ເລື່ອງເລົ່າຊີວິດຈິງ ຜົວນອກໃຈ ແຕ່ເສົ້າໃຈຍິ່ງກວ່ານັ້ນເມື່ອຮູ້ວ່າຊູ້ຄືແມ່ຕົນເອງ. – ສື່ລາວ.ຄອມ
Connect with us

ຂ່າວຕ່າງປະເທດ

ເລື່ອງເລົ່າຊີວິດຈິງ ຜົວນອກໃຈ ແຕ່ເສົ້າໃຈຍິ່ງກວ່ານັ້ນເມື່ອຮູ້ວ່າຊູ້ຄືແມ່ຕົນເອງ.

Published

on

ເປັນອີກໜຶ່ງເລື່ອງລາວສຸດເຫຼືອໃຈ ສຳລັບ Jiang Ping ດາລາສາວຊາວຈີນ ບໍ່ດົນມານີ້ລາວເລົ່າເຖິງຊີວິດແຕ່ງງານເມື່ອ 20 ກວ່າປີກ່ອນໃນລາຍການໜຶ່ງ ບອກວ່າຕອນເປັນສາວລາວບໍ່ສົນໃຈທີ່ຄອບຄົວຄັດຄ້ານການແຕ່ງງານ ຢືນຢັນຈະແຕ່ງງານກັບສາມີທີ່ແກ່ກວ່າໂຕເອງ 14 ປີ ແລ້ວກໍ່ດຶງຄວາມສຳພັນໄວ້ໄດ້ຢ່າງຍາກລຳບາກເປັນເວລາ 7 ປີ ສາມີລາວນອກໃຈແຖມອີກຝ່າຍກໍ່ຄືແມ່ແທ້ໆ ຂອງລາວນັ້ນເອງ ເຮັດໃຫ້ລາວເສຍໃຈຈົນແທບຈົບຊີວິດໂຕເອງ

ຈາກການລາຍງານຂອງສື່ທ້ອງຖິ່ນ ບໍ່ດົນມານີ້ດາລາສາວ Jiang Ping ອາດີດສະມາຊິກວົງ Age 48 ໄປອອກລາຍການໂທລະທັດລາຍການຫນຶ່ງແລ້ວເລົ່າເຖິງຊີວິດໂຕເອງ ລາວກັບອາດີດສາມີທີ່ອາຍຸຫ່າງກັນ 14 ປີຕັ້ງແຕ່ເລີ່ມຮູ້ຈັກ ຈົນຄົບກັນໃຊ້ເວລາປະມານ 1 ປີເຄີ່ງ ຕອນນັ້ນລາວອາຍຸ 21 ປີໝັ້ນໃຈທີ່ສຸດວ່າອີກຝ່າຍຄືຄູ່ຊີວິດ ບໍ່ວ່າໃຜຈະຄັດຄ້ານ ຫຼື ບອກວ່າຜູ້ຊາຍຄົນນີ້ບໍ່ດີສ່ຳໄດ ແຕ່ລາວກໍ່ຄິດວ່າເປັນຊີວິດຂອງລາວ ບໍ່ຟັງໃຜທັງນັ້ນ ຢືນຢັນຈະແຕ່ງງານກັບອີກຝ່າຍ ແລ້ວໃນທີ່ສຸດກໍ່ໄດ້ຮັບການຍິນຍອມຈາກພໍ່ແມ່ຫຼັງຈາກແຕ່ງດອງປະມານ2ປີພໍ່ຂອງລາວກໍ່ເສຍຊີວິດ

ລາວເລົ່າວ່າຕອນເລີ່ມຕົ້ນຊີວິດແຕ່ງງານນັ້ນມີຄວາມສຸກຫຼາຍ ລາວມີລູກທີ່ໜ້າຮັກໜຶ່ງຄົນ ຈົນຮອດປີທີ່ 7 ຢູ່ໆ ລາວກໍ່ໄດ້ຮູ້ຈາກປາກເພື່ອນບ້ານວ່າ ສົງໃສວ່າສາມີລາວຈະມີຊູ້ບວກກັບລາວເອງກໍ່ຮູ້ສຶກວ່າເຄີ່ງປີມານີ້ ສາມີເຮັດໂຕບໍ່ຄືເກົ່າ ເຖິງຂັ້ນບໍ່ແຕະຕ້ອງໂຕລາວເລີຍ ລາວກໍ່ເລີຍຕັດສິນໃຈກັບບ້ານໄປຖາມ ປາກົດວ່າຫຼັງຈາກຖາມຢູ່ຫຼາຍເທື່ອ ອາດີດສາມີກໍ່ຫລຸດປາກອອກມາ ຂ້ອຍເອົາທັງເຈົ້າ ແລະ ທັງແມ່ເຈົ້າ ຕອນນັ້ນລາວແທບບໍ່ເຊື່ອຫູ ຮີບໂທໄປຫາແມ່ທັນທີ ນຶກບໍ່ເຖິງວ່າແມ່ຈະວາງຫູໃສ່ ແຖມຍັງບໍ່ຍອມພົບຫນ້າ

