ໂຄງການປັບປຸງເສັ້ນຈະລາຈອນຫຼ້າຊ້າ ຍ້ອນໄດ້ຮັບຜົນກະທົບຈາກໂຄວິດ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ໂຄງການປັບປຸງເສັ້ນຈະລາຈອນຫຼ້າຊ້າ ຍ້ອນໄດ້ຮັບຜົນກະທົບຈາກໂຄວິດ

Published

on

ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 (COVID-19) ໄດ້​ສົ່ງ​ຜົນ​ກະ­ທົບ​ໄປ​ທຸກ​ຂົງ­ເຂດ​ວຽກ​ງານ ໃນ​ນີ້​ສະ­ເພາະ​ໂຄງ­ການ​ປັບ­ປຸງ​ເສັ້ນທາງ​ຈະ­ລາ­ຈອນ​ຫຼາຍ​ຖະ­ໜົນ​ສາຍ​ຫຼັກ​ຢູ່​ຕົວ​ເມືອງ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ທີ່​ຈະ​ສຳ­ເລັດ​ໃນ​ກາງ​ເດືອນ ​ພຶດ­ສະ­ພາ ໄດ້​ເລື່ອນ​ໃຫ້​ສຳ­ເລັດ​ໃນ​ທ້າຍ​ເດືອນ.

ທ່ານ ສີ​ວອນ ຊັບ​ທະ­ວີ ຮອງ​ຫົວ­ໜ້າ​ພະ​ແນກ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ (ຍທຂ ນວ) ໃຫ້​ສຳ­ພາດ​ວັນ ທີ 11 ພຶດ­ສະ­ພາ 2020 ວ່າ: ໂຄງ­ການ​ປັບ­ປຸງ ​ແຕ້ມ​ເສັ້ນ​ຈະ­ລາ­ຈອນ​ໜ້າ​ເສັ້ນ­ທາງ​ສາຍ​ຫຼັກ ໂດຍ​ນຳ​ໃຊ້​ງົບ­ປະ­ມານ​ຂອງ​ລັດ ກອງ​ທຶນ​ຄວາມ​ປອດ​ໄພ​ທາງ​ຖະ­ໜົນ ປະ­ຈຳ​ປີ 2020 ມູນ​ຄ່າ 7,4 ຕື້​ກີບ ປະ­ຕິ­ບັດ​ຢູ່ 8 ເສັ້ນ­ທາງ​ຄື: ຖະ­ໜົນ​ໄກ­ສອນ​ພົມ­ວິ­ຫານ ຍາວ 10,7 ກິ­ໂລ­ແມັດ; ຖະ­ໜົນ​ໜອງ​ບອນ 3,47 ກິ​ໂລ ແມັດ; ຖະ­ໜົນ​ສາມ​ແສນ​ໄທ 3,2 ກິ­ໂລ­ແມັດ; ຖະ­ໜົນ​ເສດ​ຖາ​ທິ​ລາດ 2 ກິ­ໂລ­ແມັດ; ຖະ­ໜົນ​ເຈົ້າ­ຟ້າ​ງຸ່ມ 2,6 ກິ­ໂລ­ແມັດ; ຖະ­ໜົນ​ສຸ​ພາ­ນຸ​ວົງ 6 ກິ­ໂລ­ແມັດ; ຖະ­ໜົນ​ລ້ານ​ຊ້າງ 1,2 ກິ­ໂລ­ແມັດ ແລະ ຖະ­ໜົນ​ທ່າ​ເດື່ອ 10,5 ກິ­ໂລ­ແມັດ ແລະ ສາຍ​ທາງ​ຕັດ​ເຊື່ອມ​ຕໍ່​ລະ­ຫວ່າງ​ເສັ້ນ­ທາງ​ຫາ​ກັນ ໂດຍ​ບໍ­ລິ­ສັດ​ລາວ​ມາກ​ເກີ ເປັນ​ຜູ້​ຮັບ​ເໝົາ ມາ​ຮອດ​ເດືອນ​ເມ­ສາ​ທີ່​ເປັນ​ໄລ­ຍະ​ພະ­ຍາດ COVID-19 ໂດຍ​ປະ­ຕິ­ບັດ​ຕາມ​ແຈ້ງ​ການ​ເລກ​ທີ 06/ນຍ ໂຄງ­ການ​ໄດ້​ຢຸດ​ວຽກ​ຊົ່ວ­ຄາວ​ເປັນ​ເວ­ລາ 1 ເດືອນ.

ພາຍ­ຫຼັງ​ສະ­ພາບ​ຄ່ອຍ​ປົກ­ກະ­ຕິ ກໍ​ໄດ້​ລາຍ​ງານ​ເຖິງ​ຂັ້ນ​ເທິງ ໂດຍ​ສະ­ເພາະ​ຄະ­ນະ​ສະ­ເພາະ​ກິດ​ຕ້ານ​ພະ­ຍາດ COVID-19 ໄດ້​ໃຫ້​ທິດ​ຊີ້​ນຳ​ວິ­ທີ​ການ​ປ້ອງ​ກັນ​ຕ່າງໆ ແລະ ໄດ້​ປຶກ­ສາ​ຫາ­ລື​ກັບ​ບໍ­ລິ­ສັດ​ຜູ້​ຮັບ​ເໝົາ ເພື່ອ​ກະ­ກຽມ​ຄືນ ແລະ ໃຫ້​ຈັດ​ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ໂດຍ​ໄລ­ຍະ​ພາ­ຫະ­ນະ​ລົດ​ແລ່ນ​ຕາມ​ຖະ­ໜົນ​ຍັງ​ບໍ່​ຫຼາຍ ຈຶ່ງ​ໄດ້​ເລີ່ມ​ປະ­ຕິ­ບັດ​ມາ​ແຕ່​ຕົ້ນ​ເດືອນ​ພຶດ­ສະ­ພາ 2020 ເປັນ­ຕົ້ນ​ມາ ປັດ­ຈຸ­ບັນ​ກຳ­ລັງ​ປະ­ຕິ­ບັດ​ຢູ່​ເສັ້ນ­ທາງ​ທ່າ​ເດື່ອ ເລີ່ມ​ແຕ່​ໄຟ​ອຳ­ນາດ​ທາດ​ຂາວ-ຂົວ​ມິດ​ຕະ ພາບ​ລາວ-ໄທ 1 ຕາມ​ແຜນ​ຄາດ​ວ່າ​ຈະ​ໃຫ້​ສຳ­ເລັດ​ກາງ​ເດືອນ​ພຶດ­ສະ­ພາ ແຕ່​ຍ້ອນ​ໄດ້­ຜົນ​ກະ­ທົບ​ຈາກ​ພະ­ຍາດ COVID-19 ຈຶ່ງ​ແກ່­ຍາວ​ເວ­ລາ​ໃຫ້​ສຳ­ເລັດ​ທ້າຍ​ເດືອນ​ພຶດ­ສະ­ພາ 2020.

ຮຽບຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່ ແລະ Laopost.com

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນມີນາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 123
45678910
11121314151617
18192021222324
25262728293031

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້