ລາຄານ້ຳມັນ ໃນອາຊີ ຫລຸດລົງເກືອບ 1 ໂດລາສະຫະລັດ – ສື່ລາວ.ຄອມ
Connect with us

ຂ່າວຕ່າງປະເທດ

ລາຄານ້ຳມັນ ໃນອາຊີ ຫລຸດລົງເກືອບ 1 ໂດລາສະຫະລັດ

Published

on

ຕາມຂ່າວສານ ຫວຽດນາມ, ວັນທີ 11 ເດືອນພືດສະພາ, ລາຄານ້ຳມັນ ໃນຕະຫລາດ ອາຊີ ຫລຸດລົງເກືອບ 1 ໂດລາ ສະຫະລັດ  ເນື່ອງຈາກ ມີຄວາມກັງວົນ ກ່ຽວກັບ ພະຍາດ ໂຄວິດ-19 ຍັງແກ່ຍາວ ສົ່ງຜົນໃຫ້ ສະພາບ ເສດຖະກິດ ຊຸດໂຊມ ແລະ  ຂໍ້ຕົກລົງ ການຫລຸດຜ່ອນ ປະລິມານ ນ້ຳມັນ ຂອງ ບັນດາ ປະເທດ ຜູ້ສົ່ງອອກ ນ້ຳມັນແຖວໜ້າ ຂອງໂລກ ບໍ່ໄດ້ຮັບ ປະສິດຜົນ ເທົ່າທີ່ຄວນ. ໂດຍສະເພາະ ລາຄາ ນ້ຳມັນເບຣນ ທະເລເໜືອ ຫລຸດລົງ 73 ເຊນ ສະຫະລັດ ເຫລືອ 30,24 ໂດລາ ສະຫະລັດຕໍ່ຖັງ. ສ່ວນລາຄາ ນ້ຳມັນດິບ ປະເພດເບົາ ອາເມລິກາ (WTI) ຫລຸດ 81 ເຊນ ສະຫະລັດ (3,3%) ເຫລືອ 23,93 ໂດລາ ສະຫະລັດ ຕໍ່ຖັງ. ເຖິງຢ່າງໃດກໍຕາມ, ຄວາມສ່ຽງ ໃນການແຜ່ລະບາດ ພະຍາດ ໂຄວິດ-19 ຄັ້ງທີ 2 ຢູ່ ສປ. ຈີນ ແລະ ສ.ເກົາຫລີ ສ້າງຄວາມ ກັງວົນ ໃຫ້ແກ່ ບັນດາ ນັກລົງທຶນ ລວມໄປເຖິງ ປະເທດຕ່າງໆ ພວມຫລຸດຜ່ອນ ການຈຳກັດຕ່າງໆ, ເປັນການ ເຄື່ອນໄຫວ ສະໜັບ ສະໜູນ ຄວາມຕ້ອງການ ນ້ຳມັນ. 

ສ.ອາເມລິກາ ມີຄວາມກັງວົນ ກ່ຽວກັບ ປະລິມານ ນ້ຳມັນ ເພີ່ມຂຶ້ນ ຈະບໍ່ມີສາງ ບັນຈຸ ນ້ຳມັນ ເຮັດໃຫ້ ລາຄາ ນ້ຳມັນ WTI ຫລຸດລົງ ເມື່ອເດືອນ ຜ່ານມາ,​ ຕາມນັ້ນ ໄດ້ຊຸກຍູ້ ບັນດາ ຜູ້ຜະລິດ  ນ້ຳມັນ ສ.ອາເມລິກາ ຫລຸດຜ່ອນ ປະລິມານ ນ້ຳມັນ. ສິ່ງດັ່ງກ່າວ ໄດ້ສະແດງ ໃຫ້ເຫັນວ່າ ຜົນກະທົບ ດັ່ງກ່າວ ເຮັດໃຫ້ ບໍລິສັດ ບໍລິການ ພະລັງງານ Baker Hughes Co .ໃນວັນທີ 8 ເດືອນພຶດສະພາ ລະບຸວ່າ ບັນດາແທ່ງ ເຈາະນ້ຳມັນ ແລະ ອາຍແກັດ ທີ່ພວມ ເຄື່ອນໄຫວ ຢູ່ບັນດາ ປະເທດ ຜະລິດ ນ້ຳມັນ ຂະໜາດໃຫຍ່ ທີ່ສຸດໃນໂລກ ໄດ້ຫລຸດຜ່ອນ ແທ່ງເຈາະ ນ້ຳມັນລົງ 74 ແຫ່ງ ເມື່ອອາທິດ ຜ່ານມາ ເປັນລະດັບ ຕ່ຳສຸດ ເປັນປະຫວັດການ.

Continue Reading

ຂ່າວຕ່າງປະເທດ

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ ເປັນເວລາ 11 ມື້

Published

on

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ

ພົບກັບຜູ້ຊາຍ 3 ຄົນ ຊາວໄນຈີເຣຍຈາກເມືອງ Lagos. ລັກລອບເຂົ້າປະເທດສະເປນໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ.

