ພະນັກງານເກັບຄ່າທຳນຽມປຶ້ມສຳມະໂນຄົວສູງເກີນກຳນົດຈະຖືກແກ້ໄຂ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ພະນັກງານເກັບຄ່າທຳນຽມປຶ້ມສຳມະໂນຄົວສູງເກີນກຳນົດຈະຖືກແກ້ໄຂ

Published

on

ສຳລັບຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງ ປກສ ເລກທີ 1234/ປກສ ລົງວັນທີ 24 ມິຖຸນາ 2019 ວ່າດ້ວຍ ຄ່າທໍານຽມ ແລະ ຄ່າບໍລິການ ໃນວຽກງານວິຊາສະເພາະ ຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ກໍານົດຄ່າທໍານຽມ ແລະ ຄ່າບໍລິການ ມີລາຍລະອຽດດັ່ງນີ້:

• ຄ່າບໍລິການຈົດທະບຽນ ສໍາມະໂນຄົວ ໃຫ້ພົນລະເມືອງລາວ 5.000 ກີບ ຕໍ່ໜຶ່ງຊຸດ.
• ການຈົດທະບຽນ ສໍາມະໂນຄົວຄົນຕ່າງດ້າວ 10.000 ກີບ ຕໍ່ໜຶ່ງຊຸດ.
• ການອອກບັດໃໝ່, ປ່ຽນ ແລະ ຕໍ່ບັດປະຈໍາຕົວຂອງ ພົນລະເມືອງລາວ 2.000 ກີບ ຕໍ່ໜຶ່ງຊຸດ.
• ການອອກບັດໃໝ່, ປ່ຽນ ແລະ ຕໍ່ບັດປະຈໍາຕົວຂອງ ພົນລະເມືອງຄົນຕ່າງດ້າວ 2.000 ກີບ ຕໍ່ໜຶ່ງຊຸດ.

• ການອະນຸຍາດຢູ່ລາວຖາວອນ ຄົນຕ່າງດ້າວ ແຕ່ອາຍຸ 15 ປີ ຫາ 59 ປີ 100.000 ກີບ ຕໍ່ໜຶ່ງຊຸດ.
• ການຈົດທະບຽນ ພັກເຊົາຊົ່ວຄາວຂອງ ພົນລະເມືອງລາວ ແລະ ຕ່າງດ້າວ 2.000 ກີບ ຕໍ່ໜຶ່ງຊຸດ.
• ຄ່າບໍລິການ ຂຶ້ນທະບຽນສໍາມະໂນຄົວລາວ 45.000 ກີບ ຕໍ່ໜຶ່ງຊຸດ.
• ຄ່າບໍລິການ ຂຶ້ນທະບຽນສໍາມະໂນຄົວຄົນຕ່າງດ້າວ 55.000 ກີບ ຕໍ່ໜຶ່ງຊຸດ.
• ຄ່າຄໍາຮ້ອງຂໍອອກໃບຍົກຍ້າຍຂອງ ຄົນລາວ 5.000 ກີບ ຕໍ່ໜຶ່ງຊຸດ.

• ຄ່າຄໍາຮ້ອງຂໍອອກໃບຍົກຍ້າຍຄົນຕ່າງດ້າວ 10.000 ກີບ ຕໍ່ໜຶ່ງຊຸດ.
• ປຶ້ມທະບຽນປະຫວັດບຸກຄົນ 5.000 ກີບ ຕໍ່ໜຶ່ງຫົວ.
• ຄ່າປ່ຽນປຶ້ມສໍາມະໂນຄົວໃໝ່ ໃນກໍລະນີເສຍຫາຍ, ຈິກຂາດ, ເປີະເປື້ອນ ແລະອື່ນໆ ສໍາລັບຄົນລາວ 45.000 ກີບ ຕໍ່ໜຶ່ງຫົວ, ຄົນຕ່າງດ້າວ 55.000 ກີບ ຕໍ່ໜຶ່ງຫົວ.
• ຄ່າເອກະສານ ແລະ ບັດປະຈໍາຕົວຄົນລາວ ຫຼື ຄົນຕ່າງດ້າວ 58.000 ກີບ ຕໍ່ໜຶ່ງຫົວ.
• ຄ່າໃບຢັ້ງຢືນ ບັດປະຈໍາຕົວຊົ່ວຄາວຄົນລາວ ຫຼື ຄົນຕ່າງດ້າວ 6.000 ກີບ ຕໍ່ໜຶ່ງຫົວ.

