລົງມອບເຄື່ອງຊ່ວຍເຫຼືອໃຫ້ກັບປະຊາຊົນຜູ້ປະສົບໄພນ້ຳຖ້ວມທີ່ເມືອງຈຳພອນ ໃນການລົງມອບເຄື່ອງຄັ້ງນີ້ທາງຄອບຄົວການນຳແຂວງພ້ອມຄະນະ ກໍ່ໄດ້ພາກັນຂີ່ເຮືອໄປແຈກຢາຍເຄື່ອງຊ່ວຍເຫຼືອໃຫ້ກັບປະຊາຊົນທີ່ບ້ານແກ້ງກອກດົງດ້ວຍຕົນເອງ
ເຄື່ອງທີ່ມອບໃນຄັ້ງນີ້ແມ່ນໄດ້ມາຈາກການປະກອບສ່ວນຂອງຄອບຄົວການນຳແຂວງ,ນັກທຸລະກິດແຂວງແລະໄດ້ຈາກການປະກອບສ່ວນຂອງຄອບຄົວເອື້ອຍນ້ອງເລດີ້ ນະຄອນຫຼວງວຽງຈັນ ເຊິ່ງປະກອບມີເຂົ້າສານ,ນ້ຳດື່ມ,ໝີ່,ປາກະປ໋ອງ, ຢາປົວພະຍາດ,ສະບູ,ແປງແລະຢາສີແຂ້ວຈຳນວນ 200 ຊຸດ ລວມມູນຄ່າເປັນເງິນທັງໝົດ 26 ລ້ານກີບ
.
.
.
ພາບ-ຂ່າວ: ອັກສອນສິນ ພົມມະຈັນ