ໂດຍທັງ 3 ຄົນ ນັ່ງຢູ່ຈຸດນັ້ນ ເປັນເວລາ 11 ມື້

Continue Reading

ຂ່າວຕ່າງປະເທດ

ເບິ່ງເອົາເດີ ແບບຢ່າງ ສາວປະຢັດກິນ ຕຳໝີ ມື້ລະ 18,000 ກີບ ຈົນຊື້ເຮືອນໄດ້ 3 ຫຼັງ

Published

on

ປະຢັດກິນ ຈົນຊື້ເຮືອນໄດ້ 3 ຫຼັງ ຍິງຊາວຍີ່ປຸ່ນ ໃນໄວ 34 ປີ ກິນພຽງ 200 ເຢນ (18 ພັນກວ່າກີບ) ຕໍ່ວັນ.

ຂ່າວນີ້ຖືເປັນທີ່ສົນໃຈ ເມື່ອສື່ຂອງຍີ່ປຸ່ນ ລາຍງານຊີວິດຍິງສາວຊາວຍີ່ປຸ່ນທ່ານໜຶ່ງ ທີ່ກິນພຽງກິນພຽງ 200 ເຢນ (ປະມາານ 18 ພັນກວ່າກີບ) ຕໍ່ວັນ ປັດຈຸບັນມີເຮືອນ 3 ຫຼັງ ຜ່ານເວລາໄປ 16 ປີ.

ຍິງຜູ້ນີ້ລາວພະຍາຍາມດີ້ນຮົນ ແລະ ປະຢັດອົດອອມກວ່າ 16 ປີ ແລະ ໄດ້ຊື້ເຮື້ອນຫຼັງທີ 3 ໄດ້ເດືອນພະຈິກ ປີ 2019 ເຊິ່ງລາວໄດ້ເລີ່ມວາງແຜນຕັ້ງແຕ່ອາຍຸ 18 ປີ ເມື່ອມີເປົ້າໝາຍທີ່ຈະຊື້ເຮືອນ 3 ຫຼັງ ເມື່ອອາຍຸຮອດ 34 ປີ.

ຕອນອາຍຸ 27 ປີ ລາວໄດ້ຊື້ເຮືອນຫຼັງທຳອິດໃນແຂວງໄຊຕາມະ ດ້ວຍເງິນ 10 ລ້ານເຢນ (ປະມານ 912 ລ້ານກີບ) ແລະ ຊື້ເຮືອນຫຼັງທີ 2 ໃນຄາລາ 18 ລ້ານເຢນ ( 1,6 ຕື້ກວ່າກີບ) ເມື່ອອາຍຸພຽງ 29 ປີ ແລະ ໃນປີ 2019 ລາວ ອາຍຸໄດ້ 34 ປີ ກໍ່ໄດ້ຊື້ເຮືອນຫຼັງທີ 3 ໃນລາຄາ 27 ລ້ານເຢນ (2,4 ຕື້ກວ່າກີບ).

ຈາກການລາຍງານຂອງສື່ຍີ່ປຸ່ນ ເປີດເຜີຍວ່າ: ຍິງຄົນນີ້ ລາວກິນຈະໃຊ້ຈ່າຍບໍ່ເກີນ 200 ເຢນ ( 18.000 ກວ່າກີບ) ຕໍ່ວັນສຳລັບຄ່າອາຫານເພື່ອຄວາມຢູ່ລອດ ດ້ວຍງົບປະມານທີ່ຈຳກັດ ລາວຈະເຮັດອຸດົ້ງ ແລະ ຜັກ ກິນດ້ວຍເງິນພຽງ 50 ເຢັນ (4.560 ກີບ) ສຳລັບສ່ວນປະສົມ, ລາວບອກວ່າ ຖ້າກິນອີ່ມແລ້ວ ຈະກິດຫຍັງກໍ່ບໍ່ຕ່າງກັນ.

ໃນຕອນອາຍຸ 29 ປີ ລາວຕັດຜົມ ແລະ ຂາຍຜົມຂອງຕົນເອງໃນລາຄາ 3.100 ເຢນ (282.720 ກີບ) ປັດຈຸບັນນອກຈາກເຮັດວຽກປະຈຳໃນອຸດສາຫະກຳອະສັງຫາລິມະຊັບແລ້ວ ລາວຍັງມີລາຍໄດ້ຈາກການເກັບຄ່າເຊົ່າຈາກຫ້ອງວ່າງຈາກອະສັງຫາລິມະຊັບຂອງລາວ ແລະ ເປີດຄາເຟ່ແມວ Cafe Yunaagi ຈາກເຮືອນຫຼັງທີ 3 ເຊິ່ງແມວທຸກໂຕທີ່ຢູ່ຄາເຟ່ ເປັນແມວທີ່ຊ່ວຍເຫຼືອຈາກຂ້າງທາງ.

Continue Reading

ຂ່າວຕ່າງປະເທດ

ເດືອດ! APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນ.

Published

on

APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນດຸເດືອດ.

ຜູ້ປະທ້ວງຈຳນວນຫຼາຍໄດ້ລວມຕົວກັນປະທ້ວງຕໍ່ກອງປະຊຸມ APEC ທີ່ຈັດຂຶ້ນທີ່ນະຄອນຫຼວງບາງກອກ ເຊິ່ງມີຜູ້ນຳລະດັບໂລກກຳລັງປະຊຸມກັນ.

ຮູບພາບເດັ່ນຄື ຍາພໍ່ອົງໜຶ່ງໃນນາມຜູ້ປະທ້ວງໄດ້ໂດດຖີບຕຳຫຼວດ ປານໃນໜັງ.

….

ຮູບ: ຣອຍເຕີ

Continue Reading
ເດືອນທັນວາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
3031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້