ສປ ຈີນ ລົງທຶນ 785 ໂຄງການອັນດັບ 1 ໃນ ສປປ ລາວ

ຍັງມີໂຄງການຮ່ວມມືອື່ນໆທີ່ສຳຄັນເຊັ່ນ ໂຄງການກໍ່ສ້າງໂຮງໝໍມະໂຫສົດຫຼັງໃໝ່ ທີ່ໄດ້ກໍ່ສ້າງສຳເລັດແລ້ວ 60% ແລະ ຄາດວ່າ ຈະສໍາເລັດການກໍ່ສ້າງ ໃນປີ 2021, ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໃນປັດຈຸບັນແມ່ນມີຄວາມຄືບໜ້າຫຼາຍກວ່າ 90,7%, ຄາດວ່າຈະສໍາເລັດປີ 2021, ໂຄງການທາງດ່ວນ ວຽງຈັນ-ວັງວຽງ ແມ່ນມີຄວາມຄືບໜ້າຫຼາຍກວ່າ 90% ແລະ ຄາດວ່າ ຈະເປີດນຳໃຊ້ ໃນວັນທີ 2 ທັນວາ 2020 ນີ້, ນອກນັ້ນ ຍັງມີໂຄງການແລວທາງເສດຖະກິດ ລາວ-ຈີນ, ໂຄງການສ້າງສູນກວດພະຍາດ ໂຄວິດ-19 ໃຫ້ແກ່ກະຊວງສາທາລະນະສຸກ ແລະ ໂຄງການຮ່ວມມືອື່ນໆ ອີກ.

ສາທາລະນະລັດ ປະຊາຊົນຈີນ (ສປ ຈີນ) ເປັນປະເທດລົງທຶນອັນດັບ 1 ຢູ່ ສປປ ລາວ ມີຈຳນວນເຖິງ 785 ໂຄງການ, ລວມມູນຄ່າ 12 ຕື້ ໂດລາ ສະຫະລັດ ແລະ ເປັນປະເທດຄູ່ຄ້າລາຍໃຫ່ຍ ອັນດັບ 2 ຂອງ ສປປ ລາວ, ຊຶ່ງມີມູນຄ່າການຄ້າ ບັນລຸໄດ້ 3.540 ລ້ານໂດລາ ສະຫະລັດ ໃນໄລະຍະ ປີ 2019 ຜ່ານມາ, ເພີ່ມຂຶ້ນ 17,4%, ມູນຄ່າການນໍາເຂົ້າມີ 1.600 ລ້ານໂດລາ ສະຫະລັດ, ເພີ່ມຂຶ້ນ 29,6% ແລະ ມູນຄ່າສົ່ງອອກມີ 1.940 ລ້ານໂດລາ ສະຫະລັດ, ເພີ່ມຂຶ້ນ 8,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສ່ວນໃຫ່ຍການລົງທຶນທາງດ້ານເສດຖະກິດພິເສດ ແລະ ອຸດສາຫະກໍາ ແລະ ອື່ນໆ.