ຜູ້ນຳໂລກ ຮຽກຮ້ອງໃຫ້ທຸກປະເທດສາມາດເຂົ້າເຖິງວັກແຊງໂຄວິດ-19ຢ່າງເສລີ – ສື່ລາວ.ຄອມ
Connect with us

ຂ່າວຕ່າງປະເທດ

ຜູ້ນຳໂລກ ຮຽກຮ້ອງໃຫ້ທຸກປະເທດສາມາດເຂົ້າເຖິງວັກແຊງໂຄວິດ-19ຢ່າງເສລີ

Published

on

ຕາມ​ຂ່າວ​ຈາກ​ເຈ​ເນວາ, ວັນ​ທີ 14 ພຶດສະພາ​ນີ້, ບັນດາ​ ຜູ້ນຳ​ທົ່ວ​ໂລກ​ ລວມທັງ ​ອະ​ດິດ ​ແລະ ປັດຈຸບັນ ກ່າວ​ຢືນຢັນ​ ວ່າ: ຫາກ​ການ​ ພັດທະນາ​ຢາ ​ຕ້ານ​ພະຍາດ(ວັກ​ແຊງ) ສຳລັບ ການ​ປິ່ນປົວ ​ພະຍາດ ທີ່​ເກີດ​ຈາກ​ ​ເຊື້ອ​ພະຍາດ​ ໂຄ​ວິດ-19 ປະສົບ ​ຄວາມ​ສຳ​ເລັດ ຫລື ມີ​ການ​ຄົ້ນພົບ ຢາ​ປິ່ນປົວ​ ໂຄ​ວິດ-19 ​ໄດ້​ແລ້ວ ທຸກ​ປະ​ເທດ ຄວນ​ຈະ ​ໄດ້​ເຂົ້າ​ເຖິງ​ທັງ ວັກ​ແຊງ ​ແລະ ວິທີ​ການ​ປິ່ນປົວ​ ໄດ້​ຢ່າງ​ເສລີ ​ແລະ ບໍ່​ມີຄ່າ​ໃຊ້​ຈ່າຍ ຫລັງ​ຈາກ ທ່ານ ​ໄຊຣີ ຣາມາ​ໂຟຊາ, ປະທານາທິບໍດີ ອາ​ຟຣິກາ​ໃຕ້ ​ແລະ ທ່ານ  ອິມຣານ ຂ່າ​ນ, ນາຍົກ ລັດຖະມົນຕີ ປາກິດ​ສະຖານ ​ເປັນ​ສ່ວນ​ໜຶ່ງ ​ໃນ​ຈຳນວນ​ ຜູ້​ທີ່ເຂົ້າ​ຮ່ວມ​ ລົງ​ນາມ ​ໃນ​ຈົດໝາຍ 140 ກວ່າ​ຄົນ ທີ່​ຮຽກຮ້ອງ​ວ່າ​ ບໍ່​ຄວນ ຈະ​ມີ​ການ ​ຈົດ​ສິດທິ​ບັດ ​ວັກແຊງ​ໂຄ​ວິດ-19 ​ແລະ ວິທີ​ທາງ​ການ​ປິ່ນປົວ ຄວນ​ຈະ​ໄດ້​ມີ​ ການ​ແບ່ງປັນ​ກັນ ລະຫວ່າງ ​ປະ​ເທດ​ຕ່າງໆ ​ແລະ ຂໍ​ໃຫ້​ ສະມັດ ຊາ ອະນາ​ໄມ​ໂລກ ​ເປັນ​ຜູ້​ຊຸກຍູ້​ໃນ​ເລື້ອງ​ນີ້, ສະມັດຊາ​ ອະນາ​ໄມ​ໂລກ ​ເປັນ​ສ່ວນ​ໜຶ່ງ​ ຂອງ​ ອົງການ​ ອະນາ​ໄມ​ໂລກ ທີ່​ເຮັດ​ໜ້າ​ທີ່ ກຳນົດ ​ແນວ​ທາງ ນະ​ໂຍບາຍ​ ຂອງ​ ອົງການ​ ອະນາ​ໄມ​ໂລກ ​ໂດຍ​ສະມັດຊາ ອະນາ​ໄມ​ໂລກ ຈະ​ເປີດ​ກອງ​ປະຊຸມ ປະຈຳ​ປີ ​ໃນ​ອາທິດ​ໜ້າ.

ຂ່າວ: ຂປລ

Continue Reading

ຂ່າວຕ່າງປະເທດ

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ ເປັນເວລາ 11 ມື້

Published

on

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ

ພົບກັບຜູ້ຊາຍ 3 ຄົນ ຊາວໄນຈີເຣຍຈາກເມືອງ Lagos. ລັກລອບເຂົ້າປະເທດສະເປນໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ.

ໂດຍທັງ 3 ຄົນ ນັ່ງຢູ່ຈຸດນັ້ນ ເປັນເວລາ 11 ມື້

Continue Reading

ຂ່າວຕ່າງປະເທດ

ເບິ່ງເອົາເດີ ແບບຢ່າງ ສາວປະຢັດກິນ ຕຳໝີ ມື້ລະ 18,000 ກີບ ຈົນຊື້ເຮືອນໄດ້ 3 ຫຼັງ

Published

on

ປະຢັດກິນ ຈົນຊື້ເຮືອນໄດ້ 3 ຫຼັງ ຍິງຊາວຍີ່ປຸ່ນ ໃນໄວ 34 ປີ ກິນພຽງ 200 ເຢນ (18 ພັນກວ່າກີບ) ຕໍ່ວັນ.

