ຂ່າວພາຍໃນ
ຍັກຍອກຊັບລວມໝູ່ ແລະ ສໍ້ໂກງຊັບພົນລະເມືອງ ຖືກລົງໂທດ 5 ປີ ພ້ອມທັງປັບໃໝ

ໃນວັນທີ 13 ຕຸລາ 2020; ພາຍຫຼັງຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ໄດ້ຮັບຟັງຄໍາຖະແຫຼງຂອງໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ກ່ຽວກັບຄະດີ ທ້າວ ພອນສະຫວັນ ຫຼື ພອນ ອາຍຸ 39 ປີ, ບ້ານ ລາດຄວາຍ ເມືອງໄຊທານີ ທີ່ຖືກກ່າວຫາວ່າ ຍັກຍອກຊັບລວມໝູ່ ແລະ ສໍ້ໂກງຊັບພົນລະເມືອງ; ເຫັນວ່າມີຄວາມຜິດຕາມຂໍ້ກ່າວຫາແທ້ ຈຶ່ງໄດ້ຕັດສິນຈໍາຄຸກ 5 ປີ ປັບໃໝ 5.500.000 ກີບ
ເນື້ອຄະດີດັ່ງນີ້; ໃນປີ 1975, ນາງ ສີພອນ ແລະ ທ້າວ ບຸດສະດີ ໄດ້ແຕ່ງດອງ ແລະ ມີລູກຮ່ວມກັນ ຈໍານວນ 7 ຄົນ. ມີຊັບຮ່ວມກັນ ຄື: ທີ່ດິນ 1 ຕອນ ເນື້ອທີ່ 2.651 ຕາແມັດ. ໃນປີ 2006, ທ້າວ ບຸດສະດີ ແລະ ນາງ ສີພອນ (ຜົວ-ເມຍ) ໄດ້ແບ່ງດິນຕອນດັ່ງກ່າວຂາຍໃຫ້ ທ້າວ ສີທອງ ແລະ ນາງ ຄໍາ ໃນເນື້ອທີ່ 260,94 ຕາແມັດ. ແຕ່ໃບຕາດິນບໍ່ທັນໄດ້ແຍກ. ຕົກມາຮອດ ປີ 2008, ທ້າວ ບຸດສະດີ ແລະ ນາງ ສີພອນ ( ຜົວ-ເມຍ) ໄດ້ແບ່ງດິນອອກເປັນ 7 ພູດ ຄື: 6 ພູດມອບໃຫ້ລູກແຕ່ລະຄົນ, ຊຶ່ງ ທ້າວ ພອນສະຫວັນ ໄດ້ຈໍານວນ 15×25 ແມັດ, ໂດຍທີ່ ທ້າວ ບຸດສະດີ ແລະ ນາງ ສີພອນ (ຜົວ-ເມຍ) ໄດ້ເຮັດໃບມອບກໍາມະສິດໃຫ້ລູກແຕ່ລະຄົນ, ສ່ວນ 1 ພຸດ ແມ່ນຂອງ ທ້າວ ບຸດສະດີ ແລະ ນາງ ສີພອນ (ຜົວ-ເມຍ) ແຕ່ໃບຕາດິນບໍ່ທັນໄດ້ແຍກ.
ປີ 2009, ທ້າວ ບຸດສະດີ ໄດ້ເສຍຊີວິດ. ມາຮອດວັນທີ 4 ກໍລະກົດ 2009, ທ້າວ ສີທອງ ໄດ້ຂາຍດິນຕອນທີ່ຊື້ນໍາ ທ້າວ ບຸດສະດີ ແລະ ນາງ ສີພອນ ໃຫ້ທ້າວ ບຸນເພັງ ໃນລາຄາ 5.000.000 ກີບ. ຕໍ່ມາຮອດປີ 2011, ນາງ ແປງພອນ ຫຼື ປ້ອມ ( ລູກຂອງ ທ້າວ ບຸດສະດີ ແລະ ນາງ ສີພອນ) ໄດ້ຂາຍພູດຂອງຕົນເອງໃຫ້ ທ້າວ ຄໍາພັນ.
ມາຮອດວັນທີ 10 ຕຸລາ 2011, ທ້າວ ພອນສະຫວັນ ໄດ້ແບ່ງດິນຕອນທີ່ອອກຊື່ ທ້າວ ບຸດສະດີ ແລະ ນາງ ສີພອນ (ພໍ່-ແມ່) ຂາຍໃຫ້ ນາງ ບົວນິດາ ໃນລາຄາ 12.500.000 ກີບ (ບໍ່ມີເນື້ອທີ່ ). ຕົກມາຮອດວັນທີ 2 ກັນຍາ 2012, ທ້າວ ພອນສະຫວັນ ໄດ້ແບ່ງດິນຂາຍໃຫ້ ນາງ ບົວສີວອນ ເນື້ອທີ່ 427,75 ຕາແມັດ ໃນລາຄາ 100.000 ບາດ.
