ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກບົດລາຍງານ ສະພາບອາກາດ ເລກທີ 0514/ກອຕ ທ, ນະຄອນຫລວງວຽງຈັນ, ວັນທີ 11 ພຶດສະພາ 2020 ຄາດຄະເນສະພາບອາກາດ ໃນໄລຍະວັນທີ 11 ຫາ 17 ພຶດສະພາ 2020 ວ່າ: ໃນໄລຍະວັນທີ 11 ຫາ 14 ພຶດສະພາ 2020 ຄວາມກົດດັນສູງຂອງອາກາດ ເຢັນມີກໍາລັງປານກາງ ຈະແຜ່ລົງມາປົກຄຸມ ຢູ່ເຂດພາກເໜືອ ດ້ານຕາເວັນອອກ ຂອງປະເທດລາວ, ພ້ອມດຽວກັນ ກະແສລົມ ຕາເວັນຕົກສ່ຽງໃຕ້ ແລະ ຕາເວັນອອກສ່ຽງໃຕ້ ພັດປົກຄຸມ ເຊິ່ງຈະເຮັດໃຫ້ ອາກາດຮ້ອນຫາຮ້ອນເອົ້າ ຫລາຍຢູ່ທົ່ວໄປ ແລະ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫລື້ອມໃນລະດັບຄ່ອຍຫາປານກາງ, ພ້ອມຈະມີລົມພັດແຮງ ຢູ່ບາງທ້ອງຖິ່ນ ໃນແຕ່ລະພາກ. ຈາກນັ້ນ, ວັນທີ 15 ຫາ 17 ພຶດສະພາ 2020 ຄວາມກົດດັນອາກາດຕໍ່າ ຂອງອາກາດຮ້ອນເອົ້າ ຈະເພີ່ມກຳລັງແຮງຂຶ້ນປົກຄຸມຢູ່ ທົ່ວທຸກພາກຂອງປະເທດລາວ ສົມທົບກັບລົມ ຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ ພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ເກີດມີລົມພາຍຸລະດູຮ້ອນ, ຟ້າຜ່າ, ໝາກເຫັບຕົກ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນແຂວງພາກເໜືອ ຫາພາກກາງ ແລະ ພາກໃຕ້.
ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 11 ຫາ 14 ພຶດສະພາ ອາກາດຮ້ອນ, ຈະມີຝົນ ຕົກ, ຟ້າຮ້ອງ, ຟ້າເຫລື້ອມໃນລະດັບ ຄ່ອຍຫາປານກາງ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນ ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ. ຈາກນັ້ນ, ວັນທີ 15 ຫາ 17 ພຶດສະພາ ອາກາດຈະຮ້ອນຂຶ້ນ ແລະ ຈະມີຝົນຕົກ ໃນລະດັບຄ່ອຍຫາປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ ບາງທ້ອງຖິ່ນຕື່ມອີກ ອຸນຫະພູມຕ່ຳສຸດ 18-20 ອົງສາ ແລະ ສູງສຸດ 32-34 ອົງສາ.
ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 11 ຫາ 14 ພຶດສະພາ ອາກາດຮ້ອນຫາຮ້ອນເອົ້າ ແລະ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫລື້ອມ ໃນລະດັບຄ່ອຍ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນ ແຂວງບໍ່ແກ້ວ, ຫຼວງນ້ຳທາ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ. ຈາກນັ້ນ, ວັນທີ 15 ຫາ 17 ພຶດສະພາ ອາກາດຍັງສືບຕໍ່ ຮ້ອນເອົ້າຂຶ້ນຢູ່ຫລາຍທ້ອງຖິ່ນ ແລະ ຍັງຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫລື້ອມໃນລະດັບຄ່ອຍຫາປານກາງ ແລະ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນ ອຸນຫະພູມຕ່ຳສຸດ 22-24 ອົງສາ ແລະ ສູງສຸດ 38-40 ອົງສາ.
ພາກກາງ: ໃນໄລຍະວັນທີ 11 ຫາ 14 ພຶດສະພາ ອາກາດຮ້ອນຫາຮ້ອນເອົ້າຫລາຍ ແລະ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫລື້ອມໃນລະດັບຄ່ອຍ ແລະ ຕົກປານກາງຫາຕົກໜັກ ພ້ອມຈະມີລົມພັດແຮງ ຢູ່ບາງທ້ອງຖິ່ນ ແຂວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ. ຈາກນັ້ນ, ວັນທີ 15 ຫາ 17 ພຶດສະພາ ອາກາດສືບຕໍ່ຮ້ອນ ຫາຮ້ອນເອົ້າຫລາຍ ແລະ ຍັງຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫລື້ອມ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນຕື່ມອີກ ອຸນຫະພູມຕ່ຳສຸດ 23-25 ອົງສາ ແລະ ສູງສຸດ 30-40 ອົງສາ.
