ສປປ ເກົາຫລີ ຈະສ້າງເຮືອນໃໝ່ໃຫ້ແກ່ປະຊາຊົນ 25.000 ຫລັງ – ສື່ລາວ.ຄອມ
Connect with us

ຂ່າວຕ່າງປະເທດ

ສປປ ເກົາຫລີ ຈະສ້າງເຮືອນໃໝ່ໃຫ້ແກ່ປະຊາຊົນ 25.000 ຫລັງ

Published

on

ສຳນັກ​ຂ່າວ​ເຄຊີ​ເອັນ​ເອ (KCNA) ຂອງ​ທາງ​ການ ສປປ ​ເກົາຫລີ. ທ່ານ ກິມ ​ເຈີງ​ອຸນ, ຜູ້ນຳ​ ສປປ ​ເກົາຫລີ ​ໃຫ້​ຄຳ​ໝັ້ນສັນຍາ​ວ່າ ຈະ​ສ້າງ​ເຮືອນ​ໃໝ່ໃຫ້​ແກ່ປະຊາຊົນ ຈຳນວນ 25.000 ຫລັງເນື່ອງຈາກ ​ເຮືອນ​ເກົ່​າແກ່ ​ຂອງ​ປະຊາຊົນ​ ໄດ້​ຮັບ​ຜົນ​ກະທົບ​ໜັກ​ສຸດ ​ຈາກ​ພາຍຸ​ໄຕ້​ຝຸ່ນ ​ເມື່ອ​ບໍ່​ດົນ​ມາ​ນີ້.

ພາຍຫລັງ​ ​ເປີດ​ໂຄງການ​ເລັ່ງບັນລຸ​ເປົ້າໝາຍທາງ​ເສດຖະກິດ​ ພາຍ​ໃນ 80 ວັນ ​ໃຫ້​ທ່ວງຫັນ​ກັບ​ ການ​​ເປີດກອງ​ປະຊຸມ​ໃຫຍ່​ ໃນ​ເດືອນ​ມັງກອນ​ ປີໜ້າ ​ເພື່ອ​ກຳນົດ​ແຜນເສດຖະກິດ ​ໄລຍະ 5 ປີຕໍ່ໜ້າ. ປັດຈຸບັນ ທຸກ​ພາກສ່ວນ ຮ່ວມ​ຈິດ​ຮ່ວມ​ໃຈ​ກັນຈັດຕັ້ງປະຕິບັດ​ໂຄງການ​ນີ້ ​ເນັ້ນ​ໃສ່​ການ​ສົ່ງ​ເສີມ​ການ​ຜະລິດອຸປະກອນ​ປູກຝັງ ພືດ​ຕາມ​ລະດູ​ການ ​ແລະ ປ້ອງ​ກັນ​ໂຄ​ວິດ-19 ລະບາດຄັ້ງ​ໃໝ່.

ສຳລັບ ການ​ສ້າງ​ເຮືອນ ທາງ​ກອງ​ທັບ ​ໄດ້​ກໍ່ສ້າງ​ໄປ​ແລ້ວ​ກວ່າ​ເຄິ່ງໜຶ່ງ ຈາກ​ຈຳນວນ 2.300 ຫລັງ ​ໃນ​ແຂວງຮຳ​ກີ​ຢອງ​ໃຕ້ (South Hamgyeong) ທາງ​ຕາ​ເວັນ​ອອກສຽງ​ເໜືອ​ ຂອງ​ນະຄອນຫລວງ ປຽງ​ຢາງ (Pyongyang).

ຮຽບຮຽງ​ຂ່າວ​ໂດຍ ສະ​ໄຫວ

Continue Reading

ຂ່າວຕ່າງປະເທດ

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ ເປັນເວລາ 11 ມື້

Published

on

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ

ພົບກັບຜູ້ຊາຍ 3 ຄົນ ຊາວໄນຈີເຣຍຈາກເມືອງ Lagos. ລັກລອບເຂົ້າປະເທດສະເປນໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ.

ໂດຍທັງ 3 ຄົນ ນັ່ງຢູ່ຈຸດນັ້ນ ເປັນເວລາ 11 ມື້

Continue Reading

ຂ່າວຕ່າງປະເທດ

ເບິ່ງເອົາເດີ ແບບຢ່າງ ສາວປະຢັດກິນ ຕຳໝີ ມື້ລະ 18,000 ກີບ ຈົນຊື້ເຮືອນໄດ້ 3 ຫຼັງ

Published

on

ປະຢັດກິນ ຈົນຊື້ເຮືອນໄດ້ 3 ຫຼັງ ຍິງຊາວຍີ່ປຸ່ນ ໃນໄວ 34 ປີ ກິນພຽງ 200 ເຢນ (18 ພັນກວ່າກີບ) ຕໍ່ວັນ.

