ເຈົ້າເມືອງຊົນນະບູລີ ພ້ອມຄະນະລົງຊ່ວຍເຫຼືອອົບພະຍົບປະຊາຊົນອອກຈາກບ້ານທີ່ໄດ້ຮັບຜົນຈາກໄພນໍ້າຖ້ວມ ພ້ອມມອບເຄື່ອງບັນເທົາທຸກເບື່ອງຕົ້ນ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ເຈົ້າເມືອງຊົນນະບູລີ ພ້ອມຄະນະລົງຊ່ວຍເຫຼືອອົບພະຍົບປະຊາຊົນອອກຈາກບ້ານທີ່ໄດ້ຮັບຜົນຈາກໄພນໍ້າຖ້ວມ ພ້ອມມອບເຄື່ອງບັນເທົາທຸກເບື່ອງຕົ້ນ

Published

on

ວັນທີ 19 ຕຸລາ 2020 ນີ້ ທ່ານ ສຸວິໄລ ຫຼວງຊະລາດ ເຈົ້າເມືອງຊົນນະບູລີ, ພ້ອມດ້ວຍຄະນະຕ້ານໄພພິບັດຂັ້ນເມືອງ, ອົງການຈັດຕັ້ງມະຫາຊົນ, ກໍາລັງ ປກຊ-ປກສ ສົມທົບກັບກໍາລັງກອງຮ້ອຍ ຄໍ 35 ໄດ້ລົງໃຫ້ການຊ່ວຍເຫຼືອອົບພະຍົບປະຊາຊົນອອກຈາກບ້ານທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ລວມມີ: ບ້ານກອງປະທຸມວັນ, ທ່າຄໍາເຫຼື້ອມ, ບ້ານໂຄກຫົວຊ້າງ, ບ້ານບຶງຊ້າງ ແລະບ້ານດອນຍາໂນງ ເຊີ່ງສາມາດອົບພະຍົບປະຊາຊົນອອກຈາກບ້ານດ້ວຍຄວາມປອດໄພ ແລະນໍາສົ່ງເຂົ້າພັກທີ່ຈຸດພັກຊົ່ວຄາວທີ່ສະໂມສອນຂອງເມືອງຊົນນະບູລີ ໄດ້ 8 ຄອບຄົວ, ໃນນັ້ນມີ ບ້ານ ໂຄກຫົວຊ້າງ 31 ຄົນ, ກອງປະທຸມວັນ 19 ຄົນ, ນອກນັ້ນປະຊາຊົນທີ່ອົບພະຍົບອອກຈາກບ້ານ ສ່ວນຫຼາຍແມ່ນໄປພັກເຊົ່າຢູ່ເຮືອນພີ່ນ້ອງໃນຂອບເຂດບ້ານໂນນສະຫວ່າງ ມີ 17 ຄອບຄົວ ມີ 83 ຄົນ ຍິງ47 ຄົນ.

ສໍາລັບຢູ່ຈຸດພັກຊົ່ວຄາວບ້ານດົງຫົງຄໍາ ມີອົບພະຍົບຈາກ 3 ບ້ານໄປພັກເຊົານໍາຄື: ບ້ານບຶງຊ້າງ, ບ້ານທ່າຄໍາເຫຼື້ອມ ແລະບ້ານໂຄກຫົວຊ້າງ ມີ 39 ຄອບຄົວ 156 ຄົນ ຍິງ 89 ຄົນ. ພ້ອມນີ້ທ່ານເຈົ້າເມືອງຊົນນະບູລີ ພ້ອມຄະນະກໍ່ຍັງໄດ້ມອບເຄື່ອງຊ່ວຍເຫຼືອຈໍານວນໜື່ງໃຫ້ປະຊາຊົນທີ່ຢູ່ໃນສູນພັກເຊົ່າຊົ່ວຄາວອີກດ້ວຍ ເພື່ອຊ່ວຍເຫຼືອບັນເທົ້າທຸກ ແລະສີ່ງທີ່ຈໍາເປັນໃນການດໍາລົງຊີວິດ.ປະຈໍາວັນ, ປັດຈຸບັນ ສິ່ງທີ່ຕ້ອງການຄວາມຊ່ວຍເຫຼືອຈາກສັງຄົມຢ່າງຮີບດ່ວນທີ່ສຸດແມ່ນ: ນໍ້າດື່ມ, ເຂົ້າສານ, ອາຫານແຫ້ງ, ຢາປົວພະຍາດ, ນໍ້າມັນເຊື້ອໄຟ ແລະເຮືອເພື່ອຊ່ວຍເຫຼືອສະເພາະໜ້າໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ.