ມາຮອດວັນທີ 7 ກັນຍາ 2012, ນາງ ສີ (ເອື້ອຍຂອງ ທ້າວ ພອນສະຫວັນ) ໄດ້ຂາຍດິນພູດຂອງຜູ້ກ່ຽວໃຫ້ແກ່ ນາງ ເຂັມພອນ ຫຼື ເຂັມ ເນື້ອທີ່ 233,7 ຕາແມັດ ໃນລາຄາ 20.000.000 ກີບ ໂດຍມີ ທ້າວ ພອນສະຫວັນ ເຊັນເປັນພະຍານ. ຕົກມາຮອດປີ 2014, ທ້າວ ຄໍາພັນ ກໍໄດ້ເອົາໃບຕາດິນໄປແຍກ, ສ່ວນເນື້ອ ທີ່ດິນທີ່ຫຍັງເຫຼືອ ຈໍານວນ 2.191 ຕາແມັດ, ທ້າວ ພອນສະຫວັນ ໄດ້ໃສ່ຊື່ຕົນເອງ ແລະ ນາງ ສີພອນ (ແມ່) ໃນໃບຕາດິນດັ່ງກ່າວ; ມາຮອດ ວັນທີ 19 ກຸມພາ 2016, ທ້າວ ບຸນເພັງ ກໍໄດ້ຂາຍດິນຕອນ ທີ່ຊື້ນໍາ ທ້າວ ສີທອງ ໃຫ້ແກ່ ທ້າວ ຄໍາເຜີຍ ໃນລາຄາ 40.000.000 ກີບ ການຊື້-ຂາຍຂອງ ນາງ ເຂັມພອນ, ທ້າວ ຄໍາເຜີຍ ສີປະເສີດ, ນາງ ບົວນິດາ ແລະ ນາງ ບົວສີວອນ ( ໂຈດທາງແພ່ງ ).
ແຕ່ລະຄົນແມ່ນບໍ່ທັນໄດ້ແຍກໃບຕາດິນ ແລະ ໃບຕາດິນຂອບທອງກໍແມ່ນ ທ້າວ ພອນສະຫວັນ ເກັບຮັກສາໄວ້.
ຕົກມາຮອດວັນທີ 2 ກຸມພາ 2017, ທ້າວ ພອນສະຫວັນ ເອົາໃບຕາດິນ ເນື້ອທີ່ 2,191 ອອກຊື່ ທ້າວ ພອນສະຫວັນ+ນາງ ສີພອນ (ແມ່) ໄປເປັນຫຼັກຊັບຄ້ໍາປະກັນ ກູ້ຢືມເງິນນໍາທະນາຄານລາວ-ຝຣັ່ງ ຈໍາກັດ ຈໍານວນ 160.000.000 ກີບ ໃນເວລາທີ່ ທ້າວ ພອນສະຫວັນ ເອົາໃບຕາດິນໄປຈໍາທະນາຄານນັ້ນ ນາງ ສີພອນ ກໍຮູ້ ແລະ ໄດ້ໃຫ້ຄວາມຊ່ວຍ ເຫຼືອດ້ວຍການເຊັນເປັນຜູ້ກູ້ຢືມ ແລະ ຜູ້ຄ້ໍາປະກັນໃສ່ໃນສັນຍາ ກູ້ຢືມສໍາລັບວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນວັນທີ 3 ກຸມພາ 2017.
ເວລາຕໍ່ມາ, ທ້າວ ພອນສະຫວັນ ບໍ່ສາມາດຈ່າຍເງິນໃຊ້ແທນ ຄືນໃຫ້ທະນາຄານ. ມາຮອດວັນທີ 8 ທັນວາ 2017, ທະນາຄານຈຶ່ງໄດ້ລົງໄປໄກ່ເກ່ຍ ກັບ ທ້າວ ພອນສະຫວັນ ຢູ່ຫ້ອງການບ້ານ. ຈາກນັ້ນ, ພວກໂຈດທາງເເພ່ງ ຈຶ່ງຮູ້ເລື່ອງ ແລະ ໄດ້ຮ້ອງຟ້ອງດໍາເນີນ ຄະດີຕໍ່ ທ້າວ ພອນສະຫວັນ.
ຜ່ານການຄົ້ນຄວ້າບັນດາຫຼັກຖານເອກະສານຕ່າງໆທີ່ມີຢູ່ໃນສໍານວນຄະດີຢ່າງລະອຽດຖີ່ຖ້ວນ, ຮອບດ້ານ ແລະ ພາວະວິໄສແລ້ວ ເຫັນວ່າ: ມີຫຼັກຖານຮັດກຸມໜັກແໜ້ນ ແລະ ພຽງພໍຢັ້ງຢືນວ່າ ການກະທໍາຂອງ ຈໍາເລີຍ ເປັນການກະທໍາຜິດທາງອາຍາ ໃນສະຖານການສໍ້ໂກງຊັບຂອງລວມໝູ່ ແລະ ການຍັກຍອກຊັບຂອງພົນລະເມືອງ ຕາມກົດໝາຍອາຍາ ມາດຕາ 109 ແລະ ມາດຕາ 121, ເຊິ່ງແຕະຕ້ອງກໍາມະສິດຂອງລວມໝູ່ ແລະ ພົນລະເມືອງ, ຄວາມສະຫງົບຂອງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ເຊິ່ງຈໍາເລີຍເອງ ກໍຮັບສາລະພາບວ່າ ໄດ້ໃຊ້ເລ່ລ່ຽມຕົວະຍົວະຫຼອກລວງ ເພື່ອເອົາຊັບຂອງລວມໝູ່ ແລະ ຍັກຍອກຊັບຂອງພົນລະເມືອງແທ້.