ພຽງແຕ່ຄືນດຽວກໍ່ພົບວ່າຖືກຄົນທີ່ຮັກທີ່ສຸດ 2 ຄົນທຳຮ້າຍ ລາວຮູ້ສຶກເສຍໃຈສັບສົນຢ່າງທີ່ສຸດ ແຕ່ເພາະລາວຍອມປ່ອຍຄວາມຮັກຄັ້ງນີ້ໄປບໍ່ໄດ້ ຈຶ່ງຕັດສິນໃຈເລືອກສາມີເກົ່າຄິດບໍ່ເຖິງວ່າອີກຝ່າຍກັບຕ້ອງການໃຫ້ແຕກຫັກກັບແມ່ ແຖມຍັງເວົ້າຢ່າງບໍ່ລະອາຍວ່າແມ່ລາວລໍ້ລວງເຂົາ ຖ້າຂ້ອຍບໍ່ເຮັດແບບນີ້ ແມ່ເຈົ້າກໍ່ໄປຫາຜູ້ຊາຍຄົນອື່ນຢູ່ດີ ລາວໄດ້ຍິນແບບນັ້ນກໍ່ຍາກທີ່ຈະຮັບໄດ້ແຕ່ກໍ່ຍັງຢາກໃຫ້ໂອກາດອາດີດສາມີອີກຄັ້ງ ເພື່ອຮັກສາຊີວິດແຕ່ງງານໄວ້ ດັ່ງນັ້ນລາວກັບອາດີດສາມີຈຶ່ງຍ້າຍເຮືອນ ຈາກເດີມທີ່ອາໄສຢູ່ໃກ້ໆ ເຮືອນແມ່

ແຕ່ຜ່ານໄປບໍ່ດົນ ສັນດານຂອງສາມີເກົ່າກໍ່ກັບມາລາວຮູ້ສຶກສິ້ນຫວັງ ແລະ ຕັດສິນໃຈປະກັບເຂົາ
ລາວສາລະພາບໃນລາຍການວ່າ ຕອນນັ້ນລາວເຈັບປວດຫຼາຍ ລາວຕ້ອງການຈົບຊີວິດໂຕເອງ ໂຊກດີທີ່ຕໍ່ມາຄິດຮອດລູກ ລູກຈະບໍ່ມີແມ່ບໍ່ໄດ້ ສຸດທ້າຍລາວເລົ່າວ່າ ຈົນເຖິງປັດຈຸບັນນີ້ຄວາມສຳພັນຂອງລາວກັບແມ່ກໍ່ຍັງບໍ່ດີຂຶ້ນ ພີ່ນ້ອງຫລາຍ ໆ ຄົນຄິດວ່າລາວບໍ່ກະຕັນຍູຮູ້ບຸນຄຸນ ແຕ່ລາວບໍ່ສາມາດເອົາເລື່ອງໜ້າກຽດໃນຄອບຄົວໄປບອກຄົນອື່ນໄດ້.

Continue Reading

ຂ່າວຕ່າງປະເທດ

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ ເປັນເວລາ 11 ມື້

Published

on

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ

ພົບກັບຜູ້ຊາຍ 3 ຄົນ ຊາວໄນຈີເຣຍຈາກເມືອງ Lagos. ລັກລອບເຂົ້າປະເທດສະເປນໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ.

ໂດຍທັງ 3 ຄົນ ນັ່ງຢູ່ຈຸດນັ້ນ ເປັນເວລາ 11 ມື້

Continue Reading

ຂ່າວຕ່າງປະເທດ

ເບິ່ງເອົາເດີ ແບບຢ່າງ ສາວປະຢັດກິນ ຕຳໝີ ມື້ລະ 18,000 ກີບ ຈົນຊື້ເຮືອນໄດ້ 3 ຫຼັງ

Published

on

ປະຢັດກິນ ຈົນຊື້ເຮືອນໄດ້ 3 ຫຼັງ ຍິງຊາວຍີ່ປຸ່ນ ໃນໄວ 34 ປີ ກິນພຽງ 200 ເຢນ (18 ພັນກວ່າກີບ) ຕໍ່ວັນ.

