ບົດຄວາມ
ລອງອ່ານ! ທັດສະນະນັກສຶກສາກຽດນິຍົມພ້ອມເຜີຍເຄັດລັບຄວ້າໃບປະກາດແດງ

ເດືອນກັນຍາ ຫາ ຕຸລາຂອງທຸກໆປີ ເປັນໄລຍະຂອງການຮັບໃບປະກາສະນີຍະບັດຂອງຫຼາຍໆສະຖາບັນການສຶກສາ. ແລະ ແນ່ນອນສິ່ງທີ່ເຮັດໃຫ້ຫຼາຍທ່ານຕື່ນເຕັ້ນແມ່ນການໄດ້ຮູ້ ຫຼື ໄດ້ເຫັນເຈົ້າຂອງໃບປະກາດແດງ ຫຼື ນັກສຶກສາທີ່ໄດ້ຮັບປະກາສະນີຍະບັດກຽດນິຍົມ ຈາກມະຫາວິທະຍາໄລທີ່ມີຊື່ສຽງຂອງປະເທດ ເຊິ່ງມື້ນີ້ຜູ້ຂຽນຂໍຍົກເອົາບາງທັດສະນະ ແລະ ແບບແຜນການຮຽນຂອງນັກສຶກສາໃບປະກາດແດງຈາກນັກສຶກສາ ມະຫາວິທະຍາໄລສຸພານຸວົງ ແລະ ມະຫາວິທະຍາໄລແຫ່ງຊາດ ມາໃຫ້ທ່ານຜູ້ອ່ານໄດ້ຮູ້ຈັກນໍາກັນ.

ນາງ ສິລິນຢາ ອຸດົມລິດ ນັກສຶກສາກຽດນິຍົມ ສາຂາພາສາຝຣັ່ງ, ພາກວິຊາພາສາຝຣັ່ງ, ຄະນະອັກສອນສາດ, ມະຫາວິທະຍາໄລແຫ່ງຊາດ ໃຫ້ຮູ້ເຖິງສິ່ງທີ່ຕົນເອງປະຕິບັດມາຕະຫຼອດໄລຍະການຮຽນ ວ່າ: ສຳລັບນ້ອງເອງບໍ່ຄ່ອຍມີເຄັດລັບຫຍັງເປັນພິເສດ ແຕ່ຫຼັກໆແລ້ວສິ່ງທີ່ໄດ້ປະຕິບັດເປັນປະຈຳ ໃນໄລຍະ 4 ປີທີ່ສຶກສາໃນຮົ້ວມະຫາວິທະຍາໄລແຫ່ງນີ້ ຈະສາມາດເປັນແນວທາງ ແລະ ເປັນປະໂຫຍດໃຫ້ແກ່ຮຸ່ນນ້ອງທຸກໆຄົນ ກໍຈະມີຢູ່ 5 ສິ່ງທີ່ໄດ້ປະຕິບັດຕົວຈິງ ນັ້ນກໍຄື:
ຈົດບັນທຶກຄຳອະທິບາຍຂອງອາຈານ: ເວລາຮຽນຈະຕ້ອງຈົດເນື້ອໃນສຳຄັນທີ່ອາຈານອະທິບາຍ ແລະ ທີ່ສຳຄັນຕ້ອງມີເຕັກນິກການຈົດເນື້ອຫາແບບທີ່ຕົນເອງເຂົ້າໃຈງ່າຍ ໂດຍເນັ້ນຈົດ ຫຼື ໝາຍປະໂຫຍກທີ່ອາຈານອະທິບາຍຢູ່ຊໍ້າໆຈຸດສຳຄັນຂອງບົດຕ່າງໆ ເພື່ອເວລາກັບມາເບິ່ງບົດຮຽນຄືນຈະເຮັດໃຫ້ເຂົ້າໃຈໄດ້ໄວ, ເຂົ້າໃຈງ່າຍ ແລະ ບໍ່ສັບສົນໃນເວລາທວນບົດຮຽນຄືນ.ສະຫຼຸບບົດຮຽນຫຼັງຈາກເລີກໂມງຮຽນແຕ່ລະວິຊາ:
ເວລາເລີກຊົ່ວໂມງຮຽນຂອງແຕ່ລະວິຊາ ນ້ອງເປັນຄົນມັກຄິດທົບທວນ ແລະ ສະຫຼຸບບົດຮຽນສັ້ນໆ ເພື່ອໃຫ້ຮູ້ວ່າຊົ່ວໂມງນີ້ເຮົາຮຽນກ່ຽວກັບຫຍັງແດ່ ແລະ ຕ້ອງຈື່ຈຸດຕ່າງໆທີ່ສຳຄັນໃຫ້ ໄດ້, ທີ່ສຳຄັນຕ້ອງທວນຄືນບົດຮຽນກ່ອນສອບເສັງຢ່າງໜ້ອຍ 1 ຫຼື 2 ອາທິດ.

