ພົນລະເມືອງລາວຜູ້ໃດ ຫາກໄດ້ຈັດຕັ້ງ ຫຼືເຂົ້າຮ່ວມການເຄື່ອນໄຫວ ກໍ່ຄວາມວຸ້ນວາຍເພື່ອໂຄ້ນລົ້ມອໍານາດການປົກຄອງໂທດຈຳຄຸກ10-20ປີ

ປະມວນກົດໝາຍອາຍາ ຂອງ ສປປ ລາວ ປີ 2017 ພາກທີ II ໝວດທີ 1 ມາດຕາ 111 “ການກະບົດ” ຊຶ່ງມີເນື້ອຫາ ລະບຸໄວ້ວ່າ:

ພົນລະເມືອງລາວຜູ້ໃດ ຫາກໄດ້ຈັດຕັ້ງ ຫຼື ເຂົ້າຮ່ວມການເຄື່ອນໄຫວ ກໍ່ຄວາມວຸ້ນວາຍ ເພື່ອໂຄ້ນລົ້ມອໍານາດການປົກຄອງ ຫຼື ເພື່ອເຮັດໃຫ້ ອໍານາດການປົກຄອງອ່ອນເພຍ ຈະຖືກລົງໂທດຕັດ ອິດສະລະພາບ ແຕ່ 10 ປີ ຫາ 20 ປີ ແລະ ຈະຖືກປັບໃໝ ແຕ່ 10,000,000 ກີບ ເຖິງ 500,000,000 ກີບ, ອາດຈະຖືກຮິບຊັບ ແລະ ອາດຈະຖືກຈໍາກັດທີ່ຢູ່ ຫຼື ຕັດອິດສະຫຼະພາບ ຕະຫຼອດຊີວິດ ແລະ ຈະຖືກປັບໃໝແຕ່ 50,000,000 ກີບ ເຖິງ 700,000,000 ກີບ, ຫຼື ປະຫານຊີວິດ.

ການກະກຽມໃຫ້ແກ່ການກະທໍາຜິດ, ຄວາມພະຍາຍາມກໍ່ການກະທໍາຜິດ ກໍ່ຈະຖືກລົງໂທດ !

ທີ່ມາ: ກົດໝາຍລາວ ແລະ FM90