*ຢູ່ຫ້ອງການຂອງທ່ານ ສີຈິ້ນຜິງ ປະທານປະເທດຈີນ ມີຮູບຖ່າຍຫລາຍໃບຂອງທ່ານທີ່ຖ່າຍນຳພໍ່ແມ່ແລະຄອບຄົວ, ແຕ່ມີຮູບຖ່າຍໃບໜຶ່ງທີ່ບັນທຶກເຫດການການຈັບມືແມ່ຍ່າງຫລິ້ນ ຊຶ່ງເປັນພາຍທີ່ປະທັບໃຈຫລາຍ. ຂະນະດຽວກັນ, ການອົບຮົມບົ່ມສອນຈາກການປະພຶດດີຂອງແມ່ສົ່ງອິດທິພົນຕໍ່ທ່ານຕະຫລອດຊີວິດ.ຈົນມາຮອດປັດຈຸບັນ, ທ່ານ ສີຈິິ້ນຜິງ ຍັງຈື່ບໍ່ລືມວ່າ:ຕອນອາຍຸ 5-6 ຂວບ, ແມ່ເຄີຍເຈ່ຍຕົນໄປຊື້ປຶ້ມຮູບແຕ້ມ “ຢ້ວຍເຟີ່ຍຢູຮ້ານຂາຍປຶ້ມຊິນຮວາ “. ແມ່ເລົ່າສູ່ຟັງວ່າ: “ແມ່ ຢ້ວຍເຟີ່ຍ ໄດ້ສັກຕົວໜັງສືໃສ່ຫລັງຂອງລາວໂດຍມີຂໍ້ວ່ຄວາມາ “ຄວນຈົງຮັກພັດດີເພື່ອຕອບແທນບຸນຄຸນປະເທດຊາດ” ຊຶ່ງຄຳນີ້ເໝືອນວ່າ ເປັນການປູກຝັງແນວພັນໃສ່ໃຈຂອງທ່ານ ສີຈິ້ນຜິງ ທີ່ນຳມາສູ່ການເຮັດໃຫ້ທ່ານຈື່ໃນໃຈຕະຫລອດ ແລະ ກາຍເປັນເປົ້າໝາຍທີ່ສະແຫວງຫາຊົ່ສຊີວິດຂອງທ່ານ.

ທ່ານ ສີຈິ້ນຜິງ ເຄີຍກ່າວວ່າ: “ຜູ້ເປັນພໍ່ແມ່ ແລະ ຜູ້ປົກຄອງ ຄວນສອນຄຸນສົມບັດທີ່ດີງາມໃຫ້ແກ່ລູກ, ສອນໃຫ້ເຂົາເຈົ້າປະພຶດຕົນໃຫ້ເປັນຄົນເຂັ້ມແຂງ ກ້າຫານ ແລະ ຊື່ສັດສຸດຈະລິດ, ຊ່ວຍເຂົາເຈົ້າເສີມສ້າງຈິດໃຈທີ່ດີງາມ, ເຮັດໃຫ້ເຂົາເຈົ້າໃຫຍ່ຢ່າງປອດໃສແລະກາຍເປັນຄົນທີ່ມີປະໂຫຍດຕໍ່ຊາດແລະປະຊາຊົນ. ”ຄອບຄົວ ທ່ານ ສີຈິ້ນຜິງ ໄດ້ສອນຄວາມຮັກທີ່ມີຕໍ່ຄອບຄົວແລະ ຈິດໃຈຮັກຊາດທັງໄດ້ສ້າງນິດໄສທີ່ເຂັ້ມແຂງ,ກ້າຫານແລະຊື່ສັດສຸດຈະລິດໃຫ້ທ່ານ.ພໍ່ແມ່ຂອງທ່ານ ສີຈິ້ນຜິງ ໄດ້ຍຶດໝັ້ນແບບແຜນຄອບຄົວທີ່ເຂັ້ມງວດໂດຍການອົບຮົມສັ່ງສອນລູກເຕົ້າ,ຮັກສາມູນເຊື້ອດຸໝັ່ນ ແລະ ປະຢັດມັດທະຍັດ. ທ່ານ ນາງຊີຊິນ ຜູ້ເປັນແມ່ໄດ້ເປັນແບບຢ່າງຈາກການປະຕິບັດຕົວຈິງ ຊຶ່ງໄດ້ສົ່ງອິດທິພົນແລະ ສອນລູກເຕົ້າດ້ວຍແບບແຜນຄອບຄົວທີ່ດີງາມ. ເພິ່ນທັງເບິ່ງແຍງລູກດີທັງປະຕິບັດໜ້າທີ່ຂອງຕົນດີ, ບໍ່ວ່າຈະອິດເມື່ອຍລຳບາກປານໃດກໍຕາມ, ເພິ່ນລ້ວນແຕ່ຍຶດໝັ້ນຖືເອົາໜ້າທີ່ການງານເປັນສຳຄັນ ແລະ ບໍ່ໃຫ້ເລື່ອງຄອບຄົວກະທົບຕໍ່ວຽກງານ ເມື່ອຫຍຸ້ງຍາກກໍຈະຜ່ານຜ່າໂດຍຕົນເອງ. ເປັນເວລາດົນນານມາແລ້ວ, ທ່ານ ນາງຊີຊິນ ໄດ້ຍຶດໝັ້ນແບບແຜນວິທີດຳລົງຊີວິດປະ ຢັດ ແລະ ຮຽບງ່າຍ ໂດຍບໍ່ໄດ້ໃຊ້ສິດພິເສດໃນຖານະເປັນພັນລະຍາຂອງທ່ານ ສີຈົ້ງຊຸນ ຮອງນາຍົກລັດຖະມົນຕີຈີນໃນເວລານັ້ນ. ເວລາລູກເຕົ້າກິນນອນກຢູ່ໂຮງຮຽນ ຫລື ຢູ່ໂຮງລ້ຽງເດັກ,ທ່ານບໍ່ໄດ້ຈ້າງແມ່ເຮືອນມາຊ່ວຍ.ບໍ່ເຄີຍຄິດຈັກເທື່ອທີ່ຈະສວຍໃຊ້ຕຳແໜ່ງຂອງສາມີ ສັບຊ້ອນ ບ່ອນເຮັດວຽກໃກ້ເຮືອນຕົນ.ທີ່ໂດດເດັ່ນເພິ່ນໄດ້ເຂົ້າຮ່ວມກິດຈະກຳການຕ່າງປະເທດໃນຖານະພັນລະຍາຮອງນາຍົກລັດຖະມົນຕີພຽງແຕ່ເທື່ອດຽວເທົ່ານັ້ນ.
ທ່ານ ສີຈິ້ນຜິງ ໄດ້ຮັບອິດທິພົນຈາກແບບແຜນຄອບຄົວທີ່ຊື່ສັດສຸດຈະລິດແລະປອງດອງ,ເພິ່ນໄດ້ປະພຶດຕົນຕາມແບບແຜນປະຢັດມັດທະຍັດ,ຮຽບງ່າຍ ແລະ ຕິດແທດຕົວຈິງ. ຂະນະດຽວກັນ, ເພິ່ນໃຫ້ຄວາມສໍາຄັນຕໍ່ຄອບຄົວກໍຄືຄວາມຮັກແພງຂອງງຄົນໃນຄອບຄົວ. ແຕ່ຍ້ອນເປັນພະນັກງານການນຳແລະມີວຽກຫລາຍນັ້ນ ຈິ່ງເປັນເລື່ອງປົກກະຕິທີ່ທ່ານບໍ່ສາມາດກັບໄປຢາມບ້ານໃນມື້ບຸນສຳຄັນຕ່າງໆ. ບຸນກຸດຈີນປີ 2001, ທ່ານນາງ ຊີຊິນ ໄດ້ຕີສາຍລົມກັບທ່ານສີຈິ້ນຜິງ ທີ່ຕອນນັ້ນເປັນເຈົ້າແຂວງໆຝູຈ້ຽນໂດຍໄດ້ຖາມຂ່າວແລະສອນລູກວ່າ:“ຂໍພຽງແຕ່ລູກເຮັດວຽກໃຫ້ດີກໍຖືວ່າແມ່ນຄວາມກະຕັນຍູຕໍ່ພໍ່ແມ່ແລ້ວ, ນີ້ຄືຄວາມຮັບຜິດຊອບຕໍ່ຄອບຄົວແລະຕໍ່ລູກເອງ ທັງສອງຢ່າງນີ້ຕ້ອງເປັນໜຶ່ງດຽວ. “ຄອບຄົວນ້ອຍ” ແລະ “ຄອບຄົວໃຫຍ່” ມີຕົ້ນກຳເນີດ ດຽວກັນ. ຄວາມເຂົ້າໃຈ ແລະ ການສະໜັບສະໜູນຂອງແມ່ເຕັມໄປດ້ວຍຄວາມຫວັງທີ່ສົ່ງຜົນທາງຈິດໃຈໃຫ້ “ກ້າຮັບຜິດຊອບ” ແລະ “ປະຕິບັດໜ້າທີ່ຢ່າງມີຄວາມຮັບຜິດຊອບສູງ”. ໂດຍຍຶດ ໝັ້ນຈິດໃຈເຮັດວຽກເພື່ອຜົນປະໂຫຍດຂອງປະຊາຊົນ, ທ່ານ ສີຈິ້ນຜິງ ໄດ້ຖືເອົາຊີວິດການເປັນຢູ່ທີ່ດີງາມຂອງປະຊາຊົນນັບພັນເປັນໝື່ນຄອບຄົວເປັນເປົ້າໝາຍສູ້ຊົນຂອງຕົນ.