ປະກອບສ່ວນໃນແຕ່ລະຊົ່ວໂມງຮຽນ: ຕ້ອງມີການສົນທະນາ ຫຼື ຮ່ວມຕອບຄຳຖາມອາຈານ, ເວລາບໍ່ເຂົ້າໃຈບົດຮຽນຈະບໍ່ປ່ອຍຜ່ານ ຄວນມີການຕັ້ງຄຳຖາມຕໍ່ຄູ – ອາຈານ ຫຼື ຮຸ່ນເອື້ອຍອ້າຍເປັນປະຈຳບໍ່ວ່າຈະໃນ ຫຼື ນອກຊົ່ວໂມງຮຽນ ເພາະສິ່ງເຫຼົ່ານີ້ຈະເຮັດໃຫ້ເຮົາໄດ້ມີ ຄວາມໝັ້ນໃຈ ແລະ ກ້າສະແດງອອກ ພ້ອມທັງສ້າງຄວາມລຶ້ງເຄີຍກັບຄູ – ອາຈານອີກ.
ເຂົ້າຮ່ວມກິດຈະກຳຢູ່ເລື້ອຍໆ: ຄວນມີການເຮັດກິດຈະກໍາຢູ່ເລື້ອຍໆບໍ່ວ່າຈະໃນຮົ້ວ ຫຼື ນອກຮົ້ວມະຫາວິທະຍາໄລ, ຊອກເຮັດ ແລະ ເຂົ້າຮ່ວມກິດຈະກຳທີ່ກ່ຽວຂ້ອງກັບສາຍຮຽນຂອງຕົນເອງ ບໍ່ວ່າຈະເປັນການເຂົ້າຮ່ວມແຂ່ງຂັນ ຫຼື ເຂົ້າຮ່ວມໂຄງການແລກປ່ຽນຕ່າງໆ ເພາະທຸກໆກິດຈະກຳສາມາດຊ່ວຍໃຫ້ເຮົາໄດ້ຮຽນຮູ້ຫຼາຍໆຢ່າງທີ່ບໍ່ມີໃນຕຳລາຮຽນ.
ຖ່າຍທອດຄວາມຮູ້ໃຫ້ຮຸ່ນນ້ອງ ແລະ ໝູ່ຄູ່ໃນສິ່ງທີ່ຕົນເອງເຂົ້າໃຈ: ສ່ວນຕົວແລ້ວນ້ອງເປັນຄົນຂ້ອນຂ້າງມັກແນະນຳ ຫຼື ອະທິບາຍບົດຮຽນໃຫ້ຮຸ່ນນ້ອງ ຫຼື ໝູ່ຮ່ວມຫ້ອງດຽວກັນ ເພາະການທີ່ໄດ້ຊ່ວຍແນະນຳບົດຮຽນຕ່າງໆ ບໍ່ພຽງແຕ່ຊ່ວຍໃຫ້ເຂົາເຂົ້າໃຈ ແຕ່ຈະເຮັດໃຫ້ເຮົາໄດ້ຮຽນຮູ້ ແລະ ຝຶກຕົນເອງໄປໃນຕົວທີ່ສຳຄັນເຮັດໃຫ້ເຮົາໄດ້ທົດສອບຄວາມຮູ້ທີ່ໄດ້ຮຽນມາໄດ້ຫຼາຍຂຶ້ນອີກດ້ວຍ.