ດັ່ງນັ້ນແລ້ວ, ເພື່ອແກ້ໄຂບັນຫາດັ່ງກ່າວ ຢ່າງຈິງຈັງ, ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ຈຶ່ງໄດ້ຢືນຢັນວ່າ: ຈະສືບຕໍ່ຊີ້ນໍາ ກອງບັນຊາການ ປກສ ແຂວງ ແລະ ເມືອງ ໃນຂອບເຂດທົ່ວປະເທດ ໃຫ້ຈັດຕັ້ງປະຕິບັດຂໍ້ກໍານົດ ກ່ຽວກັບ ການເກັບຄ່າທໍານຽມ ແລະ ຄ່າບໍລິການ ໃນວຽກງານຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ຢ່າງເຂັ້ມງວດ. ພ້ອມດຽວກັນນີ້, ກໍຈະສົ່ງ ພະນັກງານລົງສືບສວນ, ຕິດຕາມ ແລະ ກວດກາ ການຈັດຕັ້ງປະຕິບັດດັ່ງກ່າວ ຢ່າງຕໍ່ເນື່ອງ ແລະ ເປັນປົກກະຕິ; ເຊິ່ງຖ້າຫາກ ຍັງພົບເຫັນວ່າ: ມີການເກັບຄ່າທໍານຽມ – ຄ່າບໍລິການ ສູງເກີນກໍານົດ ຈະໄດ້ມີມາດຕະການແກ້ໄຂຕໍ່ຜູ້ລະເມີດ ຢ່າງເຂັ້ມງວດ ແລະ ເດັດຂາດ ຕາມລະບຽບກົດໝາຍ.

ຈາກຫາງສຽງວິພາກວິຈານຂອງສັງຄົມ ວ່າ: ໃນໄລຍະຜ່ານມາ, ເຈົ້າໜ້າທີ່ ເກັບຄ່າທໍານຽມ ແລະ ຄ່າບໍລິການຈົດທະບຽນ ຂຶ້ນສໍາມະໂນຄົວ ແບບທັນສະໄໝ ສູງເກີນໄປ. ດັ່ງນັ້ນ, ໃນວັນທີ 19 ກໍລະກົດ 2019, ພົຈວ ຄໍາສາຍ ຈັນທະວົງ ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງ ປກສ ກໍໄດ້ໃຫ້ສໍາພາດຕໍ່ ນັກຂ່າວປ້ອງກັນຄວາມສະຫງົບ ໂດຍທ່ານຢືນຢັນວ່າ: ຈະເລັ່ງແກ້ໄຂບັນຫາດັ່ງກ່າວ ໃຫ້ໄດ້ໄວໆນີ້, ພ້ອມທັງຈະມີມາດຕະການເດັດຂາດຕໍ່ ພະນັກງານ – ນັກຮົບ ທີ່ຍັງລະເມີດລະບຽບ ການເກັບຄ່າທໍານຽມ ແລະ ຄ່າບໍລິການຈົດທະບຽນ ສໍາມະໂນຄົວ ທີ່ ກະຊວງ ປກສ ວາງອອກ.

ພົຈວ ຄໍາສາຍ ຈັນທະວົງ ກ່າວຕື່ມວ່າ: ໃນໄລຍະຜ່ານມາ, ສັງຄົມ ໄດ້ວິພາກວິຈານຕໍ່ກັບ ການເກັບຄ່າທໍານຽມ ແລະ ຄ່າບໍລິການຈົດທະບຽນ ຂຶ້ນສໍາມະໂນຄົວ ແລະ ບັດປະຈໍາຕົວ ທີ່ສູງເກີນໄປຂອງ ເຈົ້າໜ້າທີ່ວິຊາສະເພາະ ຈໍານວນໜຶ່ງ, ເຊິ່ງເປັນການລະເມີດຕໍ່ ລະບຽບກົດໝາຍ ແລະ ຂໍ້ຕົກລົງຕ່າງໆ ທີ່ໄດ້ກໍານົດໄວ້. ຕໍ່ກັບວຽກງານດັ່ງກ່າວນີ້, ທາງ ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ລົງຕິດຕາມ, ກວດກາ ຢ່າງໃກ້ຊິດຕິດແທດ ແລະ ໄດ້ເອົາໃຈໃສ່ແກ້ໄຂ ຢ່າງຈິງຈັງ ໃນໄລຍະຜ່ານມາ; ພ້ອມທັງ ໄດ້ເຜີຍແຜ່ ແລະ ຊຸກຍູ້ ການຈັດຕັ້ງປະບັດຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງ ປກສ ວ່າດ້ວຍ ຄ່າທໍານຽມ ແລະ ຄ່າບໍລິການ ໃນວຽກງານວິຊາສະເພາະ ຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໃຫ້ພະນັກງານ – ນັກຮົບ ທີ່ເຮັດວຽກງານດັ່ງກ່າວ ຢ່າງທົ່ວເຖິງ ໃນຂອບເຂດທົ່ວປະເທດ. ແຕ່ຢ່າງໃດກໍຕາມ, ປັດຈຸບັນນີ້ ເຫັນວ່າ: ບັນຫາເຈົ້າໜ້າທີ່ ເກັບຄ່າທໍານຽມແພງ ຍັງເກີດຂຶ້ນຢູ່, ເຊິ່ງການກະທໍາດັ່ງກ່າວ ເປັນການລະເມີດ ລະບຽບກົດໝາຍ, ຂໍ້ຕົກລົງ ແລະ ຍັງເປັນການສວຍໃຊ້ໜ້າທີ່ ຫາຜົນປະໂຫຍດໃຫ້ຕົນເອງ.

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນມີນາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 12
3456789
10111213141516
17181920212223
24252627282930

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້