ຂົນຫົວລຸກຫຼົງທາງເຂົ້າໄປໃນເມືອງຮ້າງ(ເມືອງສະໜາມໄຊ) 5 ຊົ່ວໂມງກວ່າຈະອອກມາໄດ້ – ສື່ລາວ.ຄອມ
Connect with us

ທົ່ວໄປ

ຂົນຫົວລຸກຫຼົງທາງເຂົ້າໄປໃນເມືອງຮ້າງ(ເມືອງສະໜາມໄຊ) 5 ຊົ່ວໂມງກວ່າຈະອອກມາໄດ້

Published

on

(ເປັນຄວາມເຊື່ອສ່ວນບຸກຄົນກະລຸນາໃຊ້ວິຈາລະນະຍານໃນການຮັບຊົມ) ໄດ້ຮັບຂໍ້ຄວາມຈາກຜູ້ໃຊ້ເຟສບຸກຄົນໜື່ງໄດ້ເວົ້າວ່າ “ທີ່ຈິງພວກເຮົາຊິໄປນອນທີ່ແຂວງເຊກອງລະຫລົງທາງ ໄປຖາມເຂົາເຈົ້າແຖວນັ້ນລະຖາມຜິດ ແທນທີ່ຊິຖາມວ່າໄປແຂວງເຊກອງໄປທາງໃດ ລະບໍ່ຖາມ ໄປຖາມວ່າໄປ ແຂວງອັດຕະປື ໄປທາງໃດ. ເຂົາເຈົ້າລະຊີ້ມືໄປທາງເມືອງສະໜາມໄຊ ວ່າໄປທາງນິ້ກະໄດ້ວ່າຊັນ ຂີ່ເຂົ້າໄປໄດ້ຊົ່ວໂມງ 1 ທາງລະນ້ອຍເຂົ້ານ້ອຍເຂົ້າ ບ້ານຄົນກະບໍ່ມີ ມີແຕ່ປ່າ ມືດແທ້ມືດວ່າ

ພາກັນຢ້ານແຫຼະ ລະຊວນກັນກັບ ແຕ່ໂຊເຟີ້ເພິ່ນວ່າກະເທີນໄດ້ມາລະ ໄປຕໍ່ຊະວ່າຊັນ ທາງກະຍາກໆ ແບບວ່າມີຮອງນໍ້າໄຫລຢູ່ກາງທາງຫັນນະ ຝົນກະຕົກແນ່ກ່ອນໜ້າພວກເຮົາໄປຫັນນະ ລະທາງມັນມື່ນ ຂີ່ໄວກະບໍ່ໄດ້ ລົດມັນເຕ້ວ ບາງບ່ອນກະເປັນຂູມເປັນບວກບັກໃຫຍ່ ຂີ່ໄປໄກເຕີບ ຊົ່ວຊິເຫັນບ້ານຄົນ ຊົ່ວຊິເຫັນລົດຂີ່ກາຍ ຈັກຢ້ານໂຈນຢ້ານຜີ ແຕ່ກະຍັງບໍ່ຮູ້ວ່າແມ່ນທາງໄປເມືອງສະໝາມໄຊ ຈົນຂີ່ໄປຮອດທາງຍາກໆເກືອບໄປບໍ່ໄດ້ ລະຈອດເບີ່ງທາງ ແນມໄປເຫັນ ບ້ານຮ້າງ ເມືອງຮ້າງ ຄົນບໍ່ມີເລີຍ ເຮືອນຫລັງໃດກະແຕກ ຫລັງຄາລຸ ກໍາແພງເຮືອນລຸ ປ່ອງຢ້ຽມບໍ່ມີເລີຍ ຈັງຮູ້ວ່າໄປຫລົງທາງຢູ່ເມືອງສະໝາມໄຊ