ດ້ານ ນາງ ກິ່ງຄຳ ນິດສະຫວັນ ນັກສຶກສາກຽດນິຍົມ ສາຂາການເງິນ ແລະ ການທະນາຄານ ຄະນະເສດຖະສາດ ແລະ ການທ່ອງທ່ຽວ ຈາກມະຫາວິທະຍາໄລສຸພານຸວົງ ທັງເປັນຮອງອັນດັບ 1 ນາງສາວລາວ 2018 ກໍໄດ້ມີບາງທັດສະນະ ແລະ ບອກເຄັດລັບການຮຽນເກັ່ງວ່າ: ສຳລັບນ້ອງເອງມີເຄັດລັບການຮຽນ 4 ຢ່າງ ຄື:ການມີວິໄນຕໍ່ກັບຕົນເອງ ແລະ ມີເປົ້າໝາຍ ນັ້ນຄືການຮຽນໃຫ້ດີ ແລະ ຈົບດ້ວຍຄະແນນສູງ ຄວ້າກຽດນິຍົມຈາກສາຂາທີ່ຕົນເອງຮຽນ.ມີການວາງແຜນການຮຽນທີ່ດີ: ກຳເອົາເນື້ອໃນບົດຮຽນທີ່ສຳຄັນເປັນຫຼັກ ແລະ ຄິດໃຫ້ ກວ້າງປຽບທຽບກັບສະພາບ ຄວາມເປັນຈິງຈາກສັງຄົມ.

ຮູ້ຈັກແບ່ງເວລາກັບສິ່ງທີ່ຕົນເອງຕ້ອງໄດ້ເຮັດ ຕົວຢ່າງເມື່ອມີວຽກລ່ວງໜ້າຕ້ອງກະກຽມການຮຽນກ່ອນລ່ວງໜ້າເພື່ອໃຫ້ທັນກັບໝູ່ ແລະ ຕັ້ງໃຈສຸມໃສ່ສິ່ງທີ່ຕ້ອງເຮັດໃຫ້ເຕັມທີ່ເພື່ອບໍ່ໃຫ້ມີຄວາມກັງວົນ.ດຸໝັ່ນທົບທວນບົດຮຽນກ່ອນເສັງ ແລະ ສະຫຼຸບບົດຮຽນໃຫ້ເຂົ້າໃຈງ່າຍຕາມວິທີຂອງຕົນເອງ ແລະ ໝັ່ນສຶກສາຫາຄວາມຮູ້ໃໝ່ໆຢູ່ສະເໝີ.
ເມື່ອເວົ້າເຖິງຮູບແບບ ຫຼື ວິທີໃນການຮຽນ ຮັບເອົາຄວາມຮູ້ຈາກຄູ – ອາຈານນັ້ນ ກິ່ງຄໍາ ນິດສະຫວັນ ມີຄໍາເຫັນວ່າ: ນ້ອງຄິດວ່າການຮຽນຂອງນ້ອງກໍຄືກັບທຸກໆຄົນ ເພາະວ່າທຸກຄົນມີໂອກາດຮຽນຮູ້ ແລະ ເວລາຮຽນທີ່ຄືກັນ ບົດຮຽນດຽວກັນ ແຕ່ສິ່ງທີ່ຕ່າງກັນນັ້ນກໍຄືການມີເປົ້າໝາຍຂອງແຕ່ລະຄົນ ເພາະການທີ່ເຮົາຕັ້ງເປົ້າໝາຍໄວ້ຈະເປັນສິ່ງທີ່ເຮັດໃຫ້ເຮົາມີຄວາມຕັ້ງໃຈ ແລະ ພະຍາຍາມທຸ່ມເທໃສ່ການຮຽນ ເຊັ່ນດຽວກັນກັບເປົ້າໝາຍຂອງນ້ອງກໍຄືໃບປະກາສະນີຍະບັດກຽດນິຍົມ ແລະ ເປົ້າໝາຍນີ້ກໍຄືເຄັດລັບຂອງນ້ອງ.

ໂດຍ: ເອຢິບ
ບົດຄວາມ
5 ດວງ ວັນເກີດນີ້ ຈະລຳລວຍແບບຢຸດ ໝົດເຄາະກຳ ເງິນທອງໄຫຼມາ 2023 ນີ້

ດວງ 5 ວັນເກີດນີ້ ຈະລຳລວຍແບບຢຸດບໍ່ໄດ້ ລວຍຈົນຄົນອື່ນອິດສາ.