ຂ່າວນີ້ຖືເປັນທີ່ສົນໃຈ ເມື່ອສື່ຂອງຍີ່ປຸ່ນ ລາຍງານຊີວິດຍິງສາວຊາວຍີ່ປຸ່ນທ່ານໜຶ່ງ ທີ່ກິນພຽງກິນພຽງ 200 ເຢນ (ປະມາານ 18 ພັນກວ່າກີບ) ຕໍ່ວັນ ປັດຈຸບັນມີເຮືອນ 3 ຫຼັງ ຜ່ານເວລາໄປ 16 ປີ.

ຍິງຜູ້ນີ້ລາວພະຍາຍາມດີ້ນຮົນ ແລະ ປະຢັດອົດອອມກວ່າ 16 ປີ ແລະ ໄດ້ຊື້ເຮື້ອນຫຼັງທີ 3 ໄດ້ເດືອນພະຈິກ ປີ 2019 ເຊິ່ງລາວໄດ້ເລີ່ມວາງແຜນຕັ້ງແຕ່ອາຍຸ 18 ປີ ເມື່ອມີເປົ້າໝາຍທີ່ຈະຊື້ເຮືອນ 3 ຫຼັງ ເມື່ອອາຍຸຮອດ 34 ປີ.

ຕອນອາຍຸ 27 ປີ ລາວໄດ້ຊື້ເຮືອນຫຼັງທຳອິດໃນແຂວງໄຊຕາມະ ດ້ວຍເງິນ 10 ລ້ານເຢນ (ປະມານ 912 ລ້ານກີບ) ແລະ ຊື້ເຮືອນຫຼັງທີ 2 ໃນຄາລາ 18 ລ້ານເຢນ ( 1,6 ຕື້ກວ່າກີບ) ເມື່ອອາຍຸພຽງ 29 ປີ ແລະ ໃນປີ 2019 ລາວ ອາຍຸໄດ້ 34 ປີ ກໍ່ໄດ້ຊື້ເຮືອນຫຼັງທີ 3 ໃນລາຄາ 27 ລ້ານເຢນ (2,4 ຕື້ກວ່າກີບ).

ຈາກການລາຍງານຂອງສື່ຍີ່ປຸ່ນ ເປີດເຜີຍວ່າ: ຍິງຄົນນີ້ ລາວກິນຈະໃຊ້ຈ່າຍບໍ່ເກີນ 200 ເຢນ ( 18.000 ກວ່າກີບ) ຕໍ່ວັນສຳລັບຄ່າອາຫານເພື່ອຄວາມຢູ່ລອດ ດ້ວຍງົບປະມານທີ່ຈຳກັດ ລາວຈະເຮັດອຸດົ້ງ ແລະ ຜັກ ກິນດ້ວຍເງິນພຽງ 50 ເຢັນ (4.560 ກີບ) ສຳລັບສ່ວນປະສົມ, ລາວບອກວ່າ ຖ້າກິນອີ່ມແລ້ວ ຈະກິດຫຍັງກໍ່ບໍ່ຕ່າງກັນ.

ໃນຕອນອາຍຸ 29 ປີ ລາວຕັດຜົມ ແລະ ຂາຍຜົມຂອງຕົນເອງໃນລາຄາ 3.100 ເຢນ (282.720 ກີບ) ປັດຈຸບັນນອກຈາກເຮັດວຽກປະຈຳໃນອຸດສາຫະກຳອະສັງຫາລິມະຊັບແລ້ວ ລາວຍັງມີລາຍໄດ້ຈາກການເກັບຄ່າເຊົ່າຈາກຫ້ອງວ່າງຈາກອະສັງຫາລິມະຊັບຂອງລາວ ແລະ ເປີດຄາເຟ່ແມວ Cafe Yunaagi ຈາກເຮືອນຫຼັງທີ 3 ເຊິ່ງແມວທຸກໂຕທີ່ຢູ່ຄາເຟ່ ເປັນແມວທີ່ຊ່ວຍເຫຼືອຈາກຂ້າງທາງ.

Continue Reading

ຂ່າວຕ່າງປະເທດ

ເດືອດ! APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນ.

Published

on

APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນດຸເດືອດ.

ຜູ້ປະທ້ວງຈຳນວນຫຼາຍໄດ້ລວມຕົວກັນປະທ້ວງຕໍ່ກອງປະຊຸມ APEC ທີ່ຈັດຂຶ້ນທີ່ນະຄອນຫຼວງບາງກອກ ເຊິ່ງມີຜູ້ນຳລະດັບໂລກກຳລັງປະຊຸມກັນ.

ຮູບພາບເດັ່ນຄື ຍາພໍ່ອົງໜຶ່ງໃນນາມຜູ້ປະທ້ວງໄດ້ໂດດຖີບຕຳຫຼວດ ປານໃນໜັງ.

….

ຮູບ: ຣອຍເຕີ

Continue Reading
ເດືອນທັນວາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
3031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້