ນາຍົກລັດຖະມົນຕີ ສສ.ຫວຽດນາມ ວາງພວງມາລາ ໄວ້ອາໄລ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ

ໃນຕອນແລງຂອງວັນທີ 13 ພຶດສະພາ 2020, ສະຫາຍ ຫງວຽນ ຊວນຝຸກ ກຳມະການກົມການ ເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ໄດ້ຕາງໜ້າພັກ-ລັດຖະບານ ແລະ ປະຊາຊົນຫວຽດນາມ ເດີນທາງມາວາງພວງມາລາ ໄວ້ອາໄລຕໍ່ດວງວິນຍານຂອງສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ

ອະດີດນາຍົກລັດຖະມົນຕີ, ອະດີດຮອງປະທານປະເທດ, ອະດີດປະທານສູນກາງ ແນວລາວສ້າງຊາດ, ທີ່ສະໂມສອນໃຫຍ່ ກະຊວງປ້ອງກັນປະເທດ ນະຄອນຫລວງວຽງຈັນ. ເພື່ອສະແດງເຖິງຄວາມຮູ້ບຸນຄຸນ ແລະ ອາໄລອາວອນ ຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ຢ່າງບໍ່ມີມື້ຫວນກັບ ຄືນມາ.

ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ແມ່ນນັກຮົບປະຕິວັດ ທີ່ອົງອາດກ້າຫານ ທີ່ໄດ້ຮ່ວມສໍາພັນ ສູ້ຮົບຄຽງບ່າຄຽງໄຫລ່ ກັບທະຫານນັກຮົບ ປະຕິວັດຫວຽດນາມ ເພື່ອຕໍ່ສູ້ກູ້ຊາດຕ້ານກັບ ພວກຈັກກະພັດລ່າ ເມືອງຂຶ້ນແບບເກົ່າ ແລະ ໃໝ່

ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ບໍ່ພຽງແຕ່ເປັນຜູ້ທີ່ເຄົາ ລົບຮັກ ຂອງກໍາລັງ ປະກອບອາວຸດ ແລະ ປະຊາຊົນລາວ ບັນດາເຜົ່າເທົ່ານັ້ນ, ແຕ່ຍັງແມ່ນຜູ້ທີ່ເຄົາລົບນັບຖືຈາກ ພັກ-ລັດຖະບານ, ກໍາລັງປະກອບອາວຸດ ແລະ ປະຊາຊົນ ສສ.ຫວຽດນາມນໍາດ້ວຍ.

ຂ່າວ: ສຸພາສະຫວັນ

ຮູບ: ຂັນໄຊ