+ ຄົນທີ່ເກີດວັນຈັນ : ຕາມຄຳທຳນາຍໄດ້ກ່າວວ່າ ຕະຫຼອດທັງປີນີ້ ການງານງານຈະມີການປ່ຽນແປງໃນທາງທີ່ຂື້ນ ອາດໄດ້ເລື່ອນຂັ້ນ ເລື່ອນຕຳແໜ່ງ ປັບເງິນເດືອນຂື້ນ ມີໂອກາດໄດ້ບອກລາຄວາມຈົນ ນອກຈາກນີ້ໃນຊວງເວລານີ້ ຍັງສາມາດຈັດສັນໃນເລື່ອງດານເງິນ ມີເງິນເກັບ ເງິນໃຊ້ບໍ່ຂາດມື ໃຜເປັນເຈົ້າຂອງທຸລະກິດຈະເລີນກ້າວໜ້າ ຄົນໂສດໄດ້ພົບເນື້ອຄູ່ ຄົນມີຄູ່ຮັກກັນໝັ້ນຄົງ ຊີວິດມີແຕ່ຄວາມສຸກສົມຫວັງ. ອ່ານແລ້ວທ່ານສາມາດແບ່ງປັນໃຫ້ໝູ່ໄດ້ອ່ານນຳ ດ້ວຍການກົດແຊຣ໌ ຂໍໃຫ້ທ່ານທີ່ອ່ານ ຈົ່ງໄດ້ດັ່ງຄຳທຳນາຍຂ້າງເທີງນັ້ນທຸກປະການສາທຸເດີ້.

+ ຄົນທີ່ເກີດວັນອັງຄານ : ຕາມຄຳທຳນາຍໄດ້ກ່າວວ່າຕະຫຼອດທັງປີນີ້ ທາງດ້ານການເງິນຈະດີຫຼາຍ ເລີ່ມຕັ້ງຫຼັກເລື່ອງການເງິນໄດ້ ໄດ້ເລື່ອນຂັ້ນຕຳແໜ່ງ ເລື່ອນຂຶ້ນເງິນເດືອນຂື້ນ ພ້ອມມີເກນໂຊກດີ ມີໂອກາດຖືກລາງວັນໃຫຍ່ ນອກຈາກນີ້ຍັງສາມາດຊອກທາງຫາເງິນໄດ້ຫຼາຍຊ່ອງທາງ ດວງການເງິນໂດດເດັ່ນຫຼາຍປີນີ້. ອ່ານແລ້ວທ່ານສາມາດແບ່ງປັນໃຫ້ໝູ່ໄດ້ອ່ານນຳ ດ້ວຍການກົດແຊຣ໌ ຂໍໃຫ້ທ່ານທີ່ອ່ານ ຈົ່ງໄດ້ດັ່ງຄຳທຳນາຍຂ້າງເທີງນັ້ນທຸກປະການສາທຸເດີ້.

+ ຄົນທີ່ເກີດວັນພຸດ : ຕາມຄຳທຳນາຍໄດ້ກ່າວວ່າ ໃນໄລຍະ 2-3 ປີຫຼັງຊີວິດມີແຕ່ຄວາມລຳບາກ ການເງິນບໍ່ດີ ຕ້ອງຫ່ວງໜ້າຫ່ວງຫຼັງ ຕະຫຼອດ ທັງປີນີ້ ເປັນຈັງຫວະຊີວີດມີແຕ່ຄວາມໂຊກດີ ເປັນປີແຫ່ງມະຫາໂຊກຂອງທ່ານ ການເງິນຄ່ອງຕົວຂື້ນ ໝູນເງິນທັນ ມິໂອກາດໄດ້ໂຊກໃຫຍ່ຈາກການສ່ຽງດວງ. ອ່ານແລ້ວທ່ານສາມາດແບ່ງປັນໃຫ້ໝູ່ໄດ້ອ່ານນຳ ດ້ວຍການກົດແຊຣ໌ ຂໍໃຫ້ທ່ານທີ່ອ່ານ ຈົ່ງໄດ້ດັ່ງຄຳທຳນາຍຂ້າງເທີງນັ້ນທຸກປະການສາທຸເດີ້.