“ທັດສະນະການປົກຄອງຂອງຂ້າພະເຈົ້າ, ເວົ້າໂດຍຫຍໍ້ແລ້ວກໍຄື ຮັບໃຊ້ປະຊາຊົນ, ແບກ ຫາບຄວາມຮັບຜິດຊອບຂອງຕົນ” ຫລາຍປີຜ່ານມາບໍ່ເຄີຍປ່ຽນແປງ, ລົງຮາກຖານຢ່າງທົ່ວເຖິງ, ເຮັດແທ້ທຳຈິງຢູ່ຄຽງບ່າຄຽງໄຫລ່ກັບປະຊາຊົນ, ທ່ານ ສີຈິ້ນຜິງ ໄດ້ຮັກສາອຸດົມການເຮັດວຽກເພື່ອປະຊາຊົນໂດຍ “ຮັກປະຊາຊົນຄືຮັກພໍ່ແມ່ຂອງຕົນ” ແຕ່ຫົວທີ.ຄວາມປອດໃສຂາວສະອາດແມ່ນກຳລັງທີ່ເປັນນາມມະທຳ ທັງແມ່ນຜົນຕອບແທນທີ່ດີທີ່ສຸດໃຫ້ແກ່ຄອບຄົວ.ແຕ່ລະກ້າວເດີນຂອງທ່ານ ສີຈິ້ນຜິງ, ທ່ານນາງ ຊີຊິນ ຈະໃຫ້ກຳລັງໃຈ ແລະ ສັ່ງສອນທັນທີ. ມີເທື່ອໜຶ່ງຢູ່ຕໍ່ໜ້າລູກຊາຍ ແລະ ລູກສາວ, ທ່ານນາງ ຊີຊິນ ໄດ້ສອນວ່າ: “ບໍ່ຄວນໃຫ້ເລື່ອງນ້ອຍໃນຄອບຄົວໄປກະທົບຕໍ່ໜ້າວຽກ.”ທ່ານ ສີຈົ້ງຊຸ່ນ ຟັງແລ້ວກໍເວົ້າຢ່າງເຄັ່ງຄັດວ່າ: “ເລື່ອງໃຫຍ່ກໍບໍ່ໃຫ້ກະທົບຕໍ່ໜ້າວຽກເຊັ່ນກັນ.”ໃນເວລາທ່ານ ສີຈິ້ນຜິງ ດຳລົງຕຳແໜ່ງເຈົ້າແຂວງໆຝູຈ້ຽນ, ທ່ານນາງ ຊີຊິນໄດ້ຂຽນຈົດໝາຍເຖິງທ່ານ ແລະ ບັນຈົງຂຽນດ້ວຍຄວາມໜັກແໜ້ນວ່າ: “ຢູ່ບ່ອນສູງຈະຮູ້ສຶກທົນຄວາມໜາວກະດ້າງໄດ້ຍາກ”ໝາຍຄວາມວ່າຕ້ອງປະພຶດຕົນຢ່າງເຂັ້ມງວດກວ່າເກົ່າ. “ຄົນຜູ້ໜຶ່ງ ຫາກບໍ່ສາມາດເຂັ້ມງວດຕໍ່ຕົນ ແລະ ຂາດຄວາມປອດໃສຂາວສະອາດກໍຈະເປັນຄົນໄຮ້ຄວາມຊື່ສັດສຸດຈະລິດ. ຕ້ອງຈື່ເຫດຜົນທີ່ວ່າ: ຄວາມປອດໃສຂາວສະອາດຄືການມີໂຊກ, ໂລບມາກໂລພາຄືໄພ, ການສ້າງທັດສະນະຕ້ອງຖືກຕ້ອງຕໍ່ສິດອຳນາດ,ຖານະ, ຜົນປະໂຫຍດ.