ໝໍຂົ່ມຂືນ ຄົນເຈັບຫຼັງຄົນເຈັບ ເຂົ້າກວດພາຍໃນນໍາ ໜີບໍ່ພົ້ນ ຖືກຈໍາຄຸກ 4 ປີ 15 ເດືອນ

ຈາກກໍລະນີທີ່ເພຈຂອງທະນາຍນິດ້າ ເຜີຍແຜ່ເລື່ອງລາວທີ່ໝໍຂົ່ມຂືນຄົນເຈັບ ຕອນກວດພາຍໃນຄີນິກແຫ່ງໜຶ່ງ ໂດຍເຫຍື່ອສາວເຂົ້າແຈ້ງຄວາມກັບເຈົ້າໜ້າທີ່ຕໍາຫຼວດ ນອກນີ້ຍັງມີຜູ້ເສຍຫາຍອີກຫຼາຍຄົນທະຍອຍອອກມາເວົ້າເລື່ອງລາວພຶດຕິກໍາຂອງໝໍທ່ານນີ້ເມື່ອປີ 2019 ຜ່ານມາ.ໂດຍຄວາມຄືບໜ້າຫຼ້າສຸດຂອງຄະດີນີ້ ທະນາຍນິດ້າ ໄດ້ອອກມາ

ເຜີຍແຜ່ຜ່ານເພຈສ່ວນຕົວເອງວ່າ ສານຈັງຫວັດນະຄອນສະຫວັນ ປະເທດໄທ ໄດ້ພິພາກສາຈໍາຄຸກຈໍາເລີຍ ເປັນເວລາ 4ປີ 15 ເດືອນ ບໍ່ລໍຖ້າລົງອາຍາເປັນທີ່ຮຽບຮ້ອຍແລ້ວ

ຂະນະດຽວກັນ ທະນາຍນິດ້າກໍ່ຂອບໃຈທຸກພາກສ່ວນທີ່ຊ່ວຍເຫຼືອ ແລະ ເຮັດໜ້າທີ່ຂອງຕົນເອງ ມອບຄວາມເປັນທໍາໃຫ້ກັບສິ່ງທີ່ຖືກຕ້ອງ.ແນວໃດກໍ່ຕາມ ເຖິງເລື່ອງນີ້ຈະເກີດຂຶ້ນທີ່ປະເທດໄທ ແຕ່ແອັດຂໍຍົກເອົາມາເປັນອຸທາຫອນ ໃຫ້ເອື້ອຍນ້ອງແມ່ຍິງທຸກຄົນໄດ້ມີສະຕິລະວັງຕົວ ປ້ອງກັນຕົນເອງທຸກສະຖານະການ ເພື່ອບໍ່ໃຫ້ໃຜມາເອົາປຽບເຮົາໄດ້.