ປົວປະດົງ ດ້ວຍໃບໝາກຍົມສົ້ມ ແລະ ໃບໝາກຍໍ – ສື່ລາວ.ຄອມ
Connect with us

ບົດຄວາມ

ປົວປະດົງ ດ້ວຍໃບໝາກຍົມສົ້ມ ແລະ ໃບໝາກຍໍ

Published

on

ຫຼາຍຄົນ ອາດຄິດບໍ່ເຖິງວ່າ ສະໝຸນໄພໃກ້ໂຕເຮົາສາມາດປິ່ນປົວພະຍາດຕ່າງໆໄດ້ ແລະ ຊອກຫາໄດ້ງ່າຍ ເປັນຕົ້ນແມ່ນໃບ ໝາກຍົມ ແລະ ໃບໝາກຍໍ ທີ່ມີສັບພະຄຸນເປັນຢາປົວໂຣກປະດົງ. ທ່ານ ຈັນ ປະຊາຊົນບ້ານ ສະພານທອງ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ ເຄີຍປ່ວຍເປັນໂຣກປະດົງ, ເຈັບປວດທໍລະມານມາຫຼາຍປີ, ກິນຢາຫຼວງມາຫຼາຍຊະນິດແຕ່ກໍຍັງບໍ່ເຊົາ, ສຸດທ້າຍ ຫາຍດີຍ້ອນ ໃບໝາກຍົມສົ້ມ ແລະ ໃບໝາກຍໍ.

ທ່ານ ຈັນ ເລົ່າວ່າ: ມີມື້ໜຶ່ງ ຕົນເອງໄດ້ໄປຫຼິ້ນບ້ານ ທ່ານ ສິງຄຳ ທີ່ເປັນໝູ່ກັນ ແລະ ໝູ່ໄດ້ເຫັນອາການເຈັບປວດຂອງຕົນເອງ. ສະນັ້ນ ຈຶ່ງໄດ້ບອກສູດຢາປົວປະດົງໃຫ້ ຄື ໃຫ້ເອົາໃບໝາກຍົມສົ້ມ ແລະ ໃບໝາກຍໍ ມາຕົ້ມຂ້ຽວເອົາແຕ່ນຳ້ມາດື່ມ ແລ້ວອາການປວດປະດົງກໍຈະຫາຍໄປ. ເມື່ອກັບມາເຮືອນ, ທ່ານ ຈັນ ໄດ້ບອກໃຫ້ລູກສາວ ຕົ້ມຢາທີ່ໝູ່ແນະນຳສູດງ່າຍໆໃຫ້ ເຊິ່ງຜົນປະກົດວ່າ ຫຼັງຈາກກິນຢາໄດ້ 2-3 ຊຸດ ອາການເຈັບປວດ ຈາກປະດົງ ກໍຄ່ອຍໆເຊົາ; ເມື່ອຕົ້ມກິນເປັນປະຈຳ ອາການກໍຫາຍດີ.

“ຂ້ອຍເຈັບປວດທໍລະມານມາຫຼາຍປີ, ກິນຢາຫຼວງປານໃດ ກໍພໍແຕ່ເຊົາປວດເລັກໜ້ອຍ, ເມື່ອກິນອາຫານຜິດ ອາການປວດກໍເພີ່ມຂຶ້ນ ເຮັດໃຫ້ແຄ່ງຂາບວມ. ເມື່ອກິນຢາສູດທີ່ໝູ່ແນະນຳໃຫ້ ອາການກໍເຊົາເປັນປົກກະຕິ. ປັດຈຸບັນ ຢ່າວ່າແຕ່ກິນສັດປີກ ແລະ ຂອງດອງ ເລີຍ… ເຫຼົ້າເບຍ ຂ້ອຍດື່ມໄດ້ສະບາຍ,” ທ່ານ ຈັນ ກ່າວ.

ແນວໃດກໍດີ, ເຖິງແມ່ນວ່າ ຈະມີຢາດີ ທີ່ສາມາດປິ່ນປົວໃຫ້ເຊົາຂາດ ຈາກການເປັນປະດົງ ໄດ້ກໍຕາມ, ແຕ່ການຂະລຳອາຫານ (ບໍ່ກິນອາຫານຜິດ) ເປັນອີກວິທີໜຶ່ງ ທີ່ຈະເຮັດໃຫ້ພະຍາດທີ່ເຮົາເຄີຍເປັນ ບໍ່ກັບມາເປັນອີກ.

