ມຽນມາໜັກ! ມີຜູ້ຕິດເຊື້ອໂຄວິດ-19 ຫຼາຍກວ່າ 30ພັນຄົນ

ຕາມສະຖິຕິຂອງກະຊວງສາທາລະນະສຸກແລະກິລາມຽນມາ, ວັນທີ 13 ຕຸລານີ້, ຢູ່ມຽນມາມີຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ເພີ່ມໃໝ່ 1.123 ກໍລະນີ, ມີຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ທັງໝົດ 30.437 ກໍລະນີແລ້ວ, ໃນນັ້ນມີຜູ້ເສຍຊີວິດ 693 ຄົນ.

ນັບແຕ່ມຽນມາພົບຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຄົນທຳອິດໃນວັນທີ 23 ມີນາປີນີ້ເປັນຕົ້ນມາ, ຫຼັງຈາກນັ້ນ 4 ເດືອນ, ການແຜ່ລະບາດຂອງພະຍາດໂຄວິດ-19 ຮອບທຳອິດ ມີຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ທັງໝົດ 375 ກໍລະນີ.

ໃນນັ້ນ ມີຜູ້ເສຍຊີວິດ 6 ຄົນ. ນັບແຕ່ເກີດມີການແຜ່ລະບາດຮອບທີສອງ ເຊິ່ງເລີ່ມແຕ່ວັນທີ 16 ສິງຫາເປັນຕົ້ນມາ, ບໍ່ຮອດສອງເດືອນ, ມີຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ທີ່ເພີ່ມໃໝ່ຫຼາຍກວ່າ 3 ໝື່ນກໍລະນີ, ຈຳນວນຜູ້ເສຍຊີວິດ ໄດ້ເພີ່ມຂຶ້ນເປັນຮ້ອຍເທົ່າຂອງໄລຍະຫາກໍ່ມີການແຜ່ລະບາດຮອບທຳອິດ.

ປັດຈຸບັນ, ລັດຖະບານມຽນມາກຳລັງສ້າງແລະຂະຫຍາຍໂຮງໝໍຫຼາຍແຫ່ງຢູ່ໃນເຂດຕ່າງໆທີ່ມີການແຜ່ລະບາດຢ່າງໜັກໜ່ວງ ເຊັ່ນ: ນະຄອນຢາງກຸ້ງແລະແຫ່ງອື່ນໆ, ເພື່ອຮັບປະກັນໃຫ້ສາມາດຮັບເອົາແລະປິ່ນປົວຄົນເຈັບ, ປັດຈຸບັນ, ກໍ່ມີໂຮງໝໍເອກະຊົນສ່ວນໜຶ່ງ ໄດ້ເລີ່ມຮັບແລະປິ່ນປົວຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ແລ້ວ.