ສະພາແຫ່ງຊາດ ຫວຽດນາມ ມອບຜ້າອັດປາກການແພດໃຫ້ ສະພາແຫ່ງຊາດບາງປະເທດສະມາຊິກອາຊຽນ ແລະ ຍີ່ປຸ່ນ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ສະພາແຫ່ງຊາດ ຫວຽດນາມ ມອບຜ້າອັດປາກການແພດໃຫ້ ສະພາແຫ່ງຊາດບາງປະເທດສະມາຊິກອາຊຽນ ແລະ ຍີ່ປຸ່ນ

Published

on

ລາຍງານຂ່າວຈາກຮ່າໂນ້ຍ, ຕອນແລງວັນທີ 13 ພຶດສະພາ 2020 ຢູ່ທີ່ສະພາແຫ່ງຊາດຫວຽດນາມ ໄດ້ມີພິທີ ມອບ-ຮັບ ເຄື່ອງຊ່ວຍເຫລືອ ການແພດ ຈາກສະພາແຫ່ງຊາດຫວຽດນາມ ໃຫ້ແກ່ ສປປ ລາວ, ກຳປູເຈຍ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ ແລະ ຍີ່ປຸ່ນ ຊຶ່ງເຄື່ອງຊ່ວຍເຫລືອດັ່ງກ່າວ ເປັນຜ້າອັດປາກການແພດ ເພື່ອປ້ອງກັນ ພະຍາດອັກເສບປອດ ສາຍພັນໃຫມ່ ຫລືໄວຣັດໂຄວິດ-19 (COVID-19), ກ່າວມອບໂດຍແມ່ນ ສະຫາຍ ຫງວຽນແຫ້ງຟຸກ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການ ສະພາແຫ່ງຊາດຫວຽດນາມ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ຕາງໜ້າໃຫ້ບັນດາ ເອກອັກຄະລັດຖະທູດ ຂອງປະເທດທີ່ໄດ້ຮັບ ເຄື່ອງຊ່ວຍເຫລືອ ແລະ ມີຄຳເຫັນກ່າວຮັບ ໂດຍໄດ້ຍົກໃຫ້ເຫັນຜົນກະທົບ ອັນຮ້າຍແຮງຂອງພະຍາດ ອັກເສບປອດສາຍພັນໃຫມ່ (COVID-19) ທີ່ກຳລັງແພ່ລະບາດ ເປັນວົງກວ້າງໃນທົ່ວໂລກ, ພ້ອມດຽວກັນນັ້ນຍັງໄດ້ ຕີລາຄາສູງຕໍ່ຜົນສຳເລັດອັນໃຫຍ່ ຫລວງຂອງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ຍາດມາໄດ້ໃນການສະກັດກັ້ນ, ຢັບຢັ້ງ, ຈຳກັດພະຍາດທີ່ຮ້າຍແຮງດັ່ງກ່າວ, ຊຶ່ງຫວຽດນາມໄດ້ກາຍເປັນແວ່ນແຍງ ແລະ ໄດ້ຮັບການຍ້ອງຍໍຊົມເຊີຍ ຈາກບັນດາປະເທດໃນໂລກ.

ເຖິງແມ່ນວ່າຫວຽດນາມ ຍັງປະສົບກັບຄວາມຍຸ້ງຍາກ ແລະ ໄດ້ຮັບຜົນກະທົບຈາກ ການລະບາດພະຍາດໂຄວິດ-19 ກໍ່ຕາມ, ແຕ່ຫວຽດນາມ ຍັງໄດ້ບິແບ່ງຊ່ວຍເຫລືອ ທັງວັດຖຸອຸປະກອນການແພດ ແລະ ບົດຮຽນ, ໃນການຕ້ານ ແລະ ສະກັດກັ້ນພະຍາດດັ່ງກ່າວ ໃຫ້ບັນດາປະເທດ ຊຶ່ງໃນນັ້ນມີ ສປປ ລາວ ຂອງພວກເຮົາ.

ໃນໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈ ມາຍັງສະພາແຫ່ງຊາດຫວຽດນາມ, ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ໃນການຊ່ວຍເຫລືອອຸປະກອນ ການແພດໃນຄັ້ງນີ້ ແລະ ໄດ້ຢືນຢັນວ່າອຸປະກອນ ການແພດທີ່ໄດ້ຮັບການຊ່ວຍ ເຫລືອຄັ້ງນີ້ຈະຖຶກນຳໃຊ້ ເຂົ້າໃນການສະກັດກັ້ນ ແລະ ຕ້ານພະຍາດໂຄວິດ – 19 ຢູ່ແຕ່ລະປະເທດທີ່ໄດ້ຮັບ ການຊ່ວຍເຫລືອໃຫ້ມີປະສິດທິຜົນສູງ, ພ້ອມດຽວກັນນີ້ເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນ ສະຫລາດສ່ອງໃສ ແລະ ຄວາມເປັນ ຈິດໜຶ່ງໃຈດຽວຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ຈະຟື້ນຟູເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ແລະ ສືບຕໍ່ຍາດໄດ້ຜົນສຳເລັດ ອັນໃໝ່ໃຫຍ່ຫລວງກວ່າເກົ່າ ໃນພາລະກິດປົກປັກ ຮັກສາ ແລະ ສ້າງສາປະເທດຊາດ.

ຂ່າວ,ຮູບໂດຍ: ໂອລຳ ຈັນທະວິໄລ

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນພະຈິກ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 123
45678910
11121314151617
18192021222324
252627282930  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້