​ໂພ​ສ​ຊຶ້ງ​ຈາກ ແບ​ກຶ “ເວລາຈະຄົບໃຜ ເລືອກພໍດີ ບໍ່ແມ່ນດີເກີນໄປ ຄົນທີ່ພົບແລ້ວ ຈົ່ງຮັກສາໄວ້ດີໆ ຄົນທີ່ຍ​ັງບໍ່ພົບ ມື້ໜຶ່ງຈະພົບເອງ”

​ໂພ​ສ​ຫວານ​ຊຶ້ງ ເອົາ​ໃຈ​ຫວານ​ໃຈ​ຂະ​ໜາດ ໜຸ່ມ ແບ​ກຶ ນັກ​ຮ້ອງ 100 ລ້ານ​ວິວ ທີ່​ໄດ້​ໂພ​ສ​ຂໍ້​ຄວາມ, ຂໍ້​ຄິດ​ກ່ຽວ​ກັບ​ຄວາມ​ຮັກ ບອກ​ເລີຍ ອ່ານ​ແລ້ວ ເປັນ​ກຳ​ລັງ​ໃຈ ໃຫ້​ກັບ​ຄົນ​ທີ່​ມີ​ຄູ່ ແລະ ບໍ່​ທັນ​ມີ​ຄູ່​ໄດ້​ບໍ່ຫຼາຍ​ກໍ​ໜ້ອຍ ອ່ານ​ເບິ່ງ​ເລີຍ

​ໜຸ່ມ ບິກ​ໃຫຍ່ ຫຼື ແບ​ກຶ ໂພ​ສວ່າ ເວລາ ຈະຄົບໃຜ ຄົນໜຶ່ງ ເລືອກ ພໍດີ ບໍ່ແມ່ນ ດີເກີນໄປ ເລືອກ ຄວາມຈີງ ບໍ່ແມ່ນ ຄວາມຝັນ ເລືອກ ຄົນທີ່ ຢາກຈະຢູ່ ກັບເຮົາ ເພາະໂຕເຮົາ ບໍ່ແມ່ນ ເລືອກ ເພາະ ຜົນປະໂຫຍດ ທີ່ຕິດມາ ເລືອກ ຄົນທີ່ເຮັດນັ້ນ ເຮັດນີ້ໃຫ້ ເຮົາ ເພາະເຂົາຢາກເຮັດໃຫ້ ບໍ່ແມ່ນ ເຮັດ ເພາະໜ້າທີ່

ເລືອກ ຄົນ ທີ່ເຫັນເຮົາ ເປັນຄູ່ຊີວິດ ຄົນຮັກກັນ ແທ້ ເຂົາຈະບໍ່ປ່ອຍ ໃຫ້ເຮົາຖ້າ ຄົນຮັກກັນ ແມ່ນວ່າ ເຂົາຈະບໍ່ມີ ເວລາ ປານໃດ ເຂົາ ກໍ່ຈະຫາ ເວລາ ວ່າງ ມາພົບເຈົ້າ ແລະ ຈະຢູ່ຂ້າງເຈົ້າ ຕະຫຼອດເວລາ ຫາກ ເຂົາ ຮັກເຈົ້າແທ້ ເຂົາຈະຢູ່ຂ້າງເຈົ້າບໍ່ວ່າຈະເວລາໃດ

ຄົນ ທີ່ພົບແລ້ວ ຈົ່ງຮັກສາໄວ້ດີໆ ຄົນທີ່ຢັງ ບໍ່ພົບ ມື້ໜຶ່ງ ຈະພົບເອງ

.

.

.

.

.

.

.