ເວລາໃດກໍຕ້ອງມີຈິດໃຈເດັດດ່ຽວ, ຄວບຄຸມການປະພຶດຕົນ ແລະ ຮັກສາຄວາມປອດໃສຂາວສະອາດໃຫ້ໄດ້. ” ທາດແທ້ການສ້າງພັກເພື່ອປະຊາຊົນ,ປະຕິບັດໜ້າທີ່ວຽກງານເພື່ອສ່ວນລວມດ້ວຍຄວາມປອດໃສຂາວສະອາດໃນລັກສະນະນີ້ສະແດງໃຫ້ເຫັນຢ່າງພົ້ນເດັ່ນໃນແນວຄິດແລະພຶດຕິກຳຕົວຈິງຂອງທ່ານ ສີຈິ້ນຜິງ ໃນການບໍລິຫານປະເທດ.ທ່ານນາງ ຊີຊິນ ຈື່ຄຳເຕືອນຂອງສາມີເພື່ອເປັນຄະຕິເຕືອນໃຈປະຈຳຊີວິດຕົນຄື “ເຮັດວຽກໃຫ້ດີ, ຮ່ຳຮຽນໃຫ້ດີ, ທຸກສິ່ງຕ້ອງແກ້ໄຂໃຫ້ດີໝົດ.”
ເຖິງວ່າຈະປະສົບກັບສະພາບຫຍຸ້ງຍາກລຳບາກ, ແຕ່ທ່ານນາງ ຊີຊິນ ພ້ອມລູກເຕົ້າກໍບໍ່ໄດ້ທໍ້ຖອຍ, ເພິ່ນ ຮັກ ແລະ ເອົາໃຈໃສ່ຄອບຄົວດ້ວຍຈິດໃຈທີ່ເຂັ້ມແຂງແລະເມດຕາຂອງຄວາມເປັນແມ່. ຈາກຈິດໃຈທີ່ເຂັ້ມແຂງຄືແນວນີ້, ທຸກຄົນໃນຄອບຄົວໄດ້ຮ່ວມກັນຜະເຊີນອຸປະສັກຄວາມຫຍຸ້ງຍາກລຳບາກຕ່າງໆທີ່ເກີດຂຶ້ນໃນຊີວິດດ້ວຍຄວາມເຊື່ອໝັ້ນເດັດດ່ຽວໜຽວແໜ້ນແລະ ມີທັດສະນະເບິ່ງໂລກໃນແງ່ດີ.
ເມື່ອສະບາຍກໍຍັງສາມາດຮັກສາທາດແທ້ຂອງຕົນ, ໃນສະພາບທີ່ຫຍຸ້ງຍາກລຳບາກແຮ່ງມີຈິດໃຈທຸ່ນທ່ຽງ. ປະສົບການບຸກບືນຂອງພໍ່ແມ່ໄດ້ສົ່ງອິດທິພົນຢ່າງເລິກເຊິ່ງຍາວນານຕໍ່ທ່ານ ສີຈິ້ນຜິງ.ຫລາຍປີຜ່ານມາ, ບໍ່ວ່າວຽກງານແລະຕຳແໜ່ງຈະປ່ຽນແປງແນວໃດ, ທ່ານ ສີຈິ້ນຜິງ ຍັງຈື່ຄຳສອນຂອງແມ່ແລະ ຍຶດໝັ້ນອຸດົມການແຕ່ຫົວທີຢ່າງສະເໝີຕົ້ນສະເໝີປາຍ.