ສປປ ລາວ ແຈ້ງເປີດບາງດ່ານປະເພນີ ແລະ ດ່ານທ້ອງຖິ່ນ ທີ່ຈໍາເປັນໃນການຂົນສົ່ງສິນຄ້າ

ໃນປະຈຸບັນນີ້, ຖືວ່າພະຍາດລະບາດ ໂຄວິດ-19 ຍັງໜັກໜ່ວງ ແລະ ໜ້າເປັນຫ່ວງທີ່ສຸດ ໃນທົ່ວຂົງເຂດອາຊີ ແລະ ກໍ່ຄືໃນທົ່ວໂລກ. ເຖິງຢ່າງໄດກໍ່ຕາມ, ພັກ ແລະ ລັດຖະບານ ໄດ້ມີຄວາມພະຍາຍາມອັນສູງສຸດ ທີ່ຈະນໍາໃຊ້ມາດຕະການຢ່າງເຄັ່ງຂັດ ເພື່ອປົກປ້ອງຊີວິດການເປັນຢູ່ຂອງປະຊາຊົນ ລາວ ແລະ ຍັງພະຍາຍາມດຸ່ນດ່ຽງເສດຖະກິດມະຫາພາກໃຫ້ມີການເໜັງຕີງຢ່າງຕໍ່ເນື່ອງ ແລະ ປົກກະຕິ ທີ່ສຸດ.

ສະນ້ັ້ນ, ລັດຖະບານຈຶ່ງໄດ້ມີແຈ້ງການ ຜ່ອນຜັນການຂົນສົ່ງຜ່ານຊາຍແດນ ຂອງບາງແຂວງ ໂດຍອີງຕາມຄວາມເໝາະສົມ, ການສະເໜີຈາກພາກສ່ວນທີ່ກ່ຽວຂ້ອງທີ່ມີຄວາມຈໍາເປັນຢ່າງຍິງ ແລະ ການສົ່ງເສີມໃຫ້ທຸກພາກສ່ວນໄດ້ຮັບຜົນປະໂຫຍດຕາມຄວາມເໝາະສົມ ໃນສະພາບການເຊັ່ນນີ້.

ເຊິ່ງໄດ້ມີການແຈ້ງເປີດດ່ານຊົ່ວຄາວໃນບາງແຂວງ ທີ່ມີຄວາມຈໍາເປັນ ແລະ ສໍາຄັນຕໍ່ການພັດທະນາ ກໍ່ຄື: ດ່ານປະເພນີ ໜອງມ້າ, ເມືອງບົວລະພາ, ແຂວງຄໍາມ່ວນ ເພື່ອຮັບໃຊ້ໃຫ້ແກ່ການສົ່ງອອກ ແຮ່ບາລິດສໍາເລັດຮູບ ຂອງບໍລິສັດ ແຮ່ບາລິດກວາງຈຸງລາວ ຈໍາກັດຜູ້ດຽວ, ດ່ານບ້ານວັງ, ເມືອງໝື່ນ, ແຂວງວຽງຈັນ

ເພື່ອຮັບໃຊ້ໃຫ້ແກ່ການສົ່ງອອກແຮ່ບາລິດ ຂອງບໍລິສັດ ເພັດທອງຄໍາ ບໍ່ແຮ່ ຈໍາກັດ, ດ່ານປະເພນີທ່າສະອາດ ຢູ່ເມືອງປາກກະດິງ, ແຂວງບໍລິຄໍາໄຊ ຊົ່ວຄາວໃຫ້ບໍລິສັດ ໄຟຟ້ານໍ້າເທີນ 1 ຈໍາກັດ ເພື່ອນໍາເຂົ້າວັດສະດຸອຸປະກອນທີ່ຈໍາເປັນ ແລະ ຮີບດ່ວນທີ່ສຸດ ໃນການກໍ່ສ້າງໂຄງການເຂື່ອນໄຟຟ້ານໍ້າເທີນ 1 ແລະ ດ່ານທ້ອງຖີ່ນປາງໄຮ, ເມືອງສີງ, ແຂວງຫຼວງນໍ້າທາ ເພື່ອຂົນສົ່ງສິນຄ້າເຂົ້າ-ອອກ ສປປ ລາວ ແລະ ເພື່ອມາຮັບໃຊ້ ແລະ ຂົນສົ່ງອ້ອຍອອກໄປ ສປ ຈີນ ຂອງແຂວງຫຼວງນໍ້າທາ.