ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ເກີດເມື່ອວັນທີ 01 ພຶດສະພາ ປີ 1928 ທີ່ບ້ານ ຫ້ວຍກະລືນ ເມືອງວຽງໄຊ ແຂວງຫົວພັນ, ເປັນບຸດຂອງທ່ານ ບຸນຊູ ແລະ ນາງ ບ້ານ. ສະຫາຍໄດ້ສ້າງຄອບຄົວກັບ ນາງ ຫລ້າ ແກ້ວບຸນພັນ ມີລູກນໍາກັນ 4 ຄົນ, ຍິງທັງໝົດ ປັດຈຸບັນຢູ່ບ້ານໜອງບອນ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ.
ການເຄື່ອນໄຫວປະຕິວັດ ທີ່ສໍາຄັນແຕ່ລະໄລຍະ ມີດັ່ງນີ້:
– ປີ 1947-1948 ເປັນນັກຮົບກອງຮ້ອຍ ໂຄສະນາປະກອບອາວຸດຕະລຸມບອນປະຈໍາພາກເໜືອ;
– ປີ 1948-1949 ເປັນພະນັກງານຂົນຂວາຍກໍ່ສ້າງພື້ນຖານລັບ ຢູ່ສັນກາງລຽບນໍ້າມ່າເພື່ອສ້າງຖານ ທີ່ໝັ້ນເຂົ້າພາກເຫນືອຂອງລາວ;
– ປີ 1950 ເຂົ້າເປັນສະມາຊິກພັກກອມມູນິດອິນດູຈີນ;
– ປີ 1949- 1952 ເປັນຫົວໜ້າການເມືອງກອງຮ້ອຍລາດຊະວົງ;
– ປີ 1952- 1954 ເປັນຫົວໜ້າການທະຫານກອງຮ້ອຍລາດຊະວົງ ທັງເປັນຮອງກອງພັນປະສົມ ລາວ-ຫວຽດນາມ ຂຶ້ນປົດປ່ອຍເມືອງຮ້ຽມ, ປາກລາວ, ບ້ານແຊ້, ບ້ານຊ້ອນ ເປີດກວ້າງເຂດທີ່ໝັ້ນຢູ່ພາກເໜືອຂອງລາວ;
– ປີ 1954-1955 ເປັນກໍາມະການຢຸດຍິງທົ່ວປະເທດ ລະຫວ່າງ ສາມຊາດອິນດູຈີນ ແລະ ຝຣັ່ງ;
– ວັນທີ 22/03/1955 ຊຶ່ງເປັນວັນສ້າງຕັ້ງພັກ ແລະ ດໍາເນີນກອງປະຊຸມໃຫຍ່ຄັ້ງທີ I ຂອງພັກ, ສະ ຫາຍໄດ້ຮັບການເລືອກຕັ້ງ ເປັນກໍາມະການຄະນະບໍລິຫານງານສູນກາງພັກ ປະຊາຊົນລາວຊຸດທໍາອິດ, ໃນປີດຽວກັນນັ້ນ ຖືກເລືອກຕັ້ງເຂົ້າເປັນກໍາມະການຄະນະພັກການທະຫານ,ທັງຖືກແຕ່ງຕັ້ງເປັນຮອງເສ ນາທິການກອງທັບປົດປ່ອຍປະຊາຊົນລາວ;
– ປີ 1956-1960 ຖືກແຕ່ງຕັ້ງເປັນເລຂາຄະນະພັກ,ເປັນຜູ້ບັນຊາການທະຫານເຂດເຕົ້າໂຮມຊໍາເໜືອ, ເປັນຜູ້ຊີ້ນໍາການເລືອກຕັ້ງຜູ້ແທນລາສະດອນຂອງຝ່າຍປະຕິວັດ ແລະ ເປັນຜູ້ບັນຊາການປົດປ່ອຍແຂວງຫົວພັນ ເທື່ອທີ 2 ແລະບັນຊາປົດປ່ອຍທົ່ງໄຫຫີນ;
– ປີ 1962 ບັນຊາປົດປ່ອຍບັ້ນຮົບຫລວງນໍ້າທາ;
– ປີ 1960-1976 ຖືກແຕ່ງຕັ້ງເປັນຫົວໜ້າເສນາທິການສູງສຸດ ກອງທັບປົດປ່ອຍປະຊາຊົນລາວ;
– ປີ 1972 ໃນກອງປະຊຸມໃຫຍ່ ຄັ້ງທີ II ຂອງພັກ ຖືກເລືອກຕັ້ງເປັນກໍາມະການຄະນະບໍລິຫານງານ ສູນກາງພັກ ສະໄໝທີ II;
– ປີ 1976-1980 ເປັນຫົວໜ້າເສນາທິການສູງສຸດ ກອງທັບປົດປ່ອຍປະຊາຊົນລາວ, ລັດຖະມົນຕີ ປະຈໍາສໍານັກງານນາຍົກລັດຖະມົນຕີ, ເລຂາຄະນະພັກ, ປະທານຄະນະກໍາມະການປົກຄອງກໍາແພງນະຄອນວຽງຈັນ;