ພາກໃຕ້: ໃນໄລຍະວັນທີ 11 ຫາ 14 ພຶດສະພາ ອາກາດຮ້ອນເອົ້າຫາ ຮ້ອນເອົ້າຫລາຍ ແລະ ຈະມີຝົນຕົກ, ຟ້ອງຮ້ອງ, ຟ້າເຫລື້ອມ ໃນລະດັບຄ່ອຍ ແລະ ຕົກປານກາງຫາຕົກໜັກ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນ ແຂວງສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື. ຈາກນັ້ນ, ວັນທີ 15 ຫາ 17 ພຶດ ສະພາ ອາກາດຍັງສືບຕໍ່ຮ້ອນ ເອົ້າຢູ່ຕື່ມອີກ ແລະ ຍັງຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫລື້ອມ ພ້ອມມີລົມພັດແຮງເປັນບາງ ໂອກາດຢູ່ບາງທ້ອງຖິ່ນ ອຸນຫະພູມຕໍ່າສຸດ 24-25 ອົງສາ ແລະ ສູງສຸດ 38-40 ອົງສາ.
ສະເພາະເຂດພູພຽງບໍລະເວນ: ໃນໄລຍະວັນທີ 11 ຫາ 14 ພຶດສະພາ ອາກາດໜາວເຢັນ ໃນຕອນກາງຄືນຫາຕອນເຊົ້າ ແລະ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫລື້ອມໃນລະດັບ ຄ່ອຍຫາປານກາງ ແລະ ຕົກໜັກ, ພ້ອມຈະມີລົມພັດແຮງ ເປັນບາງໂອກາດຢູ່ບາງບໍລິເວນ. ຈາກນັ້ນ, ວັນທີ 15 ຫາ 17 ພຶດສະພາ ອາກາດຍັງຈະເຢັນ ແລະ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫລື້ອມ, ພ້ອມມີລົມພັດແຮງ ເປັນບາງໂອກາດ ອຸນ ຫະພູມຕໍ່າສຸດ 15-17 ອົງສາ ແລະ ສູງສຸດ 27-29 ອົງສາ.
ນະຄອນຫລວງວຽງຈັນ: ໃນໄລຍະວັນທີ 11 ຫາ 14 ພຶດສະພາ ອາກາດຮ້ອນຫາຮ້ອນເອົ້າຫລາຍ ແລະ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫລື້ອມ ໃນລະດັບ ຄ່ອຍຫາປານກາງ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງບໍລິເວນ ໃນຕອນບ່າຍຫາຕອນກາງຄືນ. ຈາກນັ້ນ, ວັນທີ 15 ຫາ 17 ພຶດສະພາ ອາ ກາດຍັງຈະຮ້ອນຂຶ້ນຕື່ມ ແລະ ຍັງຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫລື້ອມ ພ້ອມມີລົມພັດແຮງ ເປັນບາງໂອ ກາດຢູ່ບາງບໍລິເວນ ອຸນຫະພູມຕໍ່າສຸດ 25-27 ອົງສາ ແລະ ສູງສຸດ 38-40 ອົງສາ.
ນອກນັ້ນ, ກົມອຸຕຸນິຍົມ ແລະ ອຸທົກກະສາດ ຍັງມີຄໍາເຕືອນໃນໄລຍະວັນທີ 11 ຫາ 14 ພຶດສະ ພາ 2020 ເນື່ອງຈາກຄວາມກົດດັນສູງ ຂອງອາກາດ ເຢັນຈາກປະເທດຈີນ ຈະແຜ່ລົງມາປົກຄຸມ ຢູ່ພາກເໜືອດ້ານຕາເວັນອອກ ຂອງປະເທດລາວ ແລະ ຄວາມກົດດັນຕໍ່າ ຂອງອາກາດ ຮ້ອນປົກຄຸມ ພາກກາງຫາພາກໃຕ້ ເຊິ່ງຈະເຮັດໃຫ້ມີແລວ ປະທະອາກາດຮ້ອນ ແລະ ອາກາດເຢັນ ທີ່ຈະພາໃຫ້ເກີດມີພາຍຸ ລະດູຮ້ອນໃນລັກ ສະນະຝົນຕົກ, ຟ້າຮ້ອງ, ຟ້າເຫລື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ ເຊິ່ງຈະເຮັດໃຫ້ມີຕົ້ນໄມ້ໃຫຍ່ ແລະ ເສົາໄຟຟ້າຫັກລົ້ມ, ເຮືອນ, ຕຶກອາຄານເປ່ເພ, ໃນໄລຍະທ້າຍຕອນບ່າຍຫາຄ່ຳ. ຈາກນັ້ນ, ວັນທີ 15 ຫາ 17 ພຶດສະພາ 2020 ຄວາມກົດ ດັນຕໍ່າຂອງອາກາດ ຈະມີກຳລັງແຮງເພີ່ມຂຶ້ນ ທີ່ຈະເຮັດໃຫ້ອາກາດ ຮ້ອນຂຶ້ນໃນແຕ່ລະພາກ ແລະ ຍັງຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫລື້ອມ, ພ້ອມມີລົມພັດແຮງ. ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງ ປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທຸກພາກສ່ວນ ໃຫ້ຫລີກລຽງຢູ່ບ່ອນເປີດແປນ ເຊິ່ງຈະເປັນ ອັນຕະລາຍ ແລະ ໃຫ້ມີສະຕິລະມັດລະວັງຕໍ່ສະ ພາບອາກາດຮ້າຍແຮງດັ່ງກ່າວ ທີ່ອາດຈະເກີດຂຶ້ນໄດ້.