+ ຄົນທີ່ເກີດວັນພະຫັດ : ຈາກການທຳນາຍວ່າ ຕະຫຼອດທັງປີນີ້ ທ່ານຈະມີໂຊກໃຫຍ່ ເຮັດຫຍັງກໍປະສົບຜົນສຳເລັດ ການເງີນໂຊກລາບມາແຮງ ດວງການງານເດັ່ນ ມີເກນໄດ້ເລື່ອນຂັ້ນເລື່ອນຕຳແໜ່ງ ເລື່ອນເງິນເດືອນຂື້ນ ຊີວິດຢູ່ດີມີສຸກ ຄອບຄົວມີແຕ່ຄວາມສຸກຕະຫຼອດປີໃໝ່. ອ່ານແລ້ວທ່ານສາມາດແບ່ງປັນໃຫ້ໝູ່ໄດ້ອ່ານນຳ ດ້ວຍການກົດແຊຣ໌ ຂໍໃຫ້ທ່ານທີ່ອ່ານ ຈົ່ງໄດ້ດັ່ງຄຳທຳນາຍຂ້າງເທີງນັ້ນທຸກປະການສາທຸເດີ້.

+ ຄົນທີ່ເກີດວັນສຸກ : ຕາມຄຳທຳນາຍ ປິ 2021 ດວງດີທີ່ສຸດ ຊີວິດຜິກຜັນ ໝົດທຸກ ໝົດໂສກ ມີງານໃຫຍ່ລໍຖ້າຢູ່ ດວງຊາຕາໃນຊວງເວລານີ້ ມີເກນໄດ້ຊັບກ້ອນໃຫຍ່ ຈາກການສ່ຽງໂຊກ ແບບບໍ່ຄາດຝັນເລີຍລະ ຄວນທຳບຸນ ເພື່ອເສີມດວງຊາຕາຂອງທ່ານ. ອ່ານແລ້ວທ່ານສາມາດແບ່ງປັນໃຫ້ໝູ່ໄດ້ອ່ານນຳ ດ້ວຍການກົດແຊຣ໌ ຂໍໃຫ້ທ່ານທີ່ອ່ານ ຈົ່ງໄດ້ດັ່ງຄຳທຳນາຍຂ້າງເທີງນັ້ນທຸກປະການສາທຸເດີ້.
ບົດຄວາມ
ເງິນ 2ແສນກີບ ຂອງແຕ່ລະຄົນບໍ່ເທົ່າກັນ ໂຊກດີເທົ່າໃດແລ້ວທີ່ມີເພີ່ນເປັນພໍ່ແມ່

ເງິນ 200,000ກີບ #ເຮັດໃຫ້ຂ້ອຍນ້ຳຕາໄຫລໄດ້ 🥺
ມີພໍ່ລຸງຄົນ1 ມາຫາຢູ່ຮ້ານ ລາວຈັບເງິນມາ ໂອນເງິນໃຫ້ລູກຊາຍພໍ່ແນ່ ລູກຊາຍບໍ່ມີເງິນຈ້າງລົດມາວຽງ

ແຟນຖາມ : ລູກຊາຍໄປໃສ..??
ພໍ່ລຸງ : ລູກໄປຮຽນຢູ່ຕ່າງແຂວງ ຢາກກັບມາຫລີ້ນບຸນທາດຫລວງ
ພໍ່ບໍ່ຮູ້ເຮັດ #ຢາກໃຫ້ໂອນໃຫ້ລູກຊາຍ ຢາກເຫັນຫນ້າລູກ🥺
ຂ້ອຍ : ໄດ້ຍິນຈົນນຳ້ຕາແຕກ #ຄວາມຮັກຂອງພໍ່ເນາະ
ມີເທົ່າໃດໃຫ້ລູກໄດ້ຫມົດ ຂໍແຕ່ໄດ້ເຫັນລູກ🥺
ເງິນ200,000ຂອງຄົນເຮົາ ມັນມີຄ່າບໍ່ເທົ່າກັນອີຫລີ💙
ບາງຄົນເຂົ້າຄາບດຽວ ກໍ່ຫມົດ
ບາງຄົນເສື້ອຜືນດຽວກໍຫມົດ ແຕ່ສຳຫລັບບາງຄົນ #ມັນຄືຄວາມຮັກແລະຄວາມຫວັງຂອງຜູ້ລໍຄອຍ ຂໍໃຫ້ລູກຊາຍເຈົ້າເດີນທາງປອດໄພ ມາຮອດບ້ານຮອດເຮືອນ ສົມຄວາມຕັ້ງໃຈເຈົ້າເດີ ພໍ່ລຸງ😊
ຮັກພໍ່ແມ່ໃຫ້ຫລາຍໆເດີ #ເຈົ້າໂຊກດີທີ່ມີພໍ່ທີ່ຮັກເຈົ້າຂະຫນາດນີ້✌️🥺
ທີ່ມາ:

ບົດຄວາມ
ປະຫວັດທະນາຄານ ການຄ້າ ຕ່າງປະເທດລາວ ທະນາຄານທີ່ໃຫຍ່ທີ່ສຸດ ແລະ ເປັນທະນາຄານທຸລະກິດທີ່ມີອາຍຸຫຼາຍສຸດຂອງປະເທດລາວ

ປີນີ້ ຄົບຮອບ 33 ປີ ໃນການສ້າງຕັ້ງທະນາຄານການຄ້າຕ່າງປະເທດລາວ (BCEL) ດັ່ງນັ້ນມື້ນີ້ ສື່ລາວ ຈະມາເລົ່າປະຫວັດທະນາຄານການຄ້າ ໃນການກ້າວສູ່ທະນາຄານອັນດັບຫນື່ງໃນ ສປປ ລາວ
ທະນາຄານການຄ້າຕ່າງປະເທດລາວ (BCEL) ມີຈຸດເລີ່ມຕົ້ນຈາກການເປັນສາຂາໃຫ້ກັບທະນາຄານກາງ ໂດຍໄດ້ປະຕິບັດພາລະບົດບາດພິເສດຄື ເປັນທະນາຄານແຫ່ງດຽວ ໃນ ສປປ ລາວ ທີ່ສາມາດດຳເນີນທຸລະກິດກັບສາກົນ (Inter Banking), ຄຸ້ມຄອງບັນດາເງິນຊ່ວຍເຫຼືອລ້າ ແລະ ຄຸ້ມຄອງເງິນກູ້ຈາກຕ່າງປະເທດ

ຈົນມາຮອດປີ 1989 ລະບົບທະນາຄານປະເທດລາວໄດ້ແບ່ງເປັນ 2 ລະບົບໄດ້ແກ່: ທະຄານຄານກາງມີໜ້າທີ່ຄຸ້ມຄອງສະຖຽນລະພາບເງິນຕາ ແລະ ທະນາຄານທຸລະກິດເປັນຜູ້ໃຫ້ບໍລິການທາງການເງິນແກ່ປະຊາຊົນ ໃນເວລານັ້ນທະນາຄານທຸລະກິດແຍກອອກມາເປັນທະນາຄານທຸລະກິດເຕັມຮູບແບບໄດ້ແກ່ ທະນາຄານນະຄອນຫຼວງ ທະນາຄານເສດຖາທິລາດ ແລະ ທະນາຄານການຄ້າຕ່າງປະເທດລາວ ໂດຍມີພຽງສຳນັກງານໃຫຍ່ຕັ້ງຢູ່ນະຄອນຫຼວງວຽງຈັນເທົ່ານັ້ນ

ນັບແຕ່ນັ້ນມາທະນາຄານການຄ້າກໍ່ມີການດຳເນີນງານທີ່ມີປະສິດທິພາບມາຕະຫຼອດ ເຊິ່ງສັງເກດໄດ້ຈາກທະນາຄານທຸລະກິດອື່ນແຍກຕົວອອກມາຄືກັບທະນາຄານການຄ້າ ແຕ່ປະສົບບັນຫຼາຍດ້ານ ໂດຍສະເພາະຂາດປະສິດຕິພາບໃນການບໍລິຫານ ຕ້ອງຍຸບສາຂາ ແລ້ວນຳໄປໂຮມກັບທະນາຄານອື່ນ, ມີການປ່ຽນຊື່ທະນາຄານທຸລະກິດ ມີພຽງແຕ່ທະນາຄານຄ້າຕ່າງປະເທດລາວແຫ່ງດຽວທີ່ຍັງຍືດໜັ້ນຊື່ເດີມຈົນຮອດປະຈຸບັນ ຫຼືອາດເວົ້າໄດ້ວ່າເປັນທະນາຄານທຸລະກິດມີອາຍຸຫຼາຍສຸດໃນປະເທດລາວ