– ປີ 1982 ໃນກອງປະຊຸມໃຫຍ່ ຄັ້ງທີ III ຂອງພັກ ຖືກເລືອກຕັ້ງເປັນກໍາມະການສູນກາງພັກສະໄໝທີ III, ເປັນເລຂາທິການສູນກາງພັກ, ຫົວໜ້າເສນາທິການສູງສຸດກອງທັບປົດປ່ອຍປະຊາຊົນລາວ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ເລຂາຄະນະພັກ, ປະທານຄະນະກໍາມະການປົກຄອງກໍາແພງນະຄອນວຽງຈັນ;
– ປີ 1982 ຖືກແຕ່ງຕັ້ງເປັນຫົວຫນ້າຄະນະຮັບຜິດຊອບຊີ້ນໍາກະກຽມກອງປະຊຸມໃຫຍ່ຊາວໜຸ່ມ ປປລາວ ຄັ້ງທີ I;
– ປີ 1983 ສູນກາງພັກ- ລັດຖະບານ ໄດ້ຕົກລົງປະດັບຊັ້ນພົນເອກໃຫ້ແກ່ສະຫາຍ;
– ປີ 1983-1984 ໄປຮຽນທິດສະດີການເມືອງຊັ້ນສູງທີ່ຮ່າໂນ້ຍ ສສ ຫວຽດນາມ;
– ປີ 1985 ຖືກແຕ່ງຕັ້ງເປັນເລຂາຄະນະພັກ, ປະທານຄະນະກໍາມະການປົກຄອງກໍາແພງນະຄອນວຽງຈັນ;
– ປີ 1986 ໃນກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກ ຖືກເລືອກຕັ້ງເປັນກໍາມະການສູນກາງພັກທັງຖືກ ເລືອກຕັ້ງເປັນກໍາມະການກົມການເມືອງ ແລະ ເລຂາທິການສູນກາງພັກ, ເປັນເລຂາຄະນະພັກ,ປະທານ ຄະນະກໍາມະການປົກຄອງກໍາແພງນະຄອນວຽງຈັນ;
– ປີ 1987-1988 ເປັນຫົວໜ້າຄະນະເຈລະຈາຢຸດຍິງກັບປະເທດໄທ;
– ປີ 1991 ໃນກອງປະຊຸມໃຫຍ່ ຄັ້ງທີ V ຂອງພັກ ຖືກເລືອກຕັ້ງເປັນກໍາມະການສູນກາງພັກ, ຖືກແຕ່ງຕັ້ງເປັນລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້.
– ປີ 1996 ໃນກອງປະຊຸມໃຫຍ່ ຄັ້ງທີ VI ຂອງພັກ ຖືກເລືອກຕັ້ງເປັນກໍາມະການສູນກງພັກ ທັງຖືກເລືອກຕັ້ງເປັນກໍາມະການກົມການເມືອງສູນກາງພັກ;
– ປີ 1996-1998 ຖືກເລືອກຕັ້ງເປັນຮອງປະທານປະເທດ;
– ປີ 1998-2001 ຖືກເລືອກຕັ້ງເປັນນາຍົກລັດຖະມົນຕີແຫ່ງ ສປປ ລາວ;
– ປີ 2002-2010 ໃນກອງປະຊຸມໃຫຍ່ ຄັ້ງທີ VII, VIII ຂອງພັກ ຖືກເລືອກຕັ້ງເປັນກໍາມະການສູນກາງພັກ, ທັງຖືກເລືອກຕັ້ງເປັນກໍາມະການກົມການເມືອງສູນກາງພັກ ແລະ ຖືກເລືອກຕັ້ງເປັນປະທານສູນກາງແນວລາວສ້າງຊາດ;
– ປີ 2011 ອີງໃສ່ສຸຂະພາບ, ອາຍຸກະສຽນ ແລະ ຄວາມມຸ່ງມາດປາຖະໜາຂອງສະຫາຍເອງ, ສະ ຫາຍ ຈຶ່ງໄດ້ຮັບການເຫັນດີໃຫ້ພັກຜ່ອນຕາມນະໂຍບາຍຂອງພັກ ແລະ ລັດ.ພາຍຫລັງໄດ້ຮັບນະໂຍ ບາຍໃຫ້ພັກການ, ສະຫາຍພົນເອກ ສີສະຫວາດ ແກ້ວບຸນພັນ ຍັງໄດ້ປະກອບສ່ວນລົງຊີ້ນໍາ,ຕິດຕາມ, ຊຸກຍູ້ ການປະຕິບັດວຽກງານຢູ່ບັນຂະແໜງການ ແລະ ທ້ອງຖິ່ນຕາມເງື່ອນໄຂ ແລະ ສຸຂະພາບຕົວຈິງ.
ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ແມ່ນຜູ້ນໍາຮຸ່ນທໍາອິດຂອງພັກ ແລະ ລັດເຮົາທີ່ໄດ້ ອຸທິດຊີວິດຂອງຕົນຕິດພັນກັບການຕໍ່ສູ້ກູ້ຊາດຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່. ສະ ຫາຍແມ່ນນັກຮົບປະຕິວັດຜູ້ອົງອາດທີ່ເກັ່ງກ້າສາມາດ, ມີນໍ້າໃຈເສຍສະຫລະອັນສູງສົ່ງ, ເປັນໜຶ່ງໃນບັນດານາຍທະຫານນໍາພາ-ບັນຊາ ທີ່ດີເດັ່ນ ເປັນທີ່ເຄົາລົບຮັກຂອງກໍາລັງປະກອບອາວຸດ ແລະປະຊາຊົນ ລາວບັນດາເຜົ່າ, ແມ່ນພະນັກງານການນໍາທີ່ມີແບບແຜນນໍາພາທີ່ດີ, ມີຄວາມສາມັກຄີ, ເປັນເອກະພາບພາຍໃນພັກ ແລະ ຍຶດໝັ້ນໃນອຸດົມການປະຕິວັດຢ່າງສູງສົ່ງໃນພາລະກິດປະຕິວັດ ປົດປອຍຊາດ, ປົກປັກຮັກສາ ແລະ ສ້າງສາລະບອບໃໝ່.
ດ້ວຍຜົນງານ ແລະ ຄຸນງາມຄວາມດີທີ່ສະແດງອອກເຖິງຄຸນສົມບັດສິນທໍາປະຕິວັດອັນຜ່ອງໃສ ແລະ ຄວາມຮັກເຊື້ອແພງຊາດ, ສະຫາຍໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຄົາລົບຮັກ ຈາກສະມາຊິກພັກ, ພະນັກງານ, ນັກຮົບ ແລະ ປະຊາຊົນລາວບັນດາເຜົ່າກໍ່ຄືປະເທດເພື່ອນມິດຢ່າງກວ້າງ ຂວາງ.ເພື່ອເປັນການສັນລະເສີນກຽດຕິຄຸນຂອງສະຫາຍ,ພັກ ແລະ ລັດຖະບານ ໄດ້ຕົກລົງມອບຫລຽນ ໄຊຂັ້ນສູງປະເພດຕ່າງໆໃຫ້ແກ່ສະຫາຍ ດັ່ງນີ້:
– ຫລຽນ ຄໍາແຫ່ງຊາດ ສປປ ລາວ 1 ຫລຽນ
– ຫລຽນ ຄໍາແຫ່ງຊາດ ສສ ຫວຽດນາມ 1 ຫລຽນ
– ຫລຽນໄຊ ອິດສະຫລະ ຊັ້ນ I 4 ຫລຽນ
– ຫລຽນໄຊ ອິດສະຫລະ ຊັ້ນ II 2 ຫລຽນ
ນອກຈາກນັ້ນ ຍັງໄດ້ຮັບຫລຽນໄຊ, ຫລຽນກາ, ຫລຽນລະນຶກ ແລະ ຫລຽນມິດຕະພາບທີ່ສໍາຄັນເປັນ ຈໍານວນຫລວງຫລາຍຈາກພາຍໃນ ແລະ ຕ່າງປະເທດ.