ຕາດູຕົນ..!!!ຄູ່ຜົວເມຍເດີນທາງມາແຕ່ອັດຕະປື ຈຸດປະສົງຈະມາຫາວຽກເຮັດ ແຕ່ຕອນນີ້ລູກເພີ່ນບໍ່ສະບາຍແຮງ ເງິນກໍ່ບໍ່ມີ

ຜູ້ໃຊ້ເຟສບຸກຊື່:อำพอน เรึองมะนี ໄດ້ໂພສໃນວັນທີ 14 ຕຸລາ 2020 ວ່າ ເລື່ອງ: ມີຄອບຄົວ1ເດີນທາງມາແຕ່ອັດຕະປຶເປັນຄອບຄົວທີ່ທຸກຍາກຫາເຊົ້າກິນຄ່ຳ,ມີຈຸດຫມາຍປາຍທາງຊິໄປໄຊຍະບູລີເພື່ອຈະໄປຊອກຫາຍາດພີ່ນ້ອງທາງເມຍລາວບໍ່ຮູ້ວ່າຍາດພີ່ນ້ອງຈະຊ່ວຍເຫຼືອບໍ. ເພາະບໍ່ໄດ້ຕິດຕໍໄປທາງນັ້ນໄດ້7ປີແລ້ວ.

ສວ່ນທາງຜົວບໍ່ມີພີ່ນ້ອງພໍ່ແມ່ກະຕາຍປະ ..ເຂົາເຈົ້າຈ້າງລົດມາແຕ່ອັດຕະປຶລະຫວ່າງທາງຫາເງີນເດີນທາງຊື້ເຂົ້າຊື້ນ້ຳຫມົດບ່ອນໃດລະພາກັນຫາວຽກເຮັດໄດ້ເງີນລະໄປຕໍວານນີ້ໄດ້ເດີນທາງມາແຕ່ວຽງມາຮອດບ້ານ:ໂພນສະຫວ່າງ .ເມືອງວັງວຽງ. ແຂວງວຽງຈັນ . ເຊີ່ງເປັນບ້ານຂ້າພະເຈົ້າຢູ່. ລະລົງລົດພາລູກກັບເມຍຫາວຽກເຮັດເພື່ອໃຫ້ໄດ້ເງີນຊື້ເຂົ້າຊື້ຢາໃຫ້ລູກ. ແຕ່ຊອກໃສໃຜກະບໍ່ໃຫ້ເຮັດຈົນມາຮອດເຮືອນຂ້າພະເຈົ້າ..ລາວລະຂໍພັກຜ່ອນລະຂໍວຽກເຮັດນຳຂໍແຕ່ໃຫ້ທີ່ພັກກັບເຂົ້າໃຫ້ລູກກິນ..ລູກພັດບໍ່ສະບາຍທັງສອງເປັນໄຂ້ຄໍແດງທັງສອງຄົນ.

ແມ່ຂ້າພະເຈົ້າຄິດອີ່ຕົນເລີຍຮັບໃຫ້ພັກແລະຢູ່ກິນນຳຊົ່ວຄາວມາໄດ້2ຄືນແລ້ວ.ຫາກຜູ້ໃດໃຈບຸນກະຊ່ວຍເຫລື່ອຄອບຄົວລາວແດ່ເດີ
///ຫາກໃຜຕ້ອງຊ່ວຍເຫລື່ອແຊ໌ສຊ່ວຍກັນໃຫ້ຄົນອື່ນເຫັນພໍມີວຽກໃຫ້ລາວເຮັດແລະມີທີ່ພັກໃຫ້ຄອບຄົວລາວແດ່ເດີ/////

(ຫາກໃຜໃຈບຸນຊ່ວຍຄົນລະສິບລະຊາວພໍໃຫ້ລາວມີເງີນຊື້ຢາແລະພາລູກໄປໂຮງຫມໍຊ່ວຍໄດ້ເດີຕິດຕໍທາງເຮົາຫລືມາດ້ວຍຕົນເອງກະໄດ້ຕອນນີ້ພັກຢູ່ເຮືອນແມ່ອຳຫລືປ້າອຳເດີ)ເບີ02078789446