ຄະນະສະເພາະກິດຮັບການຊ່ວຍເຫລືອ ຈາກສອງພາກສ່ວນເພື່ອປ້ອງກັນ ໂຄວິດ-19

ໃນວັນທີ 11 ພຶດສະພາ 2020, ຢູ່ທີ່ສໍານັກງານນາຍົກລັດຖະມົນຕີ ທ່ານ ສົມດີ ດວງດີ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ທັງເປັນຫົວໜ້າ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ ອັກເສບປອດຈາກເຊື້ອ ຈຸລະໂລກສາຍພັນໃໝ່ COVID-19 ໄດ້ໃຫ້ກຽດ ຕ້ອນຮັບທ່ານ ຊິນ ຊອງຊູນ ເອກອັກຄະລັດຖະທູດແຫ່ງ ສາທາລະນະລັດ ເກົາຫລີ ປະຈໍາລາວ ທີ່ໄດ້ຕາງໜ້າ ລັດຖະບານ ປະເທດຂອງຕົນ ນໍາເງິນຈໍານວນ 300.000 ໂດລາສະ ຫະລັດ ແລະ ອຸປະກອນແພດ ທີ່ຈໍາເປັນ ລວມມີມູນຄ່າ 300.000 ໂດລາສະຫະລັດ ມາມອບໃຫ້ລັດຖະ ບານລາວ ກໍຄື ຄະນະສະເພາະກິດ ເພື່ອປະກອບ ສ່ວນເຂົ້າໃນ ວຽກງານປ້ອງກັນ ແລະ ແກ້ໄຂ ການລະຍາດຂອງພະຍາດ ໂຄວິດ-19 ຢູ່ລາວ.

ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ສົມດີ ດວງດີ ໄດ້ຕາງໜ້າຄະນະ ສະເພາະກິດ ສະແດງຄວາມ ຂອບອົກຂອບໃຈ ຕໍ່ລັດຖະບານ ແລະ ປະຊາຊົນ ສ.ເກົາຫລີ ກໍຄື ສະຖານທູດ ສ.ເກົາຫລີ ປະຈໍາລາວ ທີ່ໄດ້ ໃຫ້ການ ຊ່ວຍເຫລືອໃນຄັ້ງນີ້, ເຖິງແມ່ນວ່າຢູ່ ສ.ເກົາຫລີ ກໍໄດ້ມີການລະບາດ ຂອງພະຍາດນີ້ຫລາຍເຊັ່ນກັນ, ແຕ່ກໍຍັງໄດ້ບິແບ່ງນໍ້າໃຈ ມາຊ່ວຍເຫລືອລາວນໍາອີກ ແລະ ຈະນໍາເອົາການ ຊ່ວຍເຫລືອນີ້ ໄປນໍາໃຊ້ເຂົ້າໃນ ວຽກງານທີ່ຈໍາເປັນ ແລະ ຖືກຕ້ອງຕາມຄວາມຕ້ອງການຕົວຈິງ ເພື່ອປ້ອງກັນພະຍາດ ດັ່ງກ່າວ ໃຫ້ສະຫງົບ ລົງໂດຍໄວ.

 
ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ສ.ເກົາຫລີ ໄດ້ສະແດງຄວາມຍິນດີ ຕໍ່ລັດຖະບານລາວ ກໍຄືຄະນະສະ ເພາະກິດ ທີ່ມີມາດຕະການຮັບມືກັບ ການລະບາດຂອງພະຍາດ ໂຄວິດ-19 ໃນລະດັບດີຫລາຍ, ເຊິ່ງຈະເປັນ ເງື່ອນໄຂອັນດີ ໃຫ້ແກ່ຜູ້ລົງທຶນ, ຜູ້ປະກອບການ ແລະ ປະຊາຊົນໃນປະເທດ ໄດ້ກັບມາດໍາລົງຊີວິດ ຂອງຕົນເປັນ ປົກກະຕິໂດຍໄວ.

 
ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ສົມດີ ດວງດີ ຍັງໄດ້ໃຫ້ກຽດຕ້ອນຮັບທ່ານ ຫລີ ຈືຢົງ ອໍານວຍການ ທະນາຄານ ແຫ່ງ ປະເທດຈີນ ສາຂານະຄອນຫລວງວຽງຈັນ ແລະ ຄະນະ ທີ່ໄດ້ນໍາເງິນຈໍານວນ 500 ລ້ານກີບ ມາມອບໃຫ້ຄະນະສະເພາະກິດ ເພື່ອປະກອບສ່ວນເຂົ້າໃນ ວຽກງານປ້ອງກັນພະຍາດ ໂຄວິດ-19 ຢູ່ ສປປ ລາວ.

ຂ່າວ: ສຸພະສະຫວັນ