ຂ່າວນີ້ຖືເປັນທີ່ສົນໃຈ ເມື່ອສື່ຂອງຍີ່ປຸ່ນ ລາຍງານຊີວິດຍິງສາວຊາວຍີ່ປຸ່ນທ່ານໜຶ່ງ ທີ່ກິນພຽງກິນພຽງ 200 ເຢນ (ປະມາານ 18 ພັນກວ່າກີບ) ຕໍ່ວັນ ປັດຈຸບັນມີເຮືອນ 3 ຫຼັງ ຜ່ານເວລາໄປ 16 ປີ.

ຍິງຜູ້ນີ້ລາວພະຍາຍາມດີ້ນຮົນ ແລະ ປະຢັດອົດອອມກວ່າ 16 ປີ ແລະ ໄດ້ຊື້ເຮື້ອນຫຼັງທີ 3 ໄດ້ເດືອນພະຈິກ ປີ 2019 ເຊິ່ງລາວໄດ້ເລີ່ມວາງແຜນຕັ້ງແຕ່ອາຍຸ 18 ປີ ເມື່ອມີເປົ້າໝາຍທີ່ຈະຊື້ເຮືອນ 3 ຫຼັງ ເມື່ອອາຍຸຮອດ 34 ປີ.

ຕອນອາຍຸ 27 ປີ ລາວໄດ້ຊື້ເຮືອນຫຼັງທຳອິດໃນແຂວງໄຊຕາມະ ດ້ວຍເງິນ 10 ລ້ານເຢນ (ປະມານ 912 ລ້ານກີບ) ແລະ ຊື້ເຮືອນຫຼັງທີ 2 ໃນຄາລາ 18 ລ້ານເຢນ ( 1,6 ຕື້ກວ່າກີບ) ເມື່ອອາຍຸພຽງ 29 ປີ ແລະ ໃນປີ 2019 ລາວ ອາຍຸໄດ້ 34 ປີ ກໍ່ໄດ້ຊື້ເຮືອນຫຼັງທີ 3 ໃນລາຄາ 27 ລ້ານເຢນ (2,4 ຕື້ກວ່າກີບ).

ຈາກການລາຍງານຂອງສື່ຍີ່ປຸ່ນ ເປີດເຜີຍວ່າ: ຍິງຄົນນີ້ ລາວກິນຈະໃຊ້ຈ່າຍບໍ່ເກີນ 200 ເຢນ ( 18.000 ກວ່າກີບ) ຕໍ່ວັນສຳລັບຄ່າອາຫານເພື່ອຄວາມຢູ່ລອດ ດ້ວຍງົບປະມານທີ່ຈຳກັດ ລາວຈະເຮັດອຸດົ້ງ ແລະ ຜັກ ກິນດ້ວຍເງິນພຽງ 50 ເຢັນ (4.560 ກີບ) ສຳລັບສ່ວນປະສົມ, ລາວບອກວ່າ ຖ້າກິນອີ່ມແລ້ວ ຈະກິດຫຍັງກໍ່ບໍ່ຕ່າງກັນ.

ໃນຕອນອາຍຸ 29 ປີ ລາວຕັດຜົມ ແລະ ຂາຍຜົມຂອງຕົນເອງໃນລາຄາ 3.100 ເຢນ (282.720 ກີບ) ປັດຈຸບັນນອກຈາກເຮັດວຽກປະຈຳໃນອຸດສາຫະກຳອະສັງຫາລິມະຊັບແລ້ວ ລາວຍັງມີລາຍໄດ້ຈາກການເກັບຄ່າເຊົ່າຈາກຫ້ອງວ່າງຈາກອະສັງຫາລິມະຊັບຂອງລາວ ແລະ ເປີດຄາເຟ່ແມວ Cafe Yunaagi ຈາກເຮືອນຫຼັງທີ 3 ເຊິ່ງແມວທຸກໂຕທີ່ຢູ່ຄາເຟ່ ເປັນແມວທີ່ຊ່ວຍເຫຼືອຈາກຂ້າງທາງ.

Continue Reading

ຂ່າວຕ່າງປະເທດ

ເດືອດ! APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນ.

Published

on

APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນດຸເດືອດ.

ຜູ້ປະທ້ວງຈຳນວນຫຼາຍໄດ້ລວມຕົວກັນປະທ້ວງຕໍ່ກອງປະຊຸມ APEC ທີ່ຈັດຂຶ້ນທີ່ນະຄອນຫຼວງບາງກອກ ເຊິ່ງມີຜູ້ນຳລະດັບໂລກກຳລັງປະຊຸມກັນ.

ຮູບພາບເດັ່ນຄື ຍາພໍ່ອົງໜຶ່ງໃນນາມຜູ້ປະທ້ວງໄດ້ໂດດຖີບຕຳຫຼວດ ປານໃນໜັງ.

….

ຮູບ: ຣອຍເຕີ

Continue Reading
ເດືອນກັນຍາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
30  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້