ຂີ່ລົດຄວາມໄວມີແຕ່ 20-30 ກິໂລແມັດຕໍ່ຊົ່ວໂມງ ຂີ່ໄວກະບໍ່ໄດ້ ທາງແຄບ ນ້າສາວເຮົານັ່ງທາງໜ້າເຫັນຜູ້ເຖົ້າຈູງເດັກນ້ອຍຍ່າງລະລົດທີ່ພວກເຮົາຂີ່ຕໍາໄປວ່າຊັນແຕ່ລົດບໍ່ເປັນຫຍັງ ບາງຄົນກະເຫັນຮາວຕາກເຄື່ອງ ລະເຄື່ອງທີ່ຕາກກະມີແຕ່ເຄື່ອງໃຫມ່ໆງາມໆຢູ່ເຫັນມີຄົນຢືນຢູ່ໃນຄວາມມືດກຳລັງໃຊ້ຊີວິດເໝືອນຊາວບ້ານທົ່ວໄປ
ເຫັນລົດຂີ່ກາຍສີ່ຫ້າຄັນ ຂີ່ບັກໄວໆ ເອົາແວ່ນລົດລົງກັວກມືຊິຖາມທາງເຂົາເຈົ້າ ເຂົາເຈົ້າກະບໍ່ຈອດ ຊົ່ວຊິອອກມາໄດ້ ຕິດຢູ່ໃນຫັນກະ 5 ຊົ່ວໂມງ ຕອນອອກມາໄດ້ແມ່ນເວລາ 1 ໂມງກາງຄືນ ຫຼັງຈາກອອກມາໄດ້ ໄປຖາມທາງຄົນແຖວນັ້ນ ເຂົາເຈົ້າຖາມວ່າພວກເຈົ້າບໍ່ເຫັນຫຍັງຫວາ

ແຕ່ຂະໜາດໄປຕອນເວັນມັນຍັງຢືນກັວກມືຢູ່ຄົນໄປກ້ານກົບເຂົາໄປເຫັນມາຫຼາຍຄົນແລ້ວບໍ່ມີໃຜກ້າໄປແຖວນັ້ນດອກ ເມື່ອອອກມາໄດ້ຈື່ງຮູ້ວ່າ ໝູ່ບ້ານຮ້າງ ເມືອງຮ້າງນັ້ນ ເຄີຍເກີດເຫດເຂື່ອນແຕກໃນ 2 ປີກ່ອນ” ເຫດການນີ້ເກີດຂື້ນໃນຕົ້ນເດືອນ ຕຸລາ 2020 ທີ່ຜ່ານມາ ເຊີ່ງກຸ່ມນັກທ່ອງທ່ຽວປະມານ 5 ຄົນຂີ່ລົດຕູ້ໄປທ່ອງທ່ຽວໄດ້ເຫັນເຫດການແລະໄດ້ເລົ່າເຫດການເປັນຕາຢ້ານໃຫ້ຟັງ (ເປັນຄວາມເຊື່ອສ່ວນບຸກຄົນກະລຸນາໃຊ້ວິຈາລະນະຍານໃນການຮັບຊົມ)

.

Continue Reading

ທົ່ວໄປ

An introduction to Gambling slot online space arcade establishment Position Games Mathematics

Published

on

By

Blogs

Red-colored, White and you may Blue position on the web was made from the IGT, one of the recommended games slot online space arcade organization global. One of those game try Reddish Light and you can Blue, a server created by IGT. Now, belongings based casinos scarcely could, possibly offer you totally free gaming. (ເພີ່ມເຕີມ…)

Continue Reading

ທົ່ວໄປ

Dragon 50 free spins no deposit hells grannies Temple Video slot

Published

on

By

Blogs

This may change lives ranging from dropping, playing prolonged otherwise scoring immense effects. For everybody admirers from risk have, the new gaming place gives precisely the thing. After each and every successful range, a player becomes a chance to 50 free spins no deposit hells grannies enjoy a risk game in which the made dollars might be multiplied from time to time. (ເພີ່ມເຕີມ…)

Continue Reading

ທົ່ວໄປ

Best British No deposit Incentives November 2023

Published

on

By

Articles

At the Fortune.com Local casino, their membership can get you a hundred more revolves to your Glucose Bonanza Deluxe position. The new spins will be divided into 20 revolves each day, for five months. (ເພີ່ມເຕີມ…)

Continue Reading
ເດືອນທັນວາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
3031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້