ຂ່າວຈາກເມືອງຊົນນະບູລີ ແຈ້ງໃຫ້ຮູ້ອີກວ່າ: ໃນຕອນເຊົ້າຂອງວັນທີ 20 ຕຸລາ 2020 ນີ້ທ່ານ ຄໍາມອນ ທິລາວົງ ຮອງເລຂາພັກເມືອງປະທານກວດກາພັກ-ລັດເມືອງ ພ້ອມດ້ວຍຄະນະໄດ້ລົງມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນ ເພື່ອບັນເທົ່າທຸກຂັ້ນຕົ້ນຢູ່ເຂດກຸ່ມບ້ານທີ 1 ປະກອບມີ: ບ້ານດອນຍາໂນງ, ບ້ານໜອງຜື, ກຸ່ມບ້ານທີ 2 ປະກອບມີ: ບ້ານໂພນຕານ, ບ້ານໂນນຍາງ, ບ້ານນາໂພນທອງ, ບ້ານໜອງບົວຫຼວງ ແລະເຂດຈຸດພັກເຊົ່າຊົ່ວຄາວໂຮງຮຽນບ້ານໜອງ, ເຊີ່ງການລົງມອບເຄື່ອງຊ່ວຍເຫຼືອຄັ້ງນີ້ ທ່ານ ຄໍາມອນ ທິລາວົງ ໄດ້ສະແດງຄວາມເປັນຫ່ວງເປັນໃຍຕໍ່ອໍານາດການປົກຄອງ ແລະພໍ່ແມ່ປະຊາຊົນ ພ້ອມທັງຮຽກຮ້ອງໃຫ້ອໍານາດການປົກຄອງຈົ່ງເອົາໃຈໃສ່ຕິດຕາມເຝົ້າລະວັງ ແລະແຈ້ງເຕື່ອນປະຊາຊົນໃຫ້ເຄື່ອນຍ້າຍສັດ ແລະເກັບມ້ຽນສີ່ງຂອງໄວ້ທີ່ສູງແຕ່ຫົວທີ່ເພື່ອຫຼີກລ້ຽງເຄື່ອງຂອງຕົກເຮຍເສຍຫາຍ ແລະເພື່ອຄວາມປອດໄພ.

ພ້ອມທັງໄດ້ມອບນໍ້າດື່ມ ຈໍານວນ 20 ແພັກ, ໝີ່ 1 ແກັດ, ປ໋ອງປາ 1 ແພັກ, ຢາປົວພະຍາດຈໍານວນໜຶ່ງໃຫ້ອໍານາດການປົກຄອງ ແລະສູນພັກເຊົ່າຊົ່ວຄາວ ເທັງນີ້ກໍ່ຍ້ອນຄວາມເປັນຫ່ວງເປັນໃຍຂອງການນໍາພັກ-ລັດ ເວົ້າລວມ, ເວົ້າສະເພາະກໍ່ຄືການນໍາຂອງເມືອງຊົນນະບູລີ ທີ່ມີຕໍ່ພໍ່ແມ່ປະຊາຊົນໃນຍາມເດືອດຮ້ອນ. ສະຖານະການລ່າສຸດສະພາບນໍ້າຖ້ວມທີ່ເມືອງຊົນນະບູລີ ວັນທີ 20 ຕຸລາ 2020 ນີ້ ມີ 41ບ້ານທີ່ໄດ້ຮັບຜົນກະທົບໜັກໜ່ວງ, ເພີ່ມຂື້ນ 1 ບ້ານ ມີ 3,977 ຫຼັງຄາເຮືອນ, ມີພົນລະເມືອງ 27,437 ຄົນ ຍິງ 13,723 ຄົນ, ເນື້ອທີ່ຖືກຖ້ວມ 6,420 ເຮັກຕາ, ສວນພຶດຜັກ 176 ເຮັກຕາ, ໜອງປາ 332 ໜອງ, ຊົນລະປະທານ 9 ແຫ່ງ, ປະຕູນໍ້າ 3 ແຫ່ງ, ໂຮງຮຽນຖືກກະທົບຕ້ອງໂຈະການຮຽນມີ 18 ແຫ່ງ, ເສັ້ນທາງຖືກຖ້ວມ ແລະຕັດຂາດການສັນຈອນມີ 12 ເສັ້ນ, ບ້ານທີ່ຕ້ອງລະງັບການໃຊ້ໄຟຟ້າຊົ່ວຄາວເພື່ອຄວາມປອດໄພມີ 13 ບ້ານ, ວັດຖືກຖ້ວມມີ 13 ແຫ່ງ. ປະຈຸບັນນີ້ລະດັບນໍ້າແມ່ນຍັງເພີ່ມຂື້ນຢ່າງຕໍ່ເນື່ອງ ວັດແທກໄດ້ທີ່ສະຖານີ້ບ້ານຊຽງຮົ່ມແທກໄດ້ 11,40 ແມັດ.

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນພຶດສະພາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 12345
6789101112
13141516171819
20212223242526
2728293031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້