ມາປີ 2011 ທະຄານການຄ້າກໍ່ໄດ້ຈົດທະບຽນໃນຕະຫຼາດຫຼັກຊັບລາວເປັນທະນາຄານທຳອິດໃນ ສປປ ລາວ ໃນນັ້ນຜູ້ຖືຫຸ້ນລາຍໃຫຍ່ແມ່ນກະຊວງ ການເງິນຖືຮຸ້ນ 70%(ປະຈຸບັນຍັງເຫຼືອ 60%) ພະນັກງານ ທຄຕລ 5%, ຄູ່ຮ່ວມຍຸດທະສາດ 10% ແລະ ມະຫາຊົນທົ່ວໄປ 15%

ຈົນມາໃນປະຈຸບັນທະນາຄານທຸລະກິດໃນລາວມີທັ້ງຫມົດ 37 ແຫ່ງ ແຕ່ທະນາຄານການຄ້າເປັນທະນາຄານທີ່ມີປະລິມານຄົນໃຊ້ບໍລິການຫຼາຍສຸດ ສະເເດງອອກໄດ້ຄື:
– ເປັນທະນາຄານທີ່ປະຊາຊົນລາວມາຝາກເງິນຫຼາຍສຸດ ຄິດເປັນ 48% ຂອງປະລິມານເງິນຝາກທັ້ງຫມົດໃນລະບົບເສດຖະກິດ
– ມີສັດສ່ວນປ່ອຍກູ້ຫຼາຍສຸດ ຄິດເປັນ 34% ຂອງປະລິມານສິນເຊື່ອທັ້ງຫມົດໃນລະບົບເສດຖະກິດ
– ມີ User ໃຊ້ແອບ BCELone ຫຼາຍສຸດ ແລະ ມີຈຳນວນສາຂາ ແລະ ຕູ້ ATM ຫຼາຍສຸດໃນປະເທດ
ລອງມາເບີ່ງຜົນການດຳເນີນງານທະນາຄານການຄ້າຕ່າງປະເທດລາວ 3 ປີຍ້ອນຫຼັງ
ປີ 2019 ລາຍໄດ້ລວມ 1.325.424 ລ້ານກີບ
ກຳໄລສຸດທິ 329.482 ລ້ານກີບ
ປີ 2020 ລາຍໄດ້ລວມ 1.383.454 ລ້ານກີບ
ກຳໄລສຸດທິ 223.036 ລ້ານກີບ
ປີ 2021 ລາຍໄດ້ລວມ 1.215.264 ລ້ານກີບ
ກຳໄລສຸດທິ 11.410 ລ້ານກີບ

ປິດທ້າຍ ຖ້າຖາມວ່າທະຄານການຄ້າກ້າວເປັນທະນາຄານອັນດັບໜື່ງໃນປະເທດລາວໄດ້ແນວໃດ? ແນ່ນອນທີ່ຜ່ານມາຈົນຮອດປະຈຸບັນທີ່ທະນາຄານການຄ້າປະຕິບັດຄື “ການສ້າງຄວາມໜ້າເຊື່ອຖື” ແລະ ພັດທະນານະວັດຕະກຳທາງການເງິນໃຫ້ຕອບສະໜອງໃຫ້ກັບຄົນທີ່ມາໃຊ້ບໍລິການທຸກຊ່ວງເວລາ
Reference: BCEL
ບົດຄວາມ: 10 STORY ເລື່ອງເລົ່າຂອງ 10
-
ຂ່າວອຸປະຕິເຫດ1 ປີ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ1 ປີ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป10 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย1 ປີ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ1 ປີ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ11 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ1 ປີ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ1 ປີ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