ຂ່າວນີ້ຖືເປັນທີ່ສົນໃຈ ເມື່ອສື່ຂອງຍີ່ປຸ່ນ ລາຍງານຊີວິດຍິງສາວຊາວຍີ່ປຸ່ນທ່ານໜຶ່ງ ທີ່ກິນພຽງກິນພຽງ 200 ເຢນ (ປະມາານ 18 ພັນກວ່າກີບ) ຕໍ່ວັນ ປັດຈຸບັນມີເຮືອນ 3 ຫຼັງ ຜ່ານເວລາໄປ 16 ປີ.

ຍິງຜູ້ນີ້ລາວພະຍາຍາມດີ້ນຮົນ ແລະ ປະຢັດອົດອອມກວ່າ 16 ປີ ແລະ ໄດ້ຊື້ເຮື້ອນຫຼັງທີ 3 ໄດ້ເດືອນພະຈິກ ປີ 2019 ເຊິ່ງລາວໄດ້ເລີ່ມວາງແຜນຕັ້ງແຕ່ອາຍຸ 18 ປີ ເມື່ອມີເປົ້າໝາຍທີ່ຈະຊື້ເຮືອນ 3 ຫຼັງ ເມື່ອອາຍຸຮອດ 34 ປີ.

ຕອນອາຍຸ 27 ປີ ລາວໄດ້ຊື້ເຮືອນຫຼັງທຳອິດໃນແຂວງໄຊຕາມະ ດ້ວຍເງິນ 10 ລ້ານເຢນ (ປະມານ 912 ລ້ານກີບ) ແລະ ຊື້ເຮືອນຫຼັງທີ 2 ໃນຄາລາ 18 ລ້ານເຢນ ( 1,6 ຕື້ກວ່າກີບ) ເມື່ອອາຍຸພຽງ 29 ປີ ແລະ ໃນປີ 2019 ລາວ ອາຍຸໄດ້ 34 ປີ ກໍ່ໄດ້ຊື້ເຮືອນຫຼັງທີ 3 ໃນລາຄາ 27 ລ້ານເຢນ (2,4 ຕື້ກວ່າກີບ).

ຈາກການລາຍງານຂອງສື່ຍີ່ປຸ່ນ ເປີດເຜີຍວ່າ: ຍິງຄົນນີ້ ລາວກິນຈະໃຊ້ຈ່າຍບໍ່ເກີນ 200 ເຢນ ( 18.000 ກວ່າກີບ) ຕໍ່ວັນສຳລັບຄ່າອາຫານເພື່ອຄວາມຢູ່ລອດ ດ້ວຍງົບປະມານທີ່ຈຳກັດ ລາວຈະເຮັດອຸດົ້ງ ແລະ ຜັກ ກິນດ້ວຍເງິນພຽງ 50 ເຢັນ (4.560 ກີບ) ສຳລັບສ່ວນປະສົມ, ລາວບອກວ່າ ຖ້າກິນອີ່ມແລ້ວ ຈະກິດຫຍັງກໍ່ບໍ່ຕ່າງກັນ.

ໃນຕອນອາຍຸ 29 ປີ ລາວຕັດຜົມ ແລະ ຂາຍຜົມຂອງຕົນເອງໃນລາຄາ 3.100 ເຢນ (282.720 ກີບ) ປັດຈຸບັນນອກຈາກເຮັດວຽກປະຈຳໃນອຸດສາຫະກຳອະສັງຫາລິມະຊັບແລ້ວ ລາວຍັງມີລາຍໄດ້ຈາກການເກັບຄ່າເຊົ່າຈາກຫ້ອງວ່າງຈາກອະສັງຫາລິມະຊັບຂອງລາວ ແລະ ເປີດຄາເຟ່ແມວ Cafe Yunaagi ຈາກເຮືອນຫຼັງທີ 3 ເຊິ່ງແມວທຸກໂຕທີ່ຢູ່ຄາເຟ່ ເປັນແມວທີ່ຊ່ວຍເຫຼືອຈາກຂ້າງທາງ.

Continue Reading

ຂ່າວຕ່າງປະເທດ

ເດືອດ! APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນ.

Published

on

APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນດຸເດືອດ.

ຜູ້ປະທ້ວງຈຳນວນຫຼາຍໄດ້ລວມຕົວກັນປະທ້ວງຕໍ່ກອງປະຊຸມ APEC ທີ່ຈັດຂຶ້ນທີ່ນະຄອນຫຼວງບາງກອກ ເຊິ່ງມີຜູ້ນຳລະດັບໂລກກຳລັງປະຊຸມກັນ.

ຮູບພາບເດັ່ນຄື ຍາພໍ່ອົງໜຶ່ງໃນນາມຜູ້ປະທ້ວງໄດ້ໂດດຖີບຕຳຫຼວດ ປານໃນໜັງ.

….

ຮູບ: ຣອຍເຕີ

Continue Reading
ເດືອນກັນຍາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
30  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້