ມອບ -​ຮັບເຮືອບິນ IL-103 ຈຳນວນ 2 ລຳໃຫ້ ກທອ

ພິທີມອບ-ຮັບເຮືອບິນ IL-103 ຈໍານວນ 2 ລໍາລະຫວ່າງ ບໍລິສັດ ໄຊລຽນກຣຸບ ແລະ ກອງບັນຊາການທະຫານອາ ກາດ ກອງທັບປະຊາຊົນລາວໄດ້ຈັດຂຶ້ນຢູ່ສະໜາມບິນທົ່ງໄຫຫີນແຂວງຊຽງຂວາງ , ໃນວັນທີ 8 ຕຸລາ 2020 ນີ້, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຈັດຕະວາ ບຸນມາ ຈັນທະວົງສາ ຮອງຫົວໜ້າກອງບັນຊາການທະຫານອາກາດ, ມີຄະນະຫ້ອງເຕັກນິກ (ກທອ), ຄະນະພັກ-ຄະນະບັນຊາກອງພັນໃຫຍ່ 702 ແລະ ບໍລິສັດໄຊລຽນກຣຸບພ້ອມດ້ວຍພະນັກງານວິຊາການທັງສອງຝ່າຍເຂົ້າຮ່ວມ.

ທ່ານ ນາງ ຫອມມະລີ ເພັດທະນູ ຜູ້ຈັດການບໍລິສັດໄຊລຽນກຣຸບ ຕາງໜ້າໃຫ້ບໍລິສັດໄຊລຽນ ກຣຸບ ຂຶ້ນກ່າວມອບເຮືອບິນ IL-103 ຈໍານວນ 2 ລໍາ ຄື: ເບີ 735 ແລະ 732 ໃຫ້ກອງບັນຊາການທະຫານອາກາດອີງຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານ ການບິນເພື່ອຮັບໃຊ້ໜ້າທີ່ການເມືອງຂອງພັກ-ລັດ ເຮັດໃຫ້ເຮືອບິນສາມາດນຳໃຊ້ເຂົ້າໃນວຽກງານການບິນອົບຮົມ-ຫັດແອບ ໄດ້ຢ່າງຕໍ່ເນື່ອງໃຫ້ນັກບິນມີ ຄວາມຊຳນິຊຳນານໃນການຂັບ ຂີ່ຂັ້ນພື້ນຖານ ແລະ ຜົນສຳເລັດ ຂອງການສ້ອມແປງໃຫຍ່, ການປະກອບ ແລະ ກວດກາເຕັກນິກທົດລອງຕົວຈິງໃນການແປງເປັນໄລຍະເວລາ 5 ເດືອນ ນັບແຕ່ມື້ເຊັນສັນຍາເປັນຕົ້ນມາ ບໍລິສັດ ໄດ້ປະຕິບັດການສ້ອມແປງແຕ່ ວັນທີ 25/9/2020 ແລະ ສໍາເລັດ ການສ້ອມແປງ ວັນທີ 3/10/ 2020.

ໂອກາດນີ້, ທ່ານ ພັນເອກ ສອນທອງ ແກ້ວຈັນດາ ຫົວໜ້າ ຫ້ອງເຕັກນິກ ກອງບັນຊາການ ທະຫານອາກາດ ຕາງໜ້າໃຫ້ຄະ ນະພັກ-ຄະນະບັນຊາ ກອງບັນຊາ ການທະຫານອາກາດຂຶ້ນກ່າວ ຮັບເອົາເຮືອບິນ IL-103 ຈຳ ນວນ 2 ລໍາ, ນໍ້າ ເບີ 735 ແລະ 732 ເປັນທາງການ.

ພ້ອມນີ້, ຍັງ ໄດ້ເຊັນສັນຍາລະຫ່ວາງບໍລິສັດ ໄຊລຽນກຣຸບ ແລະ ກອງບັນຊາ ການທະຫານອາກາດ, ຈາກນັ້ນ, ກໍມອບເຮືອບິນ IL- 103 ຈໍານວນ 2 ລໍາ, ນໍ້າເບີ 735 ແລະ 732 ໃຫ້ກອງພັນໃຫຍ່ 702 ເປັນຜູ້ນຳ ໃຊ້ເຂົ້າໃນການເຝິກແອບຮໍ່າຮຽນ ແລະ ກຽມພ້ອມສູ້ຮົບຕາມໜ້າທີ່ການເມືອງທີ່ຂັ້ນເທິງມອບໃຫ້ ດ້ວຍຄວາມຮັບຜິດຊອບສູງ.