ເຫັນວ່າ: ຈໍາເລີຍ ໄດ້ກະທໍາຜິດໂດຍເຈດຕະນາ ແລະ ມີຄວາມຕັ້ງໃຈໃຊ້ເລ່ລ່ຽມຕົວະຍົວະຫຼອກລວງ ດ້ວຍການເອົາດິນຕອນທີ່ອອກຊື່ ທ້າວ ພອນສະຫວັນ+ນາງ ສີພອນ ໄປເປັນຫຼັກຊັບຄ້ໍາປະກັນກູ້ຢືມເງິນນໍາທະນາຄານລາວ-ຝຣັ່ງ ທັງໆທີ່ຈໍາເລີຍ ກໍຮູ້ດີວ່າ ດິນຕອນດັ່ງກ່າວໄດ້ແບ່ງຂາຍໃຫ້ພວກໂຈດທາງແພ່ງແລ້ວ.
ແຕ່ບໍ່ທັນໄດ້ແຍກໃບຕາດິນ. ນອກຈາກນັ້ນ, ຈໍາເລີຍ ຍັງໄດ້ສວຍໃຊ້ຄວາມເຊື່ອໃຈຂອງພວກໂຈດທາງແພ່ງ ເພື່ອຍັກຍອກຊັບ, ເຊິ່ງສ້າງຄວາມເສຍຫາຍຢ່າງຫຼວງຫຼາຍໃຫ້ແກ່ໂຈດທາງແພ່ງ.ເຫັນວ່າ: ຈໍາເລີຍມີສະຕິສໍາປະຊັນຍະສົມບູນດີ, ບໍ່ເປັນຄົນບ້າເສຍຈິດ ແລະ ເຖິງກະສຽນ ອາຍຸທາງອາຍາຢ່າງພຽບພ້ອມແລ້ວ ດ້ວຍເຫດ ຜົນ ແລະ ຫຼັກຖານດັ່ງກ່າວ ຈຶ່ງສະເໝີມາຍັງສານ ເພື່ອພິ ຈາລະນາຕັດສິນລົງໂທດຕັດອິດສະລະພາບຕາມກົດໝາຍອາຍາ ມາດຕາ 109 ວັກ 2 ແລະ ມາດຕາ 121 ວັກ 2.
ເຫັນວ່າ: ນາງ ສີພອນ (ແມ່ຂອງ ທ້າວ ພອນສະຫວັນ) ໃນເວລາດໍາເນີນຄະດີຢູ່ນັ້ນມີອາການເຈັບປ່ວຍໜັກບໍ່ສາມາດຊ່ວຍເຫຼືອຕົວເອງໄດ້, ຕົກມາຮອດວັນທີ 13 ພຶດສະພາ 2020, ຫົວໜ້າອົງການໄອຍະການປະຊາຊົນ ນວ ຈຶ່ງໄດ້ອອກຄໍາສັ່ງໂຈະການສືບສວນ-ສອບສວນ.
ດັ່ງນັ້ນ, ສານຈຶ່ງໄດ້ຕັດສິນ ຈໍາເລີຍ ໃນສະຖານຍັກຍອກຊັບລວມໝູ່ ແລະ ສໍ້ໂກງຊັບ ພົນລະເມືອງ ຈຳຄຸກ 5 ປີ ພ້ອມທັງປັບໃໝ 5.500.000 ກີບ. ນອກນີ້, ໃຫ້ຈໍາເລີຍ ໃຊ້ໜີ້ທະນາຄານລາວ-ຝຣັ່ງ ໃນຈໍານວນເງິນ 28.328.363 ກີບ ແລະ ສົ່ງທີ່ດິນຄືນໃຫ້ໂຈດ ທີ່ເຫຼືອ, ສ່ວນທີ່ເຫຼືອແມ່ນໃຫ້ປັນຫຼັກຊັບຄືນໃຫ້ແກ່ໂຈດ.
ຂ່າວພາຍໃນ
ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.
ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,
ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ
ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.
ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.
ທີ່ມາ: ວຽງຈັນທາຍ
ຂ່າວພາຍໃນ
ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.
ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.
ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.
ຂ່າວພາຍໃນ
ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

-
ຂ່າວອຸປະຕິເຫດ12 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ11 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป8 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย10 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ1 ປີ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ9 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ1 ປີ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ11 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