ອັບເດດເລື່ອງສາວໃຈເດັດຂັບລົດຕໍາໂຈນ! ມື້ນີ້ຄະນະອາຈານໃນວິທະຍາໄລສັບພະເຂົ້າຢ້ຽມອາການບາດເຈັບ

ຈາກກໍລະນີ ຄລິບວີດີໂອເຫດການສາວນັກສຶກສາໃຈເດັດຂັບລົດຕໍາໂຈນທີ່ດຶງກະເປົາຕົນເອງ ເມື່ອວັນທີ 22 ຕຸລາ 2020 ທີ່ຜ່ານມາ ເຮັດໃຫ້ຜູ້ກ່ຽວໄດ້ຮັບບາດເຈັບເລັກນ້ອຍ ຕ້ອງເຂົ້າໂຮງໝໍຮັບການປິ່ນປົວ ຫຍິບບາດແຜທີ່ຄາງ ເຊິ່ງຕອນນີ້ອອກພັກຟື້ນຢູ່ຫ້ອງພັກແລ້ວ.

ຊາບຊື່ພາຍຫຼັງຂອງນັກສຶກສາສາວຄົນນີ້ແມ່ນ ນາງ ລີນາ ບຸນວິໄລພອນ ນັກສຶກສາສາຂາໄຟຟ້າ ທີ່ວິທະຍາໄລສັບພະວິຊາ, ຈາກການໃຫ້ຂໍ້ມູນຂອງຜູ້ກ່ຽວ ຫຼັງຕັດສິນໃຈເຮັດສິ່ງທີ່ອັນຕະລາຍຕໍ່ຊີວິດຂອງຕົນເອງ ນ້ອງລີນາເຜີຍວ່າ: ທີ່ຕັດສິນໃຈແບບນັ້ນ ເພາະໃນກະເປົາມີເງິນກ້ອນສຸດທ້າຍຂອງຕົນເອງຢູ່ ເຊິ່ງມັນສໍາຄັນຫຼາຍ ຕ້ອງນໍາມາຈ່າຍຄ່າຫ້ອງ ແລະ ຄ່າຮຽນ ຈຶ່ງບໍ່ຄິດເຫັນຊີວິດຕົນເອງເລີຍໃນຕອນນັ້ນ.

ຈາກເຫດການດັ່ງກ່າວເຮັດໃຫ້ນ້ອງລີນາ ໄດ້ຮັບບາດເຈັບຫຼາຍສົມຄວນ, ແຕ່ທັງນີ້ທັງນັ້ນ ສິ່ງທີ່ນ້ອງເຮັດລົງໄປ ຖືໄດ້ວ່າເປັນການຊ່ວຍເຫຼືອສັງຄົມ ກໍ່ຄືການກໍາຈັດບຸກຄົນບໍ່ດີ ຫຼື ໂຈນຜູ້ຮ້າຍໃຫ້ອອກຈາກສັງຄົມໄປອີກ 1ຄົນ ແລະ ແນ່ນອນ ສັງຄົມຕ່າງກໍ່ຍ້ອງຍໍ ຂະນະດຽວກັນ ອົງການຈັດຕັ້ງ ໂດຍສະເພາະສະຖາບັນການສຶກສາທີ່ນ້ອງຮຽນຢູ່ ກໍ່ເຫັນຄວາມສໍາຄັນ.

ຫຼ້າສຸດ ແອັດມິນຮູ້ຂ່າວມາວ່າ ມື້ນີ້ ວັນທີ 23 ຕຸລາ 2020 ອາຈານສຸລິວັນ​ ຄຳພາວົງ,​ ຮອງຜູ້ອຳນວຍການວິທະຍໄລເຕັກນິກສັບພະວິຊາ,​ ທ່ານ.​ນ​ຈັນມະລີ​ ອິນທະປະຖາ ປະທານກວດກາຄະນະພັກຮາກຖານ,​ພະແນກ​ກິດຈະກຳນັກສືກສາ,​ ພ້ອມ3ອົງການຈັດຕັ້ງມະຫາຊົນເຂົ້າໄປຢ້ຽມຢາມນ້ອງລີນາເຖິງຫ້ອງພັກແລ້ວ.

ຂ່າວ: Laoedaily.com.la