ສຳລັບ ທ່ານ ສິງຄຳ ອາລຸນ, ຈາກບ້ານ ນາໄຊ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ ເຊິ່ງເປັນຜູ້ທີ່ບອກສູດຢານີ້ ໃຫ້ກັບຫຼາຍໆຄົນ ກ່າວວ່າ: ຕົນເອງບໍ່ແມ່ນໝໍຢາ, ແຕ່ການໄປຕ່າງແຂວງເລື້ອຍໆ ມັກຊອກຫາສິ່ງທີ່ດີໆ ໃຫ້ກັບໂຕເອງ ເຊັ່ນ: ອາຫານການກິນເພື່ອສຸຂະພາບ, ຢາສະໝຸນໄພຕ່າງໆ ທີ່ມີຢູ່ແຕ່ລະທອງຖິ່ນ, ລວມເຖິງສູດຢາປົວປະດົງທີ່ວ່ານີ້ ກໍເອົາມາຈາກຄົນຮັກແພງ ທີ່ບອກຕໍ່ໆກັນ.

ຜ່ານມາ ເພິ່ນໄດ້ບອກສູດຢາປົວປະດົງດັ່ງກ່າວ ໃຫ້ກັບໝູ່ເພື່ອນ ແລະ ພີ່ນ້ອງ ຫຼາຍກວ່າ 50 ຄົນ ເຊິ່ງແຕ່ລະຄົນທີ່ກິນຢາສູດນີ້ ແມ່ນເຊົາເປັນປົກກະຕິ.

ວິທີຕົ້ມຢາ:

ເອົາໃບໝາກຍໍ ແລະ ໃບໝາກຍົມສົ້ມ ຢ່າງລະ 1 ກຳມືໃຫຍ່ ນຳມາລ້າງໃຫ້ສະອາດ, ຈາກນັ້ນ ຕົ້ມໃສ່ນຳ້ 3 ລິດ, ຂ້ຽວໃຫ້ນຳ້ແຫ້ງເຫຼືອປະມານ 1,5 ລິດ ຫຼື ຖ້າຂ້ຽວໄດ້ 1 ລິດຍິ່ງເປັນການດີ, ຕອງເອົາແຕ່ນຳ້ໄວ້ດື່ມກິນ (ຕົ້ມ 1 ຊຸດ ຕໍ່ 1 ມື້).

ວິທີກິນຢາ:

ບໍ່ຄວນກິນຢານີ້ ຕອນທີ່ກຳລັງປວດປະດົງ ເພາະວ່າ ຢາຫຼວງກັບຢາພື້ນເມືອງບາງຊະນິດ ຈະຕ້ານກັນ ເຊິ່ງຈະພາໃຫ້ຢາອອກລິດ ບໍ່ມີປະສິດທິຜົນ. ຄວນກິນຢາຫຼວງ ເພື່ອບັນເທົາອາການປວດລົງກ່ອນ,

ຈາກນັ້ນ ຈຶ່ງຄ່ອຍກິນຢາຕົ້ມໃສ່.

ສຳລັບຜູ້ທີ່ປວດປະດົງແຮງໆ ໃຫ້ຕົ້ມກິນທຸກໆມື້ ແລ້ວອາການເຈັບປວດ ຈະຄ່ອຍໆບັນເທົາລົງ ແລະ ອາດຈະເຊົາຂາດໄດ້ ຖ້າກິນເປັນປະຈຳ.

ຕິດຕໍ່ ທ່ານ ສິງຄຳ ໄດ້ທີ່ເບີ (020) 5561 0562

ຂອບໃຈຂໍ້ມູນຈາກ: Update Laos Magazine

Continue Reading

ບົດຄວາມ

5 ດວງ ວັນເກີດນີ້ ຈະລຳລວຍແບບຢຸດ ໝົດເຄາະກຳ ເງິນທອງໄຫຼມາ 2023 ນີ້

Published

on

By

ດວງ 5 ວັນເກີດນີ້ ຈະລຳລວຍແບບຢຸດບໍ່ໄດ້ ລວຍຈົນຄົນອື່ນອິດສາ.

+ ຄົນທີ່ເກີດວັນຈັນ : ຕາມຄຳທຳນາຍໄດ້ກ່າວວ່າ ຕະຫຼອດທັງປີນີ້ ການງານງານຈະມີການປ່ຽນແປງໃນທາງທີ່ຂື້ນ ອາດໄດ້ເລື່ອນຂັ້ນ ເລື່ອນຕຳແໜ່ງ ປັບເງິນເດືອນຂື້ນ ມີໂອກາດໄດ້ບອກລາຄວາມຈົນ ນອກຈາກນີ້ໃນຊວງເວລານີ້ ຍັງສາມາດຈັດສັນໃນເລື່ອງດານເງິນ ມີເງິນເກັບ ເງິນໃຊ້ບໍ່ຂາດມື ໃຜເປັນເຈົ້າຂອງທຸລະກິດຈະເລີນກ້າວໜ້າ ຄົນໂສດໄດ້ພົບເນື້ອຄູ່ ຄົນມີຄູ່ຮັກກັນໝັ້ນຄົງ ຊີວິດມີແຕ່ຄວາມສຸກສົມຫວັງ. ອ່ານແລ້ວທ່ານສາມາດແບ່ງປັນໃຫ້ໝູ່ໄດ້ອ່ານນຳ ດ້ວຍການກົດແຊຣ໌ ຂໍໃຫ້ທ່ານທີ່ອ່ານ ຈົ່ງໄດ້ດັ່ງຄຳທຳນາຍຂ້າງເທີງນັ້ນທຸກປະການສາທຸເດີ້.

+ ຄົນທີ່ເກີດວັນອັງຄານ : ຕາມຄຳທຳນາຍໄດ້ກ່າວວ່າຕະຫຼອດທັງປີນີ້ ທາງດ້ານການເງິນຈະດີຫຼາຍ ເລີ່ມຕັ້ງຫຼັກເລື່ອງການເງິນໄດ້ ໄດ້ເລື່ອນຂັ້ນຕຳແໜ່ງ ເລື່ອນຂຶ້ນເງິນເດືອນຂື້ນ ພ້ອມມີເກນໂຊກດີ ມີໂອກາດຖືກລາງວັນໃຫຍ່ ນອກຈາກນີ້ຍັງສາມາດຊອກທາງຫາເງິນໄດ້ຫຼາຍຊ່ອງທາງ ດວງການເງິນໂດດເດັ່ນຫຼາຍປີນີ້. ອ່ານແລ້ວທ່ານສາມາດແບ່ງປັນໃຫ້ໝູ່ໄດ້ອ່ານນຳ ດ້ວຍການກົດແຊຣ໌ ຂໍໃຫ້ທ່ານທີ່ອ່ານ ຈົ່ງໄດ້ດັ່ງຄຳທຳນາຍຂ້າງເທີງນັ້ນທຸກປະການສາທຸເດີ້.

+ ຄົນທີ່ເກີດວັນພຸດ : ຕາມຄຳທຳນາຍໄດ້ກ່າວວ່າ ໃນໄລຍະ 2-3 ປີຫຼັງຊີວິດມີແຕ່ຄວາມລຳບາກ ການເງິນບໍ່ດີ ຕ້ອງຫ່ວງໜ້າຫ່ວງຫຼັງ ຕະຫຼອດ ທັງປີນີ້ ເປັນຈັງຫວະຊີວີດມີແຕ່ຄວາມໂຊກດີ ເປັນປີແຫ່ງມະຫາໂຊກຂອງທ່ານ ການເງິນຄ່ອງຕົວຂື້ນ ໝູນເງິນທັນ ມິໂອກາດໄດ້ໂຊກໃຫຍ່ຈາກການສ່ຽງດວງ. ອ່ານແລ້ວທ່ານສາມາດແບ່ງປັນໃຫ້ໝູ່ໄດ້ອ່ານນຳ ດ້ວຍການກົດແຊຣ໌ ຂໍໃຫ້ທ່ານທີ່ອ່ານ ຈົ່ງໄດ້ດັ່ງຄຳທຳນາຍຂ້າງເທີງນັ້ນທຸກປະການສາທຸເດີ້.

+ ຄົນທີ່ເກີດວັນພະຫັດ : ຈາກການທຳນາຍວ່າ ຕະຫຼອດທັງປີນີ້ ທ່ານຈະມີໂຊກໃຫຍ່ ເຮັດຫຍັງກໍປະສົບຜົນສຳເລັດ ການເງີນໂຊກລາບມາແຮງ ດວງການງານເດັ່ນ ມີເກນໄດ້ເລື່ອນຂັ້ນເລື່ອນຕຳແໜ່ງ ເລື່ອນເງິນເດືອນຂື້ນ ຊີວິດຢູ່ດີມີສຸກ ຄອບຄົວມີແຕ່ຄວາມສຸກຕະຫຼອດປີໃໝ່. ອ່ານແລ້ວທ່ານສາມາດແບ່ງປັນໃຫ້ໝູ່ໄດ້ອ່ານນຳ ດ້ວຍການກົດແຊຣ໌ ຂໍໃຫ້ທ່ານທີ່ອ່ານ ຈົ່ງໄດ້ດັ່ງຄຳທຳນາຍຂ້າງເທີງນັ້ນທຸກປະການສາທຸເດີ້.

+ ຄົນທີ່ເກີດວັນສຸກ : ຕາມຄຳທຳນາຍ ປິ 2021 ດວງດີທີ່ສຸດ ຊີວິດຜິກຜັນ ໝົດທຸກ ໝົດໂສກ ມີງານໃຫຍ່ລໍຖ້າຢູ່ ດວງຊາຕາໃນຊວງເວລານີ້ ມີເກນໄດ້ຊັບກ້ອນໃຫຍ່ ຈາກການສ່ຽງໂຊກ ແບບບໍ່ຄາດຝັນເລີຍລະ ຄວນທຳບຸນ ເພື່ອເສີມດວງຊາຕາຂອງທ່ານ. ອ່ານແລ້ວທ່ານສາມາດແບ່ງປັນໃຫ້ໝູ່ໄດ້ອ່ານນຳ ດ້ວຍການກົດແຊຣ໌ ຂໍໃຫ້ທ່ານທີ່ອ່ານ ຈົ່ງໄດ້ດັ່ງຄຳທຳນາຍຂ້າງເທີງນັ້ນທຸກປະການສາທຸເດີ້.

Continue Reading

ບົດຄວາມ

ເງິນ 2ແສນກີບ ຂອງແຕ່ລະຄົນບໍ່ເທົ່າກັນ ໂຊກດີເທົ່າໃດແລ້ວທີ່ມີເພີ່ນເປັນພໍ່ແມ່

Published

on

ເງິນ 200,000ກີບ #ເຮັດໃຫ້ຂ້ອຍນ້ຳຕາໄຫລໄດ້ 🥺
ມີພໍ່ລຸງຄົນ1 ມາຫາຢູ່ຮ້ານ ລາວຈັບເງິນມາ ໂອນເງິນໃຫ້ລູກຊາຍພໍ່ແນ່ ລູກຊາຍບໍ່ມີເງິນຈ້າງລົດມາວຽງ

ແຟນຖາມ : ລູກຊາຍໄປໃສ..??

ພໍ່ລຸງ : ລູກໄປຮຽນຢູ່ຕ່າງແຂວງ ຢາກກັບມາຫລີ້ນບຸນທາດຫລວງ
ພໍ່ບໍ່ຮູ້ເຮັດ #ຢາກໃຫ້ໂອນໃຫ້ລູກຊາຍ ຢາກເຫັນຫນ້າລູກ🥺

ຂ້ອຍ : ໄດ້ຍິນຈົນນຳ້ຕາແຕກ #ຄວາມຮັກຂອງພໍ່ເນາະ
ມີເທົ່າໃດໃຫ້ລູກໄດ້ຫມົດ ຂໍແຕ່ໄດ້ເຫັນລູກ🥺

ເງິນ200,000ຂອງຄົນເຮົາ ມັນມີຄ່າບໍ່ເທົ່າກັນອີຫລີ💙
ບາງຄົນເຂົ້າຄາບດຽວ ກໍ່ຫມົດ
ບາງຄົນເສື້ອຜືນດຽວກໍຫມົດ ແຕ່ສຳຫລັບບາງຄົນ #ມັນຄືຄວາມຮັກແລະຄວາມຫວັງຂອງຜູ້ລໍຄອຍ ຂໍໃຫ້ລູກຊາຍເຈົ້າເດີນທາງປອດໄພ ມາຮອດບ້ານຮອດເຮືອນ ສົມຄວາມຕັ້ງໃຈເຈົ້າເດີ ພໍ່ລຸງ😊

ຮັກພໍ່ແມ່ໃຫ້ຫລາຍໆເດີ #ເຈົ້າໂຊກດີທີ່ມີພໍ່ທີ່ຮັກເຈົ້າຂະຫນາດນີ້✌️🥺

ທີ່ມາ:

Continue Reading

ບົດຄວາມ

ປະຫວັດທະນາຄານ ການຄ້າ ຕ່າງປະເທດລາວ ທະນາຄານທີ່ໃຫຍ່ທີ່ສຸດ ແລະ ເປັນທະນາຄານທຸລະກິດທີ່ມີອາຍຸຫຼາຍສຸດຂອງປະເທດລາວ

Published

on

ປີນີ້ ຄົບຮອບ 33 ປີ ໃນການສ້າງຕັ້ງທະນາຄານການຄ້າຕ່າງປະເທດລາວ (BCEL) ດັ່ງນັ້ນມື້ນີ້ ສື່ລາວ ຈະມາເລົ່າປະຫວັດທະນາຄານການຄ້າ ໃນການກ້າວສູ່ທະນາຄານອັນດັບຫນື່ງໃນ ສປປ ລາວ

ທະນາຄານການຄ້າຕ່າງປະເທດລາວ (BCEL) ມີຈຸດເລີ່ມຕົ້ນຈາກການເປັນສາຂາໃຫ້ກັບທະນາຄານກາງ ໂດຍໄດ້ປະຕິບັດພາລະບົດບາດພິເສດຄື ເປັນທະນາຄານແຫ່ງດຽວ ໃນ ສປປ ລາວ ທີ່ສາມາດດຳເນີນທຸລະກິດກັບສາກົນ (Inter Banking), ຄຸ້ມຄອງບັນດາເງິນຊ່ວຍເຫຼືອລ້າ ແລະ ຄຸ້ມຄອງເງິນກູ້ຈາກຕ່າງປະເທດ

ຈົນມາຮອດປີ 1989 ລະບົບທະນາຄານປະເທດລາວໄດ້ແບ່ງເປັນ 2 ລະບົບໄດ້ແກ່: ທະຄານຄານກາງມີໜ້າທີ່ຄຸ້ມຄອງສະຖຽນລະພາບເງິນຕາ ແລະ ທະນາຄານທຸລະກິດເປັນຜູ້ໃຫ້ບໍລິການທາງການເງິນແກ່ປະຊາຊົນ ໃນເວລານັ້ນທະນາຄານທຸລະກິດແຍກອອກມາເປັນທະນາຄານທຸລະກິດເຕັມຮູບແບບໄດ້ແກ່ ທະນາຄານນະຄອນຫຼວງ ທະນາຄານເສດຖາທິລາດ ແລະ ທະນາຄານການຄ້າຕ່າງປະເທດລາວ ໂດຍມີພຽງສຳນັກງານໃຫຍ່ຕັ້ງຢູ່ນະຄອນຫຼວງວຽງຈັນເທົ່ານັ້ນ

ນັບແຕ່ນັ້ນມາທະນາຄານການຄ້າກໍ່ມີການດຳເນີນງານທີ່ມີປະສິດທິພາບມາຕະຫຼອດ ເຊິ່ງສັງເກດໄດ້ຈາກທະນາຄານທຸລະກິດອື່ນແຍກຕົວອອກມາຄືກັບທະນາຄານການຄ້າ ແຕ່ປະສົບບັນຫຼາຍດ້ານ ໂດຍສະເພາະຂາດປະສິດຕິພາບໃນການບໍລິຫານ ຕ້ອງຍຸບສາຂາ ແລ້ວນຳໄປໂຮມກັບທະນາຄານອື່ນ, ມີການປ່ຽນຊື່ທະນາຄານທຸລະກິດ ມີພຽງແຕ່ທະນາຄານຄ້າຕ່າງປະເທດລາວແຫ່ງດຽວທີ່ຍັງຍືດໜັ້ນຊື່ເດີມຈົນຮອດປະຈຸບັນ ຫຼືອາດເວົ້າໄດ້ວ່າເປັນທະນາຄານທຸລະກິດມີອາຍຸຫຼາຍສຸດໃນປະເທດລາວ

ມາປີ 2011 ທະຄານການຄ້າກໍ່ໄດ້ຈົດທະບຽນໃນຕະຫຼາດຫຼັກຊັບລາວເປັນທະນາຄານທຳອິດໃນ ສປປ ລາວ ໃນນັ້ນຜູ້ຖືຫຸ້ນລາຍໃຫຍ່ແມ່ນກະຊວງ ການເງິນຖືຮຸ້ນ 70%(ປະຈຸບັນຍັງເຫຼືອ 60%) ພະນັກງານ ທຄຕລ 5%, ຄູ່ຮ່ວມຍຸດທະສາດ 10% ແລະ ມະຫາຊົນທົ່ວໄປ 15%

ຈົນມາໃນປະຈຸບັນທະນາຄານທຸລະກິດໃນລາວມີທັ້ງຫມົດ 37 ແຫ່ງ ແຕ່ທະນາຄານການຄ້າເປັນທະນາຄານທີ່ມີປະລິມານຄົນໃຊ້ບໍລິການຫຼາຍສຸດ ສະເເດງອອກໄດ້ຄື:

– ເປັນທະນາຄານທີ່ປະຊາຊົນລາວມາຝາກເງິນຫຼາຍສຸດ ຄິດເປັນ 48% ຂອງປະລິມານເງິນຝາກທັ້ງຫມົດໃນລະບົບເສດຖະກິດ

– ມີສັດສ່ວນປ່ອຍກູ້ຫຼາຍສຸດ ຄິດເປັນ 34% ຂອງປະລິມານສິນເຊື່ອທັ້ງຫມົດໃນລະບົບເສດຖະກິດ

– ມີ User ໃຊ້ແອບ BCELone ຫຼາຍສຸດ ແລະ ມີຈຳນວນສາຂາ ແລະ ຕູ້ ATM ຫຼາຍສຸດໃນປະເທດ

ລອງມາເບີ່ງຜົນການດຳເນີນງານທະນາຄານການຄ້າຕ່າງປະເທດລາວ 3 ປີຍ້ອນຫຼັງ

ປີ 2019 ລາຍໄດ້ລວມ 1.325.424 ລ້ານກີບ

ກຳໄລສຸດທິ 329.482 ລ້ານກີບ

ປີ 2020 ລາຍໄດ້ລວມ 1.383.454 ລ້ານກີບ

ກຳໄລສຸດທິ 223.036 ລ້ານກີບ

ປີ 2021 ລາຍໄດ້ລວມ 1.215.264 ລ້ານກີບ

ກຳໄລສຸດທິ 11.410 ລ້ານກີບ

ປິດທ້າຍ ຖ້າຖາມວ່າທະຄານການຄ້າກ້າວເປັນທະນາຄານອັນດັບໜື່ງໃນປະເທດລາວໄດ້ແນວໃດ? ແນ່ນອນທີ່ຜ່ານມາຈົນຮອດປະຈຸບັນທີ່ທະນາຄານການຄ້າປະຕິບັດຄື “ການສ້າງຄວາມໜ້າເຊື່ອຖື” ແລະ ພັດທະນານະວັດຕະກຳທາງການເງິນໃຫ້ຕອບສະໜອງໃຫ້ກັບຄົນທີ່ມາໃຊ້ບໍລິການທຸກຊ່ວງເວລາ

Reference: BCEL

ບົດຄວາມ: 10 STORY ເລື່ອງເລົ່າຂອງ 10

Continue Reading
ເດືອນມີນາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 12
3456789
10111213141516
17181920212223
24252627282930

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້