ພະນັກງານທຳຄວາມສະອາດ ດື່ມນ້ຳຈາກຫ້ອງນ້ຳ(ໃນຫົວວິດ) ເພື່ອພິສູດວ່າສະອາດແທ້

ກາຍເປັນກະແສວິພາກວິຈານຢ່າງຫຼາຍ ເມື່ອປາກົດວ່າມີພະນັກງານທຳຄວາມສະອາດຍິງຄົນໜຶ່ງຊື່ວ່າ ນາງ ລູ່ ໄດ້ຕັກນ້ຳຈາກຫ້ອງນ້ຳມາດື່ມຕໍ່ໜ້າຜູ້ຄົນ ຈົນເກີດກະແສໂຕ້ຖຽງຢ່າງໜັກໃນໂລກອອນລາຍ
ເຫດການດັ່ງກ່າວເກີດຂຶ້ນຢູ່ບໍລິສັດຜະລິດປຸ໋ຍແຫ່ງຫນຶ່ງໃນມົນທົນຊານຕົງຂອງປະເທດຈີນ ທີ່ໄດ້ກາຍເປັນກະແສຢ່າງໜັກເມື່ອພະນັກງານດັ່ງກ່າວຢາກຈະສະແດງໃຫ້ເຫັນວ່າຕົວເອງທຳຄວາມສະອາດຫ້ອງນ້ຳໄດ້ຢ່າງຫມົດຈົດໄຮ້ທີ່ຕິ ຈົນສາມາດຕັກນ້ຳຈາກຫ້ອງນ້ຳມາດື່ມໄດ້ຢ່າງສະບາຍໃຈ ແລະ ເພື່ອເປັນການສ້າງຄວາມປະທັບໃຈເຊື່ອຖືແກ່ຫົວຫນ້າຂອງລາວເອງ

ພາຍຫລັງເລື່ອງດັ່ງກ່າວຖືກເຜີຍແພ່ລົງໂຊຊ່ຽວມິເດຍແລ້ວ ກໍໃຫ້ເກີດກະແສວິພາກວິຈານຢ່າງໜັກໜ່ວງ ພ້ອມທັງຊາວເນັດພາກັນກ່າວຫາວ່າບໍລິສັດຈົງໃຈໃຫ້ນາງລູ່ເກີດຄວາມອັບອາຍຕໍ່ຫນ້າຜູ້ຄົນ ເລີຍບັງຄັບໃຫ້ເຮັດແບບນີ້ ເຊິ່ງທາງຕົວແທນບໍລິສັດກໍ່ໄດ້ອອກມາຊີ້ແຈງວ່າຄວາມຈີງແລ້ວ ວ່າທີ່ນາງລູ່ເຮັດນັ້ນມາຈາກຄວາມສະໝັກໃຈ ພ້ອມທັງກ່າວວ່າລາວເຮັດແບບນີ້ມາຫລາຍເທື່ອແລ້ວໃນຊ່ວງ 2-3 ປີທີ່ຜ່ານມາ “ລາວຢາກພິສູດຄວາມສົມບູນແບບໃຫ້ພວກເຮົາເຫັນວ່າລາວທຸ່ມເທກັບວຽກຫຼາຍສ່ຳໄດ ແລະ ລາວໝັ້ນໃຈກັບຜົນງານຕົວເອງວ່າຫ້ອງນ້ຳທີ່ລາວຮັບຜິດຊອບນັ້ນສະອາດແທ້ ເຖິງຂັ້ນດື່ມນ້ຳຈາກສ້ວມຍັງໄດ້ເລີຍ” ໂຄສົກປະຈຳບໍລິສັດໄດ້ກ່າວ.

ແລະ ເມື່ອສອບຖາມບັນດາເພື່ອນຮ່ວມງານຂອງລາວ ຫຼາຍຄົນກໍ່ພາກັນຢືນຢັນວ່າເປັນຄວາມຈິງ ນາງລູ່ ທຸ່ມເທກັບວຽກຫຼາຍ ແລະ ເຮັດແບບນີ້ມາຕັ້ງແຕ່ເລີ່ມເຂົ້າເຮັດວຽກທີ່ບໍລິສັດແຫ່ງນີ້ຕັ້ງແຕ່ປີ 2014 ຈົນກາຍເປັນພະນັກງານດີເດັ່ນຢູ່ຫຼາຍເທື່ອ ແລະ ບໍ່ມີໃຜບັງຄັບລາວໃຫ້ເຮັດແບບນີ